ກຽມເປີດແຂ່ງຂັນກິລາລົດຖີບ ຊີງແຊ໋ມປະເທດລາວ ປະຈໍາປີ 2026 ທ້າຍເດືອນມິຖຸນານີ້
18/06/2026

ສະຫະພັນກິລາລົດຖີບແຫ່ງຊາດລາວ ຈະຈັດການແຂ່ງຂັນກິລາລົດຖີບ ທົ່ວປະເທດ ປະຈໍາປີ 2026 ຫຼື “Lao National Cycling Championships 2026” ເພື່ອເປັນການສົ່ງເສີມການພັດທະນາກິ ລາລົດຖີບລາວ ໃຫ້ມີລະດັບສູງຂຶ້ນ ທຽບເທົ່າກັບພາກພື້ນ ແລະ ສາກົນ ແນໃສ່ຈັດອັນດັບນັກກິລາລົດຖີບລາວ ໃນຂອບເຂດທົ່ວປະເທດ ຕາມມາດຖານຂອງສະຫະພັນລົດຖີບສາກົນ (UCI), ອີກດ້ານໜຶ່ງກໍເປັນການສ້າງໂອກາດໃຫ້ເຍົາວະຊົນລາວໃຫ້ນັບມື້ເຕີບໃຫຍ່ກວ້າງຂວາງຂຶ້ນເລື້ອຍໆ.
ລາຍການນີ້, ສະຫະພັນລົດຖີບແຫ່ງຊາດລາວ ໂດຍການອະນຸຍາດ ແລະ ຮັບຮອງການແຂ່ງຂັນ ໂດຍສະຫະພັນລົດຖີບສາກົນ (UCI) ຈະໄດ້ຈັດການແຂ່ງຂັນກິລາລົດຖີບທົ່ວປະເທດ ປະຈໍາປີ 2026 ຫຼື “Lao National Cycling Championships 2026” ທ່ີ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 27-28 ມິຖຸນາ 2026 ເຊິ່ງຈະມີການເກັບຄະແນນສະສົມຂອງ ສະຫະພັນລົດຖີບສາກົນ (UCI) ເພື່ອເຂົ້າຮ່ວມການແຂ່ງຂັນລະດັບສາກົນ ກໍຄື ຊີງແຊ໋ມໂລກ.
ລາຍການແຂ່ງຂັນມີດັ່ງກ່າວ ຈະມີການຊີງໄຊທັງໝົດ 8 ລາຍການ ປະກອບມີ ຮຸ່ນເຍົາວະຊົນຊາຍ (Men Junior), ປະເພດຈັບເວລາ (Time trial), ປະເພດທາງໄກ (Mass start), ຮຸ່ນທົ່ວໄປຊາຍ (Men Elite), ປະເພດຈັບເວລາ (Time trial) ແລະ ປະເພດທາງໄກ (Mass start).
ນອກຈາກນັ້ນ ຍັງຈະມີການແຂ່ງຂັນປະເພດຍິງ ແລະ ປະເພດເສືອໝອບຮຸ່ນອາວຸໂສ ຕື່ມອີກ. ຫາກພາກສ່ວນໃດມີຄວາມສົນໃຈຈະຮ່ວມແຂ່ງຂັນ ເພື່ອສົ່ງເສີມການພັດທະນານັກກິລາໄປນຳກັນ ກໍສາມາດຕິດຕໍ່ພົວພັນ ເພື່ອລົງທະບຽນຮ່ວມແຂ່ງຂັນໄດ້ທີ່ເບີໂທ 020 55777333 ໄດ້ທຸກເວລາເລີຍ ນັບແຕ່ມື້ນີ້ ເປັນຕົ້ນໄປ.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

