ຮອງລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີອາຊຽນ ເພື່ອຊຸກຍູ້ການສຶກສາຊັ້ນສູງແບບຍືນຍົງ ແລະ ຫັນເປັນດິຈິຕອນ
06/07/2026

ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີອາຊຽນ ວ່າດ້ວຍການເຂົ້າເຖິງ ແລະ ການພັດທະນາແບບຍືນຍົງໃນການສຶກສາຊັ້ນສູງ ຜ່ານລະບົບອອນລາຍ ໃນວັນທີ 26 ມິຖຸນາ 2026 ທີ່ຫ້ອງປະຊຸມ ຂອງກະຊວງ ສສກ ເຊິ່ງກອງປະຊຸມດັ່ງກ່າວ ຈັດຂຶ້ນຄຽງຄູ່ກັບກອງປະຊຸມປຶກສາຫາລືຂັ້ນເຈົ້າໜ້າທີ່ອາວຸໂສ ພາຍໃຕ້ຫົວຂໍ້: “ການສົ່ງເສີມການເຂົ້າເຖິງການສຶກສາຊັ້ນສູງທີ່ເທົ່າທຽມ ແລະ ມີຄຸນນະພາບ ໂດຍການຫັນເປັນດິຈິຕອນ, ຄວາມຍືນຍົງ ແລະ ເຊື່ອມໂຍງກັນໃນລະດັບພາກພື້ນ”.
ກອງປະຊຸມໂຕະມົນຄັ້ງນີ້ ເປັນເວທີລະດັບສູງທີ່ມີຄວາມໝາຍສຳຄັນ ໃນການແລກປ່ຽນທັດສະນະຍຸດທະສາດ ແລະ ກຳນົດແນວທາງການຮ່ວມມື ເພື່ອພັດທະນາລະບົບການສຶກສາຊັ້ນສູງໃນພາກພື້ນອາຊຽນ. ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຕາງໜ້າໃຫ້ ສປປ ລາວ ໄດ້ກ່າວມີຄຳເຫັນແລກປ່ຽນທັດສະນະ ໂດຍໄດ້ຢືນຢັນຄຳໝາຍໝັ້ນຂອງ ສປປ ລາວ ໃນການເສີມຂະຫຍາຍການເຂົ້າເຖິງການສຶກສາຊັ້ນສູງທີ່ມີຄຸນນະພາບ ແລະ ເທົ່າທຽມ ໂດຍຜ່ານການຫັນວຽກງານດັ່ງກ່າວໃຫ້ເປັນດິຈິຕອນ, ການຊຸກຍູ້ການນຳໃຊ້ນະວັດຕະກຳ ແລະ ການຮັດແໜ້ນການຮ່ວມມືກັບພາກພື້ນ. ນອກນັ້ນ, ສປປ ລາວ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສົ່ງເສີມການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ເພື່ອຮ່ວມກັນພັດທະນາລະບົບການສຶກສາຊັ້ນສູງແບບຮອບດ້ານ, ເຂັ້ມແຂງ ແລະ ຍືນຍົງສຳລັບທຸກຄົນ.
ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮ່ວມກັນຮັບຮອງເອົາເອກະສານສຳຄັນຂອງພາກພື້ນ ຈຳນວນ 3 ສະບັບ ຄື: ຖະແຫຼງການລັດຖະມົນຕີອາຊຽນດ້ານການສຶກສາຊັ້ນສູງ ວ່າດ້ວຍການເຂົ້າເຖິງ ແລະ ການພັດທະນາແບບຍືນຍົງ; ຂໍ້ກຳນົດຂອບການດຳເນີນງານຂອງສູນຄວາມເປັນເລີດອາຊຽນດ້ານການສ້າງ ແລະ ພັດທະນາຄູ; ບົດສະເໜີໂຄງການອາຊຽນ ເພື່ອການແລກປ່ຽນສາກົນດ້ານການເຄື່ອນຍ້າຍ ແລະ ທຶນການສຶກສາ, ການສະໜັບສະໜູນການຄົ້ນຄວ້າວິໄຈ ແລະ ແພລດຟອມເປົ້າໝາຍການພັດທະນາແບບຍືນຍົງ (ASEAN GEM Plus).
ພາບ-ຂໍ້ມູນ: ກົມຮ່ວມມືກັບຕ່າງປະເທດ ສສກ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ













