Skip to main content

ມາຣົກ ສົ່ງ ໂຮນລັງ ກັບບ້ານພ້ອມນ້ຳຕາ ຫຼັງຍິງຈຸດໂທດຊະນະໄປໄດ້ແບບຫວຸດຫວິດ 3-2 ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍໄດ້ສຳເລັດ

ໃນຕອນທ່ຽງວັນທີ 30 ມິຖຸນາ 2026 (ຕາມເວລາໃນ ສປປ ລາວ), ການແຂ່ງຂັນຄູ່ບິກແມັດ (Big Match) ຮອບ 32 ທີມສຸດທ້າຍ ໃນການແຂ່ງຂັນບານໂລກ 2026 ລະຫວ່າງ ທີມຊາດມາຣົກ (ໂມຣັອກໂກ) ແລະ ທີມຊາດໂຮນລັງ (ເນເທີແລນ) ທີ່ເມືອງມອນເຕີເຣ ປະເທດເມັກຊິໂກ ໄດ້ປິດສາກລົງດ້ວຍສະຖານະການທີ່ຕື່ນເຕັ້ນລະທຶກໃຈ ແລະ ເຕັມໄປດ້ວຍນ້ຳຕາແຫ່ງຄວາມຜິດຫວັງ ແລະ ດີໃຈ. ດ້ວຍຄວາມເດັດດ່ຽວໜຽວແໜ້ນ ບວກກັບຄວາມຍອດຍິ່ງຂອງຜູ້ຮັກສາປະຕູ ຢາດຊິນ ບູນູ (Yassine Bounou) ໃນການດວນຈຸດໂທດ ໄດ້ຊ່ວຍໃຫ້ ມາຣົກ ພິກສະຖານະການຈາກຕົກເປັນຮອງ ກັບມາເອົາຊະນະ ໂຮນລັງ ດ້ວຍຜົນການດວນຈຸດໂທດ 3-2 ຫຼັງຈາກສະເໝີກັນ 1-1 ໃນເວລາ 120 ນາທີ ສ້າງປະຫວັດສາດຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ໄປພົບກັບ ທີມຊາດການາດາ ເຈົ້າພາບຮ່ວມ.
ເກມການແຂ່ງຂັນດຳເນີນໄປຢ່າງດຸເດືອດ ແລະ ຂ້ຽວຂາດຕັ້ງແຕ່ຕອນຕົ້ນເກມ ດ້ວຍການປະທະກັນຢ່າງໜັກໜ່ວງຫຼາຍຄັ້ງ ເຊິ່ງທົດສອບຄວາມໜັກແໜ້ນຂອງກຳມະການ ວິນຕັນ ຊຳປາໂຢ. ໂດຍກາຍເປັນ ມາຣົກ ເປັນຝ່າຍທີ່ສ້າງໂອກາດໄດ້ຢ່າງຈະແຈ້ງກ່ອນໃນເຄິ່ງເວລາທຳອິດ ແຕ່ຍັງບໍ່ຜ່ານດ່ານຂອງ ບາດ ເວີບຣຸກເກນ ຜູ້ຮັກສາປະຕູທີມຊາດໂຮນລັງ ເຊັບລູກຍິງອັນຕະລາຍຂອງ ເນວ ເອວ-ໄອນາອຸຍ ແລະ ອາດຣາບ ຮາກີມີ ຢ່າງຕໍ່ເນື່ອງ. ຂະນະທີ່ອີກຝ່າຍ, ໂຮນລັງ ສາມາດຄອງບານໄດ້ດີກວ່າ ແຕ່ກໍຕ້ອງລໍຖ້າຈົນຮອດນາທີ 44 ຈຶ່ງໄດ້ທັກທາຍຈາກລູກຍິງໄກຂອງ ມິກກີ ຟານ ເດ ເຟນ ທີ່ເຮັດໃຫ້ ຢາດຊິນ ບູນູ ຕ້ອງໂດດປັດອອກໄປຢ່າງຫວຸດຫວິດ.
ຄວາມຕື່ນເຕັ້ນໄດ້ຖືກຍົກຂຶ້ນສູ່ຈຸດສູງສຸດໃນເຄິ່ງເວລາທີສອງ ເມື່ອການປ່ຽນແປງແຜນການຫຼິ້ນຂອງ ທ່ານ ໂຣນັນ ຄູມັນ ເລີ່ມເຫັນຜົນ. ໃນນາທີ 70 ວຸດ ເວເຮິດ ກອງໜ້າຕົວສຳຮອງ ໄດ້ໂໝ່ງບານຕັ້ງໃຫ້ ຄຣິເຊນຊີໂອ ຊຳເມີວິວ ຫຼຸດກັບດັກລ້ຳໜ້າ ແລ້ວເປີດບານຕັດເຂົ້າກາງໃຫ້ ໂຄດີ ກັກໂປ ແລ່ນເຂົ້າມາຊາດບານເຂົ້າກົ້ນຕາໜ່າງ ມາຣົກ ຢ່າງເດັດຂາດ. ຫຼັງຈາກຍິງປະຕູໄດ້, ກອງໜ້າຈາກສະໂມສອນ ລີເວີພູ ໄດ້ຄຸເຂົ່າລົງກັບພື້ນສະໜາມດ້ວຍຄວາມຕື້ນຕັນໃຈ ແລະ ໄດ້ຮັບການກອດໃຫ້ກຳລັງໃຈຢ່າງອົບອຸ່ນຈາກເພື່ອນຮ່ວມທີມ ເຊິ່ງມັນເປັນປະຕູທີ່ມີຄວາມໝາຍຢ່າງຍິ່ງສຳລັບລາວ ຫຼັງຈາກທີ່ຫາກໍຜ່ານພົ້ນຄວາມສູນເສຍອັນໃຫຍ່ຫຼວງ ຈາກການເສຍລູກນ້ອຍທີ່ຍັງບໍ່ທັນໄດ້ເກີດມາເມື່ອບໍ່ເທົ່າໃດວັນກ່ອນໜ້ານີ້.
ໃນຂະນະທີ່ທຸກຄົນຄິດວ່າ ໂຮນລັງ ຈະກຳຈະຄວ້າໂຄຕ້າຜ່ານເຂົ້າຮອບໄດ້ຢ່າງແນ່ນອນແລ້ວນັ້ນ, ສິ່ງທີ່ບໍ່ຄາດຝັນກໍເກີດຂຶ້ນໃນນາທີທົດເວລາບາດເຈັບທີໜຶ່ງ (90+1) ຈາກການເປີດບານຢ່າງແມ້ນຍຳຂອງຕົວສຳຮອງ ເຊມດີນ ຕານບີ ໃຫ້ ອິດຊາ ດິອັອບ ກອງຫຼັງຕົວເກັ່ງ ໂດດຂຶ້ນໂໝ່ງແບບບໍ່ມີຕົວປະກົບ ສົ່ງບານເຂົ້າປະຕູຢ່າງສວຍງາມ ຊ່ວຍໃຫ້ ມາຣົກ ໄລ່ຕີສະເໝີເປັນ 1-1 ແລະ ດຶງເກມເຂົ້າສູ່ການຫຼິ້ນໃນໄລຍະຕໍ່ເວລາພິເສດ.
ຕະຫຼອດການຫຼິ້ນ 30 ນາທີຂອງໄລຍະຕໍ່ເວລາພິເສດ, ເວີບຣຸກເກນ ຜູ້ຮັກສາປະຕູຂອງໂຮນລັງ ຍັງຄົງຮັບບົດເປັນພະເອກຊ່ວຍຊີວິດທີມໄວ້ ດ້ວຍການເຊັບລູກຍິງໄລຍະເຜົາຂົນຂອງ ຊູຟຽນ ຣາຮີມີ ຢ່າງບໍ່ໜ້າເຊື່ອ ເຮັດໃຫ້ທັງສອງທີມຕ້ອງໄປຕັດສິນກັນດ້ວຍການດວນຈຸດໂທດ.
ໃນການດວນຈຸດໂທດຕັດສິນຊາຕາກຳ, ເຖິງແມ່ນວ່າ ມາຣົກ ຈະພາດລູກທຳອິດ ໂດຍ ເອວ-ໄອນາອຸຍ ຍິງໄປຕຳຄານປະຕູ, ແຕ່ຄວາມເດັດດ່ຽວຂອງພວກເຂົາກໍສະແດງອອກມາໄດ້ທັນເວລາ ເມື່ອ ຢາດຊິນ ບູນູ ຜູ້ຮັກສາປະຕູປະສົບການສູງ ໄດ້ກາຍເປັນຮີໂຣຄົນສຳຄັນ ສາມາດບິນເຊັບລູກຍິງຈຸດໂທດຕັດສິນໃນຄົນທີຫ້າຂອງ ຄຣິເຊນຊີໂອ ຊຳເມີວິວ ໄວ້ໄດ້ຢ່າງໜ້າເຫຼືອເຊື່ອ. ຫຼັງຈາກນັ້ນທັນທີ, ອິດມາແອວ ໄຊບາຣີ ກອງໜ້າ ໄດ້ກ້າວອອກມາຍິງຢ່າງເລືອດເຢັນ ຜ່ານມື ເວີບຣຸກເກນ ເຂົ້າປະຕູໄປ ຊ່ວຍໃຫ້ ມາຣົກ ປິດເກມເອົາຊະນະຢ່າງຕື່ນເຕັ້ນ 3-2 ປະຕູ ລວມເປັນ 4-3.
ຈາກໄຊຊະນະໃນຄັ້ງນີ້ ເຮັດໃຫ້ ທີມຊາດມາຣົກ ຜ່ານເຂົ້າຮອບ 16 ທີມສຸດທ້າຍຢ່າງສະຫງ່າງາມ ໂດຍຈະໄປພົບກັບເຈົ້າພາບຮ່ວມ ທີມຊາດການາດາ ທີ່ເມືອງຮຸດຕັນ ໃນວັນເສົາທີ 4 ກໍລະກົດ 2026 ນີ້. ຂະນະທີ່ ໂຮນລັງ ຕ້ອງຕົກຮອບໄປຢ່າງໜ້າເສຍດາຍ ແລະ ເຈັບປວດ.
ພາບໂດຍ: AFP/TTXVN