ຍົກລະດັບຂີດຄວາມສາມາດໃຫ້ຜູ້ບໍລິຫານການສຶກສາ ໃນການສົ່ງເສີມການສຶກສາຮຽນຮ່ວມສໍາລັບຄົນພິການ ຢູ່ ສປປ ລາວ
06/07/2026

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ອົງການຮ່ວມມືສາກົນເກົາຫຼີ (KOICA) ປະຈຳ ສປປ ລາວ ໄດ້ເປີດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ ໃນການສົ່ງເສີມການສຶກສາຮຽນຮ່ວມສຳລັບຄົນພິການ ຢູ່ ສປປ ລາວ ຫຼື “Capacity Building for Educators on Promotion of Disability Inclusive Education in Lao PDR” ປີທີ 3 ໃນຕອນເຊົ້າວັນທີ 30 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໂຊມຽງ ຈັງ (Jang So-myeong) ຮອງຫົວໜ້າອົງການ KOICA ປະຈຳ ສປປ ລາວ. ພ້ອມນັ້ນ, ຍັງມີ ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ, ຜູ້ຊີ້ນຳວຽກງານການສຶກສາຮຽນຮ່ວມ ແລະ ພິການ, ທ່ານ ກິມ ມຽງ ຫວນ (Kim Myung-hwan) ຜູ້ຊ່ຽວຊານອາວຸໂສຈາກອົງການ KOICA ພ້ອມດ້ວຍຄະນະບໍລິຫານງານ, ຜູ້ອຳນວຍການ, ຄູ-ອາຈານ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມໃນຄັ້ງນີ້ ຖືເປັນກິດຈະກຳທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນຂັ້ນຕອນສຸດທ້າຍໃນການສະຫຼຸບຜົນງານຂອງໂຄງການຮ່ວມມືໄລຍະ 3 ປີ (ແຕ່ປີ 2024-2026) ລະຫວ່າງ ບາງສ່ວນຂອງລັດຖະບານ ສປປ ລາວ ແລະ ລັດຖະບານ ສາທາລະນະລັດ ເກົາຫຼີ ໂດຍຜ່ານການສະໜັບສະໜູນທຶນຊ່ວຍເຫຼືອເພື່ອການພັດທະນາທາງການ (ODA) ຂອງອົງການ KOICA ເຊິ່ງໃນໄລຍະ 2 ປີຜ່ານມາ, ໂຄງການໄດ້ປະສົບຜົນສຳເລັດຢ່າງຈົບງາມໃນການຍົກລະດັບບຸກຄະລາກອນ ໂດຍໃນປີທຳອິດ (2024), ບັນດາຜູ້ກຳນົດນະໂຍບາຍໄດ້ເດີນທາງໄປຖອດຖອນບົດຮຽນ ແລະ ສຶກສາທິດທາງການສຶກສາຮຽນຮ່ວມ ຢູ່ ສາທາລະນະລັດ ເກົາຫຼີ. ຕໍ່ມາໃນປີທີສອງ (2025), ຄະນະບໍລິຫານງານ ແລະ ຜູ້ຈັດການລະດັບກາງໃນພາກສະໜາມ ກໍໄດ້ໄປຮຽນຮູ້ເພື່ອສ້າງຮາກຖານອັນໜັກແໜ້ນ ຢູ່ ສ.ເກົາຫຼີ ເຊັ່ນດຽວກັນ ແລະ ໃນປີທີສາມ (2026) ນີ້, ໂຄງການຈຶ່ງໄດ້ນຳເອົາຫຼັກສູດການຝຶກອົບຮົມມາຈັດຂຶ້ນຢູ່ ສປປ ລາວ ເພື່ອຖ່າຍທອດຄວາມຮູ້ ແລະ ປະສົບການໂດຍກົງໃຫ້ແກ່ຄູ-ອາຈານ ແລະ ຜູ້ຊ່ຽວຊານດ້ານການສຶກສາໃນພາກສະໜາມຕົວຈິງ.
ໂອກາດນີ້, ທ່ານ ນາງ ນວມຄຳ ຈັນທະບູລີ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ແລະ ຈິງໃຈ ມາຍັງອົງການ KOICA ແລະ ລັດຖະບານ ສ.ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຮອບດ້ານ ບໍ່ວ່າຈະເປັນດ້ານງົບປະມານ, ວິຊາການ, ການພັດທະນາບຸກຄະລາກອນ ແລະ ການແລກປ່ຽນບົດຮຽນຕົວຈິງຕະຫຼອດ 3 ປີ ຜ່ານມາ ຈົນເຮັດໃຫ້ໂຄງການບັນລຸຜົນສຳເລັດຕາມເປົ້າໝາຍ. ພ້ອມກັນນັ້ນ, ທ່ານຍັງໄດ້ສະເໜີໃຫ້ອົງການ KOICA ສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອຂະແໜງການສຶກສາ ແລະ ກິລາ ຂອງສປປ ລາວ ໃນອະນາຄົດ ໂດຍສະເພາະແມ່ນການພັດທະນາຄຸນນະພາບການສິດສອນ, ດ້ານວິຊາການ, ສື່ການຮຽນ-ການສອນ, ເຕັກໂນໂລຊີຊ່ວຍເຫຼືອຄົນພິການ, ການພັດທະນາຄູ ແລະ ການປັບປຸງສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮັບປະກັນໃຫ້ນັກຮຽນພິການທຸກຄົນສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ເທົ່າທຽມ.
ທ່ານ ນາງ ນວມຄຳ ຈັນທະບູລີ ຍັງໄດ້ເນັ້ນໜັກໃຫ້ສຳມະນາກອນທຸກທ່ານ ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ເກັບກ່ຽວເອົາຄວາມຮູ້ຈາກຄູຝຶກຊ່ຽວຊານ ສ.ເກົາຫຼີ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອນຳໄປໝູນໃຊ້ເຂົ້າໃນການສິດສອນຕົວຈິງ ພ້ອມທັງກ່າວວ່າ: “ການສຶກສາຮຽນຮ່ວມ ແລະ ການສຶກສາຄົນພິການ ບໍ່ແມ່ນພຽງແຕ່ເປັນນະໂຍບາຍດ້ານການສຶກສາເທົ່ານັ້ນ, ແຕ່ຍັງແມ່ນຄວາມມຸ່ງໝັ້ນຂອງ ພັກ ແລະ ລັດຖະບານເຮົາ ໃນການຮັບປະກັນສິດທິຂອງພົນລະເມືອງລາວທຸກຄົນ ໃຫ້ໄດ້ຮັບການສຶກສາທີ່ມີຄຸນນະພາບ, ເທົ່າທຽມ ແລະ ທົ່ວເຖິງ ໂດຍບໍ່ຖືກຈຳແນກດ້ານສັນຊາດ, ສາສະໜາ, ເຜົ່າ, ເພດ ແລະ ໄວ ເພາະເດັກນ້ອຍທຸກຄົນມີສິດໄດ້ຮັບການສຶກສາ ແລະ ການສຶກສາທີ່ດີ ຄືການສຶກສາທີ່ບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ”.
ໂອກາດດຽວກັນ, ທ່ານ ນາງ ໂຊມຽງ ຈັງ ກໍໄດ້ກ່າວສະແດງຄວາມຍິນດີ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮ່ວມປິດໂຄງການຮ່ວມມືໄລຍະ 3 ປີນີ້ ຢູ່ ສປປ ລາວ ໂດຍທ່ານໄດ້ຍົກໃຫ້ເຫັນບົດຮຽນຂອງປະເທດເກົາຫຼີ ທີ່ສາມາດຟື້ນຟູ ແລະ ພັດທະນາປະເທດຊາດຈາກຊາກຫັກພັງຂອງສົງຄາມ ຈົນມີຄວາມຈະເລີນຮຸ່ງເຮືອງໃນປັດຈຸບັນ ກໍຍ້ອນອາໄສພະລັງແຫ່ງການສຶກສາ ເປັນຫຼັກ. ດ້ວຍເຫດນັ້ນ, KOICA ຈຶ່ງມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການສຶກສາສາມາດປ່ຽນແປງຊີວິດຂອງຄົນ ແລະ ອະນາຄົດຂອງປະເທດຊາດໄດ້ ພ້ອມທັງຢາກແບ່ງປັນຄວາມເຊື່ອໝັ້ນນີ້ຮ່ວມກັບ ສປປ ລາວ.
ທ່ານ ນາງ ໂຊມຽງ ຈັງ ຍັງໄດ້ຍົກຄຳເວົ້າອັນຊົງຄຸນຄ່າຂອງ ທ່ານ ນາງ ເຮເລນ ເຄນເລີ (Helen Keller) ທີ່ວ່າ: “ວັນທີ່ສຳຄັນທີ່ສຸດໃນຊີວິດຂອງຂ້ອຍ ຄືວັນທີ່ຄູຂອງຂ້ອຍໄດ້ກ້າວເຂົ້າມາຫາຂ້ອຍ” ເພື່ອເຕືອນໃຈໃຫ້ຄູ-ອາຈານທຸກທ່ານໄດ້ຕື່ນຕົວ ແລະ ພາກພູມໃຈວ່າ ພວກທ່ານຄືຜູ້ທີ່ຈະສ້າງວັນທີ່ສຳຄັນທີ່ສຸດ ໃຫ້ແກ່ຊີວິດຂອງເດັກນ້ອຍພິການ ແລະ ອົງການ KOICA ຈະຍັງຄົງເປີດກວ້າງທຸກໂອກາດໃນການຮ່ວມມື ເພື່ອປັບປຸງລະບົບການສຶກສາ ແລະ ສ້າງສັງຄົມທີ່ຮຽນຮ່ວມ (ບໍ່ປ່ອຍປະໃຜໄວ້ຂ້າງຫຼັງ) ໃນ ສປປ ລາວ ຕໍ່ໄປໃນອະນາຄົດ.
ສຳລັບກອງປະຊຸມດັ່ງກ່າວ ແມ່ນຈະດຳເນີນໄປເປັນເວລາ 4 ວັນ ລະຫວ່າງວັນທີ 30 ມິຖຸນາ ຫາວັນທີ 3 ກໍລະກົດ 2026















