Skip to main content

“ເອັມບັບເປ” ຍິງສອງປະຕູ ພາ ຝຣັ່ງ ໄລ່ຕ້ອນ ຊູແອດ 3-0 ຜ່ານເຂົ້າຮອບ 16 ທີມ ໄປພົບ ປາຣາໄກວ

​ຄີລິຢັນ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ເຮັດຜົນງານໄດ້ຢ່າງຮ້ອນແຮງໃນການແຂ່ງຂັນເຕະບານໂລກ 2026 ຫຼັງຈາກຍິງເພີ່ມອີກ 2 ປະຕູ ພາທີມຊາດຝຣັ່ງ ໄລ່ຕ້ອນ ທີມຊາດຊູແອດ (ສະວີເດັນ) ແບບຄົນລະຊັ້ນ 3-0 ໃນຮອບ 32 ທີມສຸດທ້າຍ ເມື່ອຕອນເຊົ້າມືດວັນທີ 1 ກໍລະກົດ 2026 ຕາມເວລາໃນ ສປປ ລາວ ທີ່ສະໜາມ ນິວຢອກ ນິວເຈີຊີ ສະເຕດ້ຽມ, ສະຫະລັດອາເມຣິກາ.
ຈາກໄຊຊະນະດັ່ງກ່າວ ເຮັດໃຫ້ ທີມຊາດຝຣັ່ງ ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍໄປພົບກັບ ທີມຊາດປາຣາໄກວ ໃນວັນທີ 4 ກໍລະກົດ 2026.
​ຜົນງານ 2 ປະຕູທີ່ຍິງໄດ້ໃນເກມນີ້ ເຮັດໃຫ້ ເອັມບັບເປ ຍິງໄປແລ້ວເຖິງ 6 ປະຕູໃນເວີຄັບຮອບນີ້ ແລະ ຍິງໄປແລ້ວ 18 ປະຕູ ຈາກການລົງສະໜາມ 18 ນັດ ໃນການແຂ່ງຂັນເຕະບານໂລກ ຮອບສຸດທ້າຍ ຕາມຫຼັງສະຖິຕິສູງສຸດ 19 ປະຕູຂອງ ລິໂອເນວ ເມດຊີ ກອງໜ້າທີມຊາດອາກຊັງຕິນ (ອາເຈນຕິນາ) ພຽງແຕ່ປະຕູດຽວເທົ່ານັ້ນ.