“ເຊເຣນາ ວິນລຽມ” ຫວນຄືນສະໜາມໃນຮອບ 4 ປີ ກ່ອນເສຍທ່າໃຫ້ດາວຮຸ່ງອົດສະຕຣາລີ ຕົກຮອບທຳອິດ ວິມເບີດັນ 2026

ເຊເຣນາ ວິນລຽມ (Serena Williams) ອະດີດນັກເທັນນິດຍິງມື 1 ຂອງໂລກ ແລະ ເຈົ້າຂອງແຊ້ມແກຣນສະແລມ 23 ສະໄໝ ອາຍຸ 44 ປີ ໄດ້ສ້າງຄວາມຮືຮາໃຫ້ກັບວົງການກິລາທົ່ວໂລກ ດ້ວຍການກັບມາລົງສະໜາມແຂ່ງຂັນອີກຄັ້ງໃນຮອບ 4 ປີ ໃນການແຂ່ງຂັນເທັນນິດ ແກຣນສະແລມ ລາຍການທີ 3 ຂອງປີ “ວິມເບີດັນ 2026” (Wimbledon 2026) ທີ່ນະຄອນຫຼວງລອນດອນ ປະເທດອັງກິດ ລະຫວ່າງວັນທີ 29 ມິຖຸນາ ຫາ 12 ກໍລະກົດນີ້. ແນວໃດກໍຕາມ, ຕຳນານຍອດນັກເທັນນິດຍິງຕ້ອງຢຸດເສັ້ນທາງໄວເກີນຄາດ ຫຼັງເສຍທ່າຕົກຮອບທຳອິດຢ່າງໜ້າເສຍດາຍ.
ໃນການແຂ່ງຂັນຮອບທຳອິດ, ເຊເຣນາ ເຊິ່ງໄດ້ຮັບສິດເຂົ້າຮ່ວມການແຂ່ງຂັນໃນຖານະ ໄວກາດ (Wild Card) ໂດຍບໍ່ຕ້ອງຜ່ານການຄັດເລືອກ, ຕ້ອງໂຄຈອນມາພົບກັບ ມາຢາ ຈ໋ອຍ (Maya Joint) ນັກເທັນນິດດາວຮຸ່ງ ໄວ 20 ປີ ຈາກອົດສະຕຣາລີ ເຊິ່ງປັດຈຸບັນຢູ່ອັນດັບ 87 ຂອງໂລກ.
ເກມການແຂ່ງຂັນດຳເນີນໄປຢ່າງດຸເດືອດ ແລະ ສຸດສູສີ ໂດຍທັງສອງຝ່າຍຕ່າງສູ້ກັນຢ່າງເຕັມທີ່ ເຮັດໃຫ້ຕ້ອງຕັດສິນກັນເຖິງ 3 ເຊັດ ກ່ອນທີ່ ເຊເຣນາ ຈະປະລາໄຊໃຫ້ກັບຄວາມສົດຂອງດາວຮຸ່ງຮຸ່ນນ້ອງໄປ 1-2 ເຊັດ ດ້ວຍຄະແນນ 3-6, 7-6 (ໄທເບຣກ 8/6) ແລະ 3-6 ປິດສາກການກັບມາຫວນຄືນສະໜາມຫຍ້າຂອງລາວໃນປີນີ້.
ສຳລັບ ເຊເຣນາ ວິນລຽມ ຖືເປັນໜຶ່ງໃນນັກກິລາທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງການແຂ່ງຂັນເທັນນິດ ວິມເບີດັນ ໂດຍລາວເຄີຍຍາດຄອງຖ້ວຍແຊ້ມປະເພດຍິງດ່ຽວໃນລາຍການນີ້ມາແລ້ວເຖິງ 7 ສະໄໝ ຄືໃນປີ 2002, 2003, 2009, 2010, 2012, 2015 ແລະ 2016. ເຖິງວ່າການກັບມາໃນຄັ້ງນີ້ຈະບໍ່ສາມາດຄວ້າໄຊຊະນະໄດ້ ແຕ່ການປາກົດຕົວຂອງລາວກໍຍັງຄົງສ້າງຮອຍຍິ້ມ ແລະ ສຽງເຊຍຢ່າງກຶກກ້ອງຈາກແຟນເທັນນິສທົ່ວໂລກ.
