ຄະນະສົງສູນກາງ ອພສ ຮ່ວມກັບ ສັດທາ ສປ ຈີນ ມອບທຶນ 100 ລ້ານກີບ ສ້າງໂຮງຮຽນປະຖົມສຶກສາ ຢູ່ເມືອງວາປີ
06/07/2026

ໃນວັນທີ 27 ມິຖຸນາ 2026 ຜ່ານມານີ້ ຢູ່ທີ່ບ້ານຫີນດ່ານ (ຄຸ້ມແກ້ງຟ້າວ) ເມືອງວາປີ ແຂວງສາລາວັນ ໄດ້ຈັດພິທີມອບ-ຮັບເງິນອຸປະຖຳຊ່ວຍເຫຼືອ ເພື່ອສົມທົບທຶນໃນການກໍ່ສ້າງໂຮງຮຽນປະຖົມບ້ານຫີນດ່ານ ຢ່າງເປັນທາງການ ລວມມູນຄ່າທັງໝົດ 100,000,000 ກີບ ເຊິ່ງປັດໄຈອຸປະຖຳໃນຄັ້ງນີ້ ແມ່ນໄດ້ຮັບຄວາມເມດຕາສະໜັບສະໜູນຈາກ ພຣະອາຈານ ສົມພອນ ແສງພະຈັນ ຄະນະກຳມະການສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ (ອພສ), ທັງເປັນຫົວໜ້າຫ້ອງການ ກັມມາທິການສາທາຣະນູປະການ ສູນກາງ ອພສ, ພຣະອາຈານ ໂກສາຣາ ແລະ ທ່ານ ຈື້ຊ້ານ ຈາກສາທາລະນະລັດ ປະຊາຊົນຈີນ ໂດຍໃຫ້ການຕ້ອນຮັບ ແລະ ຮ່ວມຮັບປັດໄຈອຸປະຖຳໃນຄັ້ງນີ້ມີ ພຣະອາຈານ ນະໂມ ຫອມສົມບັດ ພ້ອມດ້ວຍ ທ່ານນາຍບ້ານ, ຄະນະການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມ ຕະຫຼອດຮອດອອກຕົນຍາດໂຍມ, ປະຊາຊົນ ແລະ ນ້ອງໆນັກຮຽນພາຍໃນບ້ານຫີນດ່ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ພຣະອາຈານ ສົມພອນ ແສງພະຈັນ ໄດ້ມີຄຳຊີ້ນຳໂອ້ລົມ ແລະ ໃຫ້ທຳມະຄຳສັ່ງສອນອັນເປັນມຸງຄຸນ ແກ່ອອກຕົນຍາດໂຍມ ພ້ອມດ້ວຍນ້ອງນ້ອຍນັກຮຽນ ເພື່ອເປັນຂວັນ ແລະ ກຳລັງໃຈໃຫ້ແກ່ນ້ອງໆ ໃຫ້ມີຄວາມດຸໝັ່ນຫ້າວຫັນ, ຕັ້ງໜ້າສຶກສາຮຽນຮູ້ ເພື່ອເຕີບໃຫຍ່ເປັນບຸກຄະລາກອນທີ່ມີຄຸນນະພາບຂອງຊາດໃນອະນາຄົດ.
ໂອກາດດຽວກັນ, ຕາງໜ້າຄະນະການຈັດຕັ້ງບ້ານ ແລະ ທ່ານນາຍບ້ານ ກໍໄດ້ກ່າວຄຳອະນຸໂມທະນາຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງຍິ່ງ ມາຍັງຄະນະສົງຈາກນະຄອນຫຼວງວຽງຈັນ ແລະ ຄະນະສັດທາຜູ້ໃຈບຸນຈາກ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້. ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາປັດໄຈທີ່ໄດ້ຮັບ ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ, ມີຄວາມໂປ່ງໃສ ແລະ ຈະເລັ່ງດຳເນີນການກໍ່ສ້າງໂຮງຮຽນໃຫ້ສຳເລັດເສັດສິ້ນຕາມແຜນການທີ່ວາງໄວ້ ເພື່ອໃຫ້ລູກຫຼານພາຍໃນບ້ານໄດ້ມີສະຖານທີ່ຮຽນໜັງສືທີ່ດີຂຶ້ນ ແລະ ປອດໄພ.
ພາຍຫຼັງເສັດສິ້ນພິທີການແລ້ວ, ຄະນະອຸປະຖຳກໍໄດ້ມີກິດຈະກຳແຈກຢາຍເຂົ້າໜົມ ແລະ ເຄື່ອງດື່ມໃຫ້ແກ່ນ້ອງໆນັກຮຽນ ແລະ ຍາດໂຍມທີ່ເຂົ້າຮ່ວມງານ, ເຮັດໃຫ້ບັນຍາກາດເຕັມໄປດ້ວຍຮອຍຍິ້ມ, ຄວາມເບີກບານມ່ວນຊື່ນ ແລະ ຄວາມອົບອຸ່ນເປັນຢ່າງຍິ່ງ. ຈາກນັ້ນ, ທາງບ້ານກໍໄດ້ຮ່ວມກັນຖວາຍພັດຕາຫານເພນແດ່ພຣະພິກຂຸສົງ ເພື່ອເປັນສິລິມຸງຄຸນ ກ່ອນທີ່ຄະນະສົງຈະກ່າວຄຳອຳລາອອກຕົນຍາດໂຍມ ແລະ ເດີນທາງກັບດ້ວຍຄວາມສະຫວັດດິພາບ.














