ຫຼວງພະບາງ ຈະສືບຕໍ່ປັບປຸງຄຸນນະພາບການສຶກສາໃຫ້ດີຂຶ້ນກວ່າເກົ່າ
17/06/2026

ໂອກາດເຄື່ອນໄຫວເຮັດວຽກຮ່ວມກັບ ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແລະ ສະພາປະຊາຊົນແຂວງຫລວງພະບາງ ຢູ່ເມືອງຊຽງເງິນ ແລະ ເມືອງຈອມເພັດ ໃນລະຫວ່າງວັນທີ 15-16 ມິຖຸນາ 2026 ນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫລວງພະບາງ ໄດ້ມີຄຳເຫັນແລກປ່ຽນຕໍ່ກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຂະແໜງການສຶກສາທິການ ແລະ ກິລາ ຂອງແຂວງ ໂດຍຜ່ານການຮັບຟັງຂໍ້ສະເໜີຂອງຄະນະນຳຂອງເມືອງກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າ ທ່ານໄດ້ຍົກໃຫ້ເຫັນເຖິງສະພາບບັນຫາ ແລະ ບັນດາແຜນພັດທະນາຂອງຂະໜງການສຶກສາທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບໃນຕໍ່ໜ້າ ໃຫ້ດີຂຶ້ນກວ່າເກົ່າ ໂດຍອີງຕາມໜັງສືແຈ້ງການທິດຊີ້ນໍາຂອງຫ້ອງວ່າການສໍານັກງານຍາຍົກລັດຖະມົນຕີ, ສະບັບເລກທີ1849/ຫສນຍ, ລົງວັນທີ 4/11/2025 ແລະ ບົດລາຍງານກ່ຽວກັບການກະກຽມປັບປຸງລະບົບການສຶກສາ ຈາກລະບົບ 5+4+3 ເປັນ 6+3+3, ສະບັບເລກທີ 4439/ຜກ, ລົງວັນທີ 18/11/2025. ເຊີ່ງຕາມແຜນກະຊວງສຶກສາຈະປັບປຸງຫລັກສູດ 6+3+3 ມີຄື: ປີ 2027 ແມ່ນເລີ່ມຂັ້ນ ປ.1−ປ.3, ປີ 2028 ແມ່ນເລີ່ມຂັ້ນ ປ.4−ປ.6, ປີ 2029 ແມ່ນເລີ່ມຂັ້ນ ມ.1−ມ.3 ແລະ ປີ 2030 ແມ່ນເລີ່ມຂັ້ນ ປ.4−ມ.6 ໃຫ້ສໍາເລັດ, ສຳລັບທີດທາງແຜນການໃນຕໍ່ໜ້າຂະແໜງການສຶກສາ ຈະສືບຕໍ່ຖືເອົາການຫັນລົງກໍ່ສ້າງຮາກຖານເປັນບູລິມະສິດໃນການຊຸກຍູ້-ຕິດຕາມໂດຍສົມທົບກັບຄະນະນຳຂອງແຕ່ລະທ້ອງຖິ່ນເພື່ອຊອກວິທີການແກ້ໄຂບັນຫາ ໃຫ້ດີຂຶ້ນ ພ້ອມທັງສ້າງເງື່ອນໄຂການຂະຫຍາຍໂອກາດເຂົ້າຮຽນໃຫ້ທົ່ວເຖິງເຊັ່ນ: ເພີ່ມອັດຕາເບ້ຍລ້ຽງໃຫ້ແກ່ນັກຮຽນເດັກກໍ່ພ້າເດັກຊົນເຜົ່າ, ເດັກພິການ, ສະໜອງອຸປະກອນທີ່ຈໍາເປັນໃຫ້ແກ່ນັກຮຽນທຸກຍາກ ຜູ້ດ້ອຍໂອກາດ ໃຫ້ສາມາດເຂົ້າເຖິງການສຶກສາຢ່າງທົ່ວເຖິງ. ສືບຕໍ່ຊີ້ນໍາບັນດາເມືອງ, ນະຄອນ ແລະ ໂຮງຮຽນ ຈັດສັນຄູ ຕາມຄໍາແນະນໍາ ເລກທີ 2054/ສສກ, ລົງວັນທີ 7 ພະຈິກ 2025 ໃຫ້ມີຄວາມຊັດເຈນ ເກັບກໍາຂໍ້ມູນຄູ ທີ່ສູນເສຍໃນຮູບການຕ່າງໆ ສັງລວມລາຍງານ ກະຊວງສຶກສາທິການ ແລະ ກິລາ ເພື່ອສະເໜີທົດແທນຕາມການສູນເສຍ, ບ່ອນໃດມີຄວາມຈໍາເປັນຂາດຄູສອນແທ້ສະເໜີຮັບເອົາຄູຕາມສັນຍາ ແລະ ປະຕິບັດນະໂຍບາຍໃຫ້ແກ່ເຂົາເຈົ້າຕາມຄວາມເໝາະສົມ, ຕາມເງື່ອນໄຂ, ທ່າແຮງຂອງແຂວງ, ເມືອງ ແລະ ທ້ອງຖິ່ນ, ບ່ອນທີ່ມີເງື່ອນໄຂ ປະຕິບັດການໂຮມໂຮງຮຽນທີ່ມີຈໍານວນນັກຮຽນໜ້ອຍ, ນັກຮຽນສາມາດເດີນທາງໄປໄດ້ ເປັນຕົ້ນແມ່ນໂຮງຮຽນ ມູນລະປະຖົມໂຮມໂຮງຮຽນປະຖົມສົມບູນ, ສືບຕໍ່ສົມທົບ ກັບມະຫາວິທະຍາໄລສຸພານຸວົງ, ວິທະຍາໄລຄູ ເພື່ອຂໍນໍາໃຊ້ຄູ ຈາກສອງສະຖາບັນສອນຊ່ວຍໂຮງຮຽນເທດສະບານ, ໂຮງຮຽນເຂດຫ່າງໄກສອກຫຼີກຕາມຄວາມອາດສາມາດຕົວຈິງ, ແກ້ໄຂການສອນຫ້ອງຄວບໃຫ້ຫຼຸດລົງ ໂດຍສະເພາະແມ່ນຫ້ອງຄວບ 3 ຂັ້ນຮຽນ, ປະເມີນການປະຕິບັດໜ້າທີ່ຂອງຄູສອນ, ພ້ອມທັງປະຕິບັດນະໂຍບາຍຕໍ່ຄູສອນຢ່າງເໝາະສົມ ເພື່ອສ້າງຂັວນກໍາລັງໃຈໃຫ້ແກ່ຄູ ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະ ນອກຈາກນີ້ກໍ່ຕ້ອງໄດ້ສືບຕໍ່ປະເມີນຜົນການຮຽນຂອງນັກຮຽນ , ສົງເສີ່ມນັກຮຽນທີ່ຮຽນດີ-ຮຽນເກັ່ງໃຫ້ສອດຄ່ອງ ແລະ ເໝາະສົມ. ຖືເອົາຜົນການຮຽນຂອງນັກຮຽນ ເປັນກົກ ເປັນເງື່ອນໄຂໃນການເລື່ອນຊັ້ນຮຽນ ທຸກຊັ້ນຮຽນສາຍສາມັນສຶກສາ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາ ແຂວງ













