Skip to main content

ເມືອງໄຊເຊດຖາ ແລະ ພາກສ່ວນທຸລະກິດ ມອບເງິນໃຫ້ທີມບານເຕະເຍົາວະຊົນ ເບ ສະຫວັນ ຫຼັງສ້າງຜົນງານເດັ່ນ ຄວ້າແຊ້ມລະດັບສາກົນ ຢູ່ ສສ ຫວຽດນາມ

06/07/2026
ຫຼາຍພາກສ່ວນພາຍໃນເມືອງໄຊເຊດຖາ ໄດ້ຮ່ວມກັນຊຸກຍູ້ ແລະ ມອບທຶນສະໜັບສະໜູນ ລວມມູນຄ່າ 85 ລ້ານກີບ ໃຫ້ແກ່ນັກກິລາເຍົາວະຊົນ ຂອງສະໂມສອນ ເບ ສະຫວັນ ເອັບຊີ (Bay Savanh FC) ທີ່ສາມາດສ້າງຜົນງານອັນໂດດເດັ່ນ ດ້ວຍການຄວ້າແຊ້ມໃນການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ “VIETNAM INTERNATIONAL ACF FOOTBALL TOURNAMENT” ທີ່ນະຄອນທ້າຍຫງວຽນ, ສສ ຫວຽດນາມ ຜ່ານມາ ເພື່ອເປັນຂວັນກຳລັງໃຈໃຫ້ແກ່ນ້ອງໆ ໃນການກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນລະດັບນານາຊາດ ທີ່ແຂວງຊຽງໃໝ່ (ປະເທດໄທ) ແລະ ນະຄອນຊຽງໄຮ (ສປ ຈີນ) ທີ່ຈະຈັດຂຶ້ນໃນໄວໆນີ້.
ພິທີມອບ-ຮັບທຶນສະໜັບສະໜູນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2026 ທີ່ສະໂມສອນ ຫ້ອງວ່າການປົກຄອງເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ບົວວອນ ສຸກລາແສງ ກຳມະການພັກນະຄອນຫຼວງ, ເລຂາພັກເມືອງໄຊເຊດຖາ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະທານກິດຕິມະສັກ ສະໂມສອນ ເບ ສະຫວັນ ເອັບຊີ ພ້ອມດ້ວຍຄະນະກຳມະການປົກຄອງເມືອງ, ຄະນະປະທານທີ່ປຶກສາກິດຕິມະສັກຂອງສະໂມສອນ, ຜູ້ຕາງໜ້າຫ້ອງການອ້ອມຂ້າງເມືອງ, ພາກສ່ວນທຸລະກິດ, ພະນັກງານທີ່ກ່ຽວຂ້ອງ ແລະ ນ້ອງໆນັກກິລາເຍົາວະຊົນ ຢ່າງພ້ອມພຽງ.
ໃນພິທີ, ທາງອຳນາດການປົກຄອງເມືອງໄຊເຊດຖາ ໄດ້ມອບໃບຍ້ອງຍໍຂັ້ນເມືອງ ພ້ອມທັງມອບເງິນອຸປະຖຳ ຈຳນວນ 50 ລ້ານກີບ ຈາກ ທ່ານ ປອ ນາງ ບົວວອນ ສຸກລາແສງ ເພື່ອເປັນການຊຸກຍູ້ ແລະ ສ້າງຂວັນກຳລັງໃຈໃຫ້ແກ່ນັກກິລາເຍົາວະຊົນ ໃນການສືບຕໍ່ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຄວາມສາມາດຂອງຕົນໃຫ້ແຂງແກ່ນຍິ່ງໆຂຶ້ນ. ນອກຈາກນີ້, ຍັງໄດ້ຮັບການສະໜັບສະໜູນເພີ່ມເຕີມຈາກພາກສ່ວນທຸລະກິດ ປະກອບມີ ທ່ານ ກົງ ເວີນ ຈົງ ຮອງປະທານບໍລິສັດ ສຽນເສີນ ລົງທຶນອະສັງຫາລິມະຊັບ ຈຳກັດ ມອບເງິນຊ່ວຍເຫຼືອ ຈຳນວນ 25 ລ້ານກີບ, ທ່ານ ນາງ ມາລີນາ ພະໄຊຍະວົງ ປະທານສະມາຄົມນັກທຸລະກິດໜຸ່ມ ເມືອງໄຊເຊດຖາ ຈຳນວນ 5 ລ້ານກີບ ແລະ ທ່ານ ທະນົງສັກ ບຸດກັດສະກາ ປະທານສະພາການຄ້າ ເມືອງໄຊເຊດຖາ ຈຳນວນ 5 ລ້ານກີບ.
ລວມມູນຄ່າການສະໜັບສະໜູນທັງໝົດໃນຄັ້ງນີ້ ເປັນເງິນທັງໝົດ 85 ລ້ານກີບ ເຊິ່ງການຮ່ວມແຮງຮ່ວມໃຈຈາກທຸກພາກສ່ວນໃນຄັ້ງນີ້ ຈະເປັນແຮງຊຸກດັນອັນສຳຄັນ ໃຫ້ນ້ອງໆນັກກິລາເຍົາວະຊົນສະໂມສອນ ເບ ສະຫວັນ ເອັບຊີ ສືບຕໍ່ສ້າງຊື່ສຽງ ແລະ ນຳເອົາຜົນສຳເລັດອັນສະຫງ່າງາມມາສູ່ປະເທດຊາດໃນເວທີສາກົນຕໍ່ໄປ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ