Skip to main content

ຈີນ ເລັ່ງຊຸກດັນ AI ເຂົ້າສູ່ລະບົບການສຶກສາແຕ່ອະນຸບານຮອດມະຫາວິທະຍາໄລ ຫວັງສ້າງຄົນຮຸ່ນໃໝ່ສູ້ກັບຍຸກເຕັກໂນໂລຊີ

06/07/2026
ທຸກມື້ນີ້ ການແຂ່ງຂັນດ້ານປັນຍາປະດິດ (AI) ບໍ່ໄດ້ວັດແທກກັນພຽງແຕ່ໃຜມີຊິບທີ່ແຮງກວ່າ ຫຼື ສ້າງລະບົບໄດ້ທັນສະໄໝກວ່າອີກຕໍ່ໄປແລ້ວ ແຕ່ເກມນີ້ກຳລັງວັດກັນທີ່ “ປະເທດໃດຈະສ້າງປະຊາກອນໃຫ້ມີຄວາມເຂົ້າໃຈ ແລະ ນຳໃຊ້ AI ໄດ້ຫຼາຍກວ່າກັນ”
ຫຼ້າສຸດ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ໄດ້ເຄື່ອນໄຫວໃນເລື່ອງນີ້ຢ່າງຈິງຈັງທີ່ສຸດ ໂດຍລັດຖະບານໄດ້ສັ່ງຊຸກຍູ້ໃຫ້ວິຊາ AI ເຂົ້າໄປຢູ່ໃນລະບົບການສຶກສາແບບຄົບວົງຈອນ ເພື່ອໃຫ້ເດັກນ້ອຍເລີ່ມຮຽນຮູ້ຕັ້ງແຕ່ຊັ້ນອະນຸບານ ຍາວໄປຈົນຮອດລະດັບມະຫາວິທະຍາໄລ ໂດຍມີເປົ້າໝາຍສຳຄັນແມ່ນການສ້າງຄົນຮຸ່ນໃໝ່ໃຫ້ເຕີບໃຫຍ່ຂຶ້ນມາພ້ອມເຮັດວຽກໃນຍຸກທີ່ເສດຖະກິດເກືອບທຸກຂະແໜງການຕ້ອງເພິ່ງພາເຕັກໂນໂລຊີ.
ນະໂຍບາຍດັ່ງກ່າວ ເປັນສ່ວນໜຶ່ງຂອງແຜນພັດທະນາໄລຍະ 5 ປີ ຂອງລັດຖະບານຈີນ ແລະ ສອດຄ່ອງກັບເປົ້າໝາຍຂອງ ພະນະທ່ານປະທານປະເທດ ສີ ຈິ້ນຜິງ ທີ່ຕ້ອງການໃຫ້ຈີນກ້າວຂຶ້ນເປັນຜູ້ນຳດ້ານເຕັກໂນໂລຊີຂັ້ນສູງຂອງໂລກ.
ຈີນ ຊຸກຍູ້ AI ເຂົ້າຫ້ອງຮຽນໃນທຸກລະດັບຊັ້ນ
ແຜນການຫຼ້າສຸດຂອງລັດຖະບານຈີນ ປະກາດວ່າ ຕໍ່ຈາກນີ້ໄປ AI ຈະບໍ່ແມ່ນເລື່ອງຜູກຂາດຂອງນັກຮຽນສາຍຄອມພິວເຕີ ຫຼື ໄອທີ (IT) ອີກຕໍ່ໄປ ແຕ່ທຸກຄົນຕ້ອງໄດ້ຮຽນ ໂດຍມີເປົ້າໝາຍຫຼັກແມ່ນຢາກໃຫ້ນັກຮຽນ-ນັກສຶກສາຮູ້ເທົ່າທັນ AI ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ. ທັງນີ້ ຈະບໍ່ແມ່ນການຮຽນສະເພາະພາກທິດສະດີເທົ່ານັ້ນ ແຕ່ເນັ້ນຝຶກຝົນໃຫ້ເດັກນ້ອຍຮູ້ຈັກຄິດ, ວິເຄາະ, ເບິ່ງບັນຫາໃຫ້ອອກ ແລະ ນຳໃຊ້ AI ມາເປັນເຄື່ອງມືຊ່ວຍແກ້ໄຂບັນຫາໃນຊີວິດຕົວຈິງໄດ້.
ທີ່ສຳຄັນ ວຽກງານນີ້ລັດຖະບານຈີນບໍ່ໄດ້ເຮັດຫຼິ້ນໆ ເພາະໄດ້ມີການສັ່ງການໃຫ້ໜ່ວຍງານທ້ອງຖິ່ນທົ່ວປະເທດ ນຳເອົາແຜນການນີ້ໄປໝູນໃຊ້ໃຫ້ແທດເໝາະກັບແຕ່ລະພື້ນທີ່ ເພື່ອຮັບປະກັນໃຫ້ເກີດການຮຽນ-ການສອນດ້ານ AI ຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນສູງສຸດ.
ທີ່ຜ່ານມາ ຈີນໄດ້ທຸ້ມເທງົບປະມານ ແລະ ພັດທະນາເຕັກໂນໂລຊີທີ່ທັນສະໄໝຢ່າງຫຼວງຫຼາຍ ທັງໃນດ້ານ AI, ຊິບ ແລະ ຫຸ່ນຍົນ ເພື່ອຫວັງໃຊ້ເປັນຕົວຂັບເຄື່ອນເສດຖະກິດໃນໄລຍະຍາວ. ແນວໃດກໍຕາມ, ຈີນພັດຕ້ອງປະເຊີນໜ້າກັບການກົດດັນຈາກຊາດຕາເວັນຕົກ ໂດຍສະເພາະແມ່ນສະຫະລັດອາເມຣິກາ ທີ່ຄອຍຂັດຂວາງ ແລະ ສະກັດກັ້ນບໍ່ໃຫ້ຈີນເຂົ້າເຖິງເຕັກໂນໂລຊີຂັ້ນສູງໄດ້.
ເມື່ອຖືກກົດດັນຮອບດ້ານແບບນີ້ ຈີນຈຶ່ງຍິ່ງຕະໜັກດີວ່າ “ຕ້ອງຢືນຢູ່ດ້ວຍຂາຂອງຕົນເองໃຫ້ໄດ້” ເຮັດໃຫ້ການເລັ່ງສ້າງບຸກຄະລາກອນທີ່ເກັ່ງກ້າສາມາດ ໂດຍສະເພາະແມ່ນນັກວິໄຈ ຫຼື ວິສະວະກອນພາຍໃນປະເທດ ກາຍເປັນພາລະກິດເລັ່ງດ່ວນທີ່ຕ້ອງຮີບຮ້ອນຈັດຕັ້ງປະຕິບັດ.
ດັ່ງນັ້ນ, ການນຳເອົາວິຊາ AI ໄປບັນຈຸໄວ້ໃນຫຼັກສູດການສຶກສາຕັ້ງແຕ່ຍັງນ້ອຍ ຈຶ່ງບໍ່ແມ່ນພຽງແຕ່ການຜະລິດນັກສຶກສາຈົບໃໝ່ໃຫ້ພ້ອມກັບໂລກການເຮັດວຽກເທົ່ານັ້ນ ແຕ່ມັນແມ່ນການສ້າງຄົນຮຸ່ນໃໝ່ໄວ້ເປັນກຳລັງຫຼັກໃນການພັດທະນາ ແລະ ຄົ້ນຄວ້າເຕັກໂນໂລຊີຂອງປະເທດໃນອີກຫຼາຍສິບປີຂ້າງໜ້າ.
ຊຸກຍູ້ AI ເຕັມກຳລັງ ຄວບຄູ່ກັບມາດຕະການປົກປ້ອງແຮງງານ
ເຖິງແມ່ນວ່າຈະມີການຊຸກຍູ້ AI ຢ່າງສຸດຂີດ, ແຕ່ຈີນກໍບໍ່ໄດ້ປ່ອຍໃຫ້ເຕັກໂນໂລຊີເຂົ້າມາຍາດແຍ່ງວຽກເຮັດງານທຳຂອງປະຊາຊົນແບບຕາມມີຕາມເກີດ ເພາະລັດຖະບານຍັງຄົງພະຍາຍາມຮັກສາຄວາມສົມດຸນ ບໍ່ໃຫ້ສົ່ງຜົນກະທົບຕໍ່ຕະຫຼາດແຮງງານທີ່ຍັງມີຄວາມບອບບາງຢູ່.
• ໃນພາກສ່ວນຂອງນັກສຶກສາ: ກະຊວງສຶກສາທິການ ໄດ້ສັ່ງການໃຫ້ບັນດາມະຫາວິທະຍາໄລເນັ້ນໜັກການຮຽນ-ການສອນດ້ານ AI ຢ່າງເຂັ້ມງວດ ເພື່ອໃຫ້ນັກສຶກສາທີ່ຈົບອອກມາມີທັກສະທີ່ກົງກັບຄວາມຕ້ອງການຂອງພາກທຸລະກິດ ແລະ ຊ່ວຍໃຫ້ຊອກຫາວຽກເຮັດງານທຳໄດ້ງ່າຍຂຶ້ນ.
• ໃນພາກສ່ວນຂອງແຮງງານ: ສານຂອງຈີນເຄີຍໄດ້ມີການສະກັດກັ້ນ ແລະ ເຕືອນຫຼາຍບໍລິສັດໄປແລ້ວວ່າ “ຈະມາໄລ່ພະນັກງານອອກ ແລ້ວເອົາ AI ເຂົ້າມາປ່ຽນແທນແບບງ່າຍໆ ບໍ່ໄດ້”.
ດ້ວຍເຫດນີ້, ຈີນຈຶ່ງຕ້ອງການປ່ຽນຜ່ານປະເທດເຂົ້າສູ່ຍຸກ AI ແບບຄ່ອຍເປັນຄ່ອຍໄປ ໂດຍພະຍາຍາມຄວບຄຸມບໍ່ໃຫ້ອັດຕາການຫວ່າງງານຂອງປະຊາຊົນເພີ່ມຂຶ້ນສູງຍ້ອນຜົນກະທົບຈາກເຕັກໂນໂລຊີ.
ຈາກນະໂຍບາຍດັ່ງກ່າວ ຈະເຫັນໄດ້ຢ່າງຈະແຈ້ງວ່າ ຈີນບໍ່ໄດ້ເບິ່ງ AI ເປັນພຽງແຕ່ເຕັກໂນໂລຊີໃໝ່ ແຕ່ເບິ່ງວ່າມັນເປັນ “ວິຊາພື້ນຖານ” ທີ່ເດັກນ້ອຍຍຸກໃໝ່ຕ້ອງມີຕິດໂຕ ບໍ່ຕ່າງຫຍັງຈາກທັກສະການອ່ານອອກຂຽນໄດ້. ໃນຂະນະທີ່ປະເທດອື່ນໆ ຍັງຄົງລອງຜິດລອງຖືກ ຫຼື ນຳເອົາ AI ມາປະສົມປະສານໃນການຮຽນແບບຜ່ານໆ ແຕ່ຈີນໄດ້ເລີ່ມລົງມືວາງຮາກຖານ ແລະ ສ້າງປະຊາກອນໃຫ້ເຂົ້າໃຈ AI ແບບເຈາະເລິກຕັ້ງແຕ່ຍັງນ້ອຍ.
ເຖິງແມ່ນວ່ານະໂຍບາຍນີ້ຈະບໍ່ໄດ້ເຫັນຜົນໃນໄລຍະອັນສັ້ນ ແຕ່ຖ້າຈີນຍັງຄົງເອົາຈິງເອົາຈັງ ແລະ ພັດທະນາຢ່າງຕໍ່ເນື່ອງ, ສິ່ງນີ້ຈະກາຍເປັນຕົວແປສຳຄັນທີ່ສຸດ ທີ່ເຮັດໃຫ້ຈີນສາມາດແຂ່ງຂັນກັບທົ່ວໂລກໃນເວທີເຕັກໂນໂລຊີໄດ້ໃນໄລຍະຍາວຢ່າງແນ່ນອນ.
ແຫຼ່ງຂ່າວ: Bloomberg

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ