ສກຂ ຄໍາມ່ວນ ຈັດກອງປະຊຸມປະຖົມນິເທດ ຄູອາສາສະໝັກ ເພື່ອກຽມບັນຈຸເຂົ້າເປັນລັດຖະກອນຄູໃໝ່ ປະຈຳປີ 2026
06/07/2026

ເພື່ອເປັນການກະກຽມຄວາມພ້ອມດ້ານບຸກຄະລາກອນສຶກສາ ແລະ ທົດແທນຄູທີ່ສູນເສຍໄປໃນແຕ່ລະປີ, ໃນວັນທີ 26 ມິຖຸນາ 2026 ທີ່ຜ່ານມາ, ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດກອງປະຊຸມປະຖົມນິເທດ ໃຫ້ແກ່ຄູອາສາສະໝັກ ທີ່ຈະໄດ້ຮັບການພິຈາລະນາບັນຈຸເຂົ້າເປັນລັດຖະກອນຄູໃໝ່ ປະຈຳປີ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ, ມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງການ, ວິຊາການຂະແໜງທີ່ກ່ຽວຂ້ອງ ພ້ອມດ້ວຍຄູອາສາສະໝັກ ຈຳນວນ 95 ທ່ານ.
ກອງປະຊຸມຈັດຂຶ້ນເພື່ອໃຫ້ຄູອາສາສະໝັກ ທີ່ຜ່ານການຄັດເລືອກໃນການທົດແທນຄູທີ່ສູນເສຍໃນປີ 2025 ໄດ້ຮັບຊາບກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງການເປັນລັດຖະກອນຄູໃໝ່ ໃນສົກປີ 2026. ເຜີຍແຜ່ລະບຽບກົດໝາຍ, ຈັນຍາບັນຂອງຄູ ແລະ ລະບຽບການຄຸ້ມຄອງລັດຖະກອນ ຢ່າງເຂັ້ມງວດ ເພື່ອໃຫ້ຄູໃໝ່ມີຄວາມເຂົ້າໃຈ ແລະ ພ້ອມປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.
ທ່ານ ນາງ ສຸກຂະເສີມ ສິດທິເດດ ໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມຕໍ່ຄູໃໝ່ທຸກທ່ານ ໃຫ້ຍົກສູງຄວາມຮັບຜິດຊອບ, ຄວາມອົດທົນ ແລະ ການເປັນແບບຢ່າງທີ່ດີໃຫ້ແກ່ນັກຮຽນ. ທ່ານໄດ້ເນັ້ນຢ້ຳວ່າ ການບັນຈຸເຂົ້າເປັນລັດຖະກອນຄູ ບໍ່ພຽງແຕ່ເປັນການຮັບປະກັນຊີວິດການເປັນຢູ່, ແຕ່ຍັງເປັນການອຸທິດສະຕິປັນຍາ ເພື່ອພັດທະນາຊັບພະຍາກອນມະນຸດຂອງແຂວງຄໍາມ່ວນ ໃຫ້ມີຄຸນນະພາບ.












