Skip to main content

ປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາດຶງເຊືອກແຫ່ງຊາດລາວ ຊຸດໃໝ່ ສົກປີ 2026-2029

06/07/2026
ພິທີປະກາດການປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາດຶງເຊືອກແຫ່ງຊາດລາວ ຊຸດໃໝ່ ໂດຍແຕ່ງຕັ້ງ ທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ເປັນປະທານ ໄດ້ມີຂຶ້ນໃນວັນທີ 29 ມິຖຸນາ 2026 ທີ່ ມສ ວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ປະທານ ແລະ ຮອງປະທານສະຫະພັນກິລາດຶງເຊືອກແຫ່ງຊາດລາວ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ໄດ້ມີຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງ ເອົາການປັບປຸງກົງຈັກການຈັດຕັ້ງ ຄະນະບໍລິຫານງານ ສະຫະພັນດຶງເຊືອກແຫ່ງຊາດລາວ ຊຸດໃໝ່ ດຳເນີນວຽກງານໃນໄລຍະສົກປີ 2026-2029 (4 ປີ) ສຳລັບຄະນະປະທານທີ່ປຶກສາ ປະກອບມີ ທ່ານ ຄໍາຄູນ ຄູນທະວົງ ຮອງປະທານສະມາຄົມນັກທຸລະກິດຫນຸ່ມແຫ່ງຊາດລາວ, ປະທານກວດກາ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ປະທານກຸ່ມບໍລິສັດ ຄູນທະວົງລາວ ກໍ່ສ້າງ ຄົບວົງຈອນ ຈຳກັດ, ທ່ານ ສຸຊາດ ແຈສຸວະພາບ ແລະ ທ່ານ ໄຕລັດ ຕັ້ງຈິດພຸດທະວົງ ຜູ້ອຳນວຍການ ບໍລິສັດ BP ຄອມພິວເຕີ.
ສ່ວນຄະນະບໍລິຫານງານສະຫະພັນກິລາດຶງເຊືອກແຫ່ງຊາດລາວ ແຕ່ງຕັ້ງທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ເປັນປະທານ ແລະ ຮອງປະທານ ຈຳນວນ 5 ທ່ານ ປະກອບມີ ທ່ານ ປອ ນາງ ຄໍາຫຼ້າ ເພັງສີດາລາ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ, ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນມັດທະຍົມສົມບູນວຽງຈັນ, ທ່ານ ສີສະອາດ ນິ້ມອາສາ ຮອງຜູ້ອຳນວຍການທະນາຄານສົ່ງເສີມກະສິກຳ ແລະ ທ່ານ ແສງເພັດ ບຸດສະບາປະເສີດ ທີ່ປຶກສາຄະນະອຳນວຍການໂຮງຮຽນ ມສ ວຽງຈັນ.
ຂະນະທີ່ ທ່ານ ນາງ ອານຸສິນ ບຸນຊູຮັກ ຮອງຫົວໜ້າພະແນກຄົ້ນຄວ້າ ແລະ ພັດທະນາ, ສະຖາບັນພັດທະນາອະຊີວະສຶກສາ ເປັນເລຂາທິການ, ທ່ານ ອຸໄທ ບັນນາລັກ ຫົວໜ້າໜ່ວຍງານບໍລິຫານ ໂຮງຮຽນ ມສ ວຽງຈັນ ເປັນຮອງເລຂາທິການ, ທ່ານ ໂອພາດ ພິດສະໄໝ ຮອງຫົວໜ້າກົມການບິນພົນລະເຮືອນ ເປັນນາຍຄັງ, ທ່ານ ສິດອາພອນ ດວງປະສິດ ຮອງຫົວໜ້າພະແນກຕິດຕາມ, ກວດກາປະເມີນຜົນ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເປັນຮອງນາຍຄັງ, ທ່ານ ນາງ ປະທຸມພອນ ພົມມະຈັນ ວິຊາການກິລາ-ກາຍຍະກຳ ແລະ ສິລະປະສຶກສາ ເປັນກຳມະການ, ທ່ານ ຄໍາພາວັນ ອິນທະວົງ ຄູສອນວິທະຍາໄລເຕັກນິກວິຊາຊີບ ມິດຕະພາບວຽງຈັນ-ຮ່າໂນ້ຍ ເປັນກຳມະການ, ທ່ານ ນາງ ມັດ ຖິ່ນມະນາວ ວິຊາການພາກວິຊາກິລາ-ກາຍຍະກຳ, ສະຖາບັນກິລາ-ກາຍຍະກຳເປັນກຳມະການ, ທ່ານ ນາງ ພອນໄຊ ປາວສະຫວັດ ວິຊາການໂຮງຮຽນພອນສະຫວັນກິລາ-ກາຍຍະກຳ, ສະຖາບັນກິລາ-ກາຍຍະກຳເປັນກຳມະການ ແລະ ທ່ານ ນາງ ດວງພະຈັນ ສຸລິດນະລາດ ຫົວໜ້າພະແນກສິລະປະສຶກສາ ເປັນກຳມະການ
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍເນັ້ນໜັກຄະນະບໍລິຫານງານຊຸດໃໝ່ ຮ່ວມແຮງຮ່ວມໃຈກັນ ເຜີຍແຜ່ກິລາດັ່ງກ່າວໃຫ້ມວນຊົນຊາວລາວ ໄດ້ຮັບຮູ້ຢ່າງທົ່ວເຖິງ ຈັດກິດຈະກຳໃຫ້ຕໍ່ເນື່ອງ ໂດຍສະເພາະໃນເທດສະການງານບຸນປາງໃຫຍ່ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມໃນການຮ່ວມມືກັບບັນດາສະມາຊິກຊາດໃນຂົງເຂດອາຊຽນ ແລະ ສາກົນ ສົ່ງເສີມກໍ່ສ້າງບຸກຄະລາກອນດ້ານກິລາໃຫ້ມີຄວາມສາມາດ ຮ່ວມແຂ່ງຂັນສ້າງຜົນງານເປັນກຽດ ແລະ ຊື່ສຽງໃຫ້ແກ່ປະເທດຊາດ ໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ