ເມັກຊິໂກ ເຈົ້າພາບຮ່ວມ ຟອມແຮງຕໍ່ເນື່ອງ ເອົາຊະນະ ເອກວາດໍ 2-0 ຜ່ານເຂົ້າຮອບ 16 ທີມ ຕາມຄາດໝາຍ

ສົມລາຄາເຈົ້າພາບຮ່ວມ! ທັບນັກເຕະທີມຊາດເມັກຊິໂກ ກ້າວເຂົ້າສູ່ຮອບ 16 ທີມສຸດທ້າຍໄດ້ຕາມເປົ້າໝາຍ ຫຼັງໂຊຄວາມເດັດຂາດເອົາຊະນະ ທີມຊາດເອກວາດໍ ໄປໄດ້ 2-0 ໃນການແຂ່ງຂັນເຕະບານໂລກ 2026 ຮອບ 32 ທີມສຸດທ້າຍ ໃນຕອນເຊົ້າວັນທີ 1 ກໍລະກົດ 2026 ທີ່ສະໜາມ ເອັດຕາດິໂອ ອັດເຕກາ ປະເທດເມັກຊິໂກ.
ເກມນີ້ຕ້ອງໄດ້ເລື່ອນເວລາ ຫຼ້າຊ້າກວ່າກຳນົດເດີມໄປເຖິງ 1 ຊົ່ວໂມງເຕັມ ເນື່ອງຈາກບັນຫາສະພາບອາກາດທີ່ມີຟ້າຮ້ອງຟ້າຜ່າລົງມາເປັນໄລຍະ ແຕ່ເມື່ອສຽງໝາກຫວີດເລີ່ມຂຶ້ນ ເມັກຊິໂກ ກໍບໍ່ເຮັດໃຫ້ແຟນບານໃນບ້ານຂອງຕົນເອງຕ້ອງຜິດຫວັງ ໂດຍໃນເຄິ່ງເວລາທຳອິດ ເມັກຊິໂກ ໂຊຄວາມເດັດຂາດ ຂຶ້ນນຳໄປກ່ອນເຖິງ 2-0 ຈາກການປະສານງານຂອງສອງກອງໜ້າຄູ່ຫູທີ່ຍິງຄົນລະປະຕູຢ່າງ ຮູລຽນ ກິນໂຍເນດ ແລະ ຣາອູນ ຮິເມເນດ.
ສ່ວນໃນເຄິ່ງເວລາທີສອງ ເມັກຊິໂກ ຫັນມາເນັ້ນຫຼິ້ນແບບຮັດກຸມ ແລະ ຮັກສາລະບຽບວິໄນໃນເກມຮັບໄດ້ເປັນຢ່າງດີ ເຖິງວ່າຝ່າຍ ເອກວາດໍ ຈະພະຍາຍາມເປີດເກມບຸກເຂົ້າໃສ່ຢ່າງຕໍ່ເນື່ອງເພື່ອຫວັງທວງປະຕູຄືນ ແຕ່ຈັງຫວະສຸດທ້າຍກັບຂາດຄວາມເດັດຂາດໄປເອງ ແຖມໃນໄລຍະທົດເວລາບາດເຈັບ ເອກວາດໍ ຕ້ອງມາເຫຼືອຜູ້ຫຼິ້ນພຽງ 10 ຄົນ ເມື່ອ ປີເອໂຣ ອິນຄາປີເອ ໃຊ້ມືງຸ້ມປາກເວົ້າກັບນັກເຕະເມັກຊິໂກ ເຮັດໃຫ້ຖືກໃບແດງໄລ່ອອກຈາກສະໜາມໄປ ແລະ ຈົບເກມ ເມັກຊິໂກ ຄວ້າໄຊຊະນະໄປໄດ້ສຳເລັດ.
ໄຮໄລ້ເກມ:
• 1-0 ຮູລຽນ ກິນໂຍເນດ (ນາທີ 22)
• 2-0 ຣາອູນ ຮິເມເນດ (ນາທີ 31)
• ປີເອໂຣ ອິນຄາປີເອ (ເອກວາດໍ) ໂດນໃບແດງ (ນາທີ 90+4)
ເມັກຊິໂກ ຜ່ານເຂົ້າຮອບ 16 ທີມສຸດທ້າຍ ໄປລໍຖ້າພົບຜູ້ຊະນະລະຫວ່າງ ທີມຊາດອັງກິດ ກັບ ທີມຊາດດີອາ ຄອງໂກ (DR Congo)… ແຟນໆຄິດວ່າ “ເມັກຊິໂກ” ທີ່ໄດ້ຫຼິ້ນໃນບ້ານຂອງຕົນເອງ ຈະສາມາດໄປໄດ້ໄກເຖິງຂັ້ນໃດໃນທົວນາເມນນີ້?. ສະແດງຄວາມຄິດເຫັນກັນໄດ້ເລີຍທີ່ຄອມເມັ້ນ.
ແປ ແລະ ຮຽບຮຽງໂດຍ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News

