ອານັນໄຊ ແລະ ພູຄູນ ຄວ້າແຊ້ມລົດຖີບ ຊີງແຊ໋ມປະເທດລາວ ປະຈຳປີ 2026 ໄປຄອງຢ່າງຍິ່ງໃຫຍ່
06/07/2026

ສະຫະພັນກິລາລົດຖີບແຫ່ງຊາດລາວ ປະສົບຜົນສຳເລັດຢ່າງຈົບງາມໃນການຈັດການແຂ່ງຂັນລົດຖີບ ຊີງແຊ໋ມປະເທດລາວ ປະຈຳປີ 2026 ລະຫວ່າງວັນທີ 27-28 ມິຖຸນາ 2026 ທີ່ຜ່ານມາ ໂດຍມີນັກປັ່ນມືດີຈາກທົ່ວປະເທດເຂົ້າຮ່ວມຊີງໄຊຢ່າງຄຶກຄື້ນ ພາຍໃຕ້ສະພາບອາກາດທີ່ຮ້ອນເອົ້າ ແຕ່ເຕັມໄປດ້ວຍຄວາມດຸເດືອດ.
ການແຂ່ງຂັນໃນຄັ້ງນີ້ ມີການຊີງໄຊກັນທັງໝົດ 6 ລາຍການ ໃນ 4 ຮຸ່ນອາຍຸ ໂດຍແບ່ງການແຂ່ງຂັນອອກເປັນ 2 ມື້ ໃນເສັ້ນທາງທີ່ແຕກຕ່າງກັນ ເພື່ອທົດສອບຄວາມສາມາດ ແລະ ສະມັດຖະພາບຂອງນັກກິລາຢ່າງຮອບດ້ານ ໂດຍມື້ທຳອິດ (27 ມິຖຸນາ) ແຂ່ງຂັນຢູ່ເສັ້ນທາງບໍລິເວນບຶງທາດຫຼວງ ນະຄອນຫຼວງວຽງຈັນ ປະກອບມີ 2 ລາຍການຄື: ປະເພດດ່ຽວຊາຍ ໄລຍະໄກ ຮຸ່ນເຍົາວະຊົນ (ໄລຍະທາງ 14 ກິໂລແມັດ, ນັກກິລາ 13 ຄົນ) ແລະ ດ່ຽວຊາຍ ໄລຍະໄກ ຮຸ່ນທົ່ວໄປ (ໄລຍະທາງ 20 ກິໂລແມັດ, ນັກກິລາ 24 ຄົນ). ສ່ວນມື້ທີສອງ (28 ມິຖຸນາ) ເລີ່ມຕົ້ນທີ່ຮ້ານກາເຟສີນຸກ ຈຸດທາງດ່ວນ ລາວ-ຈີນ (ນະຄອນຫຼວງວຽງຈັນ-ວັງວຽງ) ແຂ່ງຂັນ 4 ລາຍການຄື: ຈັບເວລາ ດ່ຽວຊາຍ ເຍົາວະຊົນ, ຈັບເວລາ ດ່ຽວຊາຍ ຮຸ່ນທົ່ວໄປ, ດ່ຽວຍິງ ໄລຍະໄກ ຮຸ່ນທົ່ວໄປ ແລະ ດ່ຽວຊາຍ ຮຸ່ນອາຍຸ 40 ປີຂຶ້ນໄປ.
ຜົນການແຂ່ງຂັນໃນແຕ່ລະປະເພດ:
1. ປະເພດດ່ຽວຊາຍ ໄລຍະໄກ ຮຸ່ນທົ່ວໄປ (20 ກິໂລແມັດ)
• ຊະນະເລີດ: ອານັນໄຊ ວິລາກົງ
• ອັນດັບສອງ: ເຈໂຣມ
• ອັນດັບສາມ: ວໍລະວັດ ພາໂພ
2. ປະເພດດ່ຽວຊາຍ ໄລຍະໄກ ຮຸ່ນເຍົາວະຊົນ (14 ກິໂລແມັດ)
• ຊະນະເລີດ: ພູຄູນ ຈັນສີດາ (ບືນເຂົ້າເສັ້ນໄຊຊະນະກັນພຽງສ້ຽວວິນາທີ)
• ອັນດັບສອງ: ບຸນປະເສີດ ຈັນທະຜາລີ
• ອັນດັບສາມ: ທະນະວິນ ສີຈັນທາ
3. ປະເພດຈັບເວລາ ດ່ຽວຊາຍ ຮຸ່ນທົ່ວໄປ
• ຊະນະເລີດ: ຖາວອນ ພົນອາສາ
• ອັນດັບສອງ: ເທບປະສິດ ພົງສຸວັນ
• ອັນດັບສາມ: ກອງມະນີ ໄຊຍະລາດ
4. ປະເພດຈັບເວລາ ດ່ຽວຊາຍ ຮຸ່ນເຍົາວະຊົນ
• ຊະນະເລີດ: ບຸນປະເສີດ ຈັນທະຜາລີ
• ອັນດັບສອງ: ພູຄູນ ຈັນສີດາ
• ອັນດັບສາມ: ພູສະຫວັດ ມະຫາທິລາດ
5. ປະເພດດ່ຽວຍິງ ໄລຍະໄກ ຮຸ່ນທົ່ວໄປ
• ຊະນະເລີດ: ທອງຄູນ ໄທປັນຍາວົງ
• ອັນດັບສອງ: ໂບຕັນ ວິໄຊ
• ອັນດັບສາມ: ພູໂຂງ ແພງປາສັກ
6. ປະເພດດ່ຽວຊາຍ ຮຸ່ນອາວຸໂສ (ອາຍຸ 40 ປີຂຶ້ນໄປ)
• ຊະນະເລີດ: ທ່ານ ລຳເງິນ ວັນນະສຸກ
• ອັນດັບສອງ: ທ່ານ ພຸດທະສອນ ອິນທະມິດ
• ອັນດັບສາມ: ທ່ານ ອາທິດ ສົ້ມອົ້ມ
ໃນໂອກາດນີ້, ທ່ານ ປອ ຫົງຄຳ ສຸວັນນະວົງ ປະທານສະຫະພັນລົດຖີບແຫ່ງຊາດລາວ ໄດ້ໃຫ້ສຳພາດວ່າ: “ການຈັດການແຂ່ງຂັນຄັ້ງນີ້ ແມ່ນມີຈຸດປະສົງເພື່ອຍົກລະດັບ ແລະ ພັດທະນາກິລາລົດຖີບຂອງລາວໃຫ້ກ້າວໜ້າ, ມີຄຸນນະພາບທຽບເທົ່າກັບລະດັບພາກພື້ນ ແລະ ສາກົນ. ທີ່ສຳຄັນແມ່ນເພື່ອສົ່ງເສີມ ແລະ ສ້າງນັກກິລາຮຸ່ນເຍົາວະຊົນ ເພື່ອສືບທອດປ່ຽນແທນໃນອະນາຄົດ ຄຽງຄູ່ກັບການສ້າງຄວາມເຂັ້ມແຂງໃຫ້ແກ່ທີມຊາດລາວ ແລະ ສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບ ກໍຄືຄວາມສາມັກຄີຮັກແພງ.”
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026
- ສສກ ອົບຮົມວຽກງານການຈັດຊື້-ຈັດຈ້າງ ໃຫ້ຜູ້ຮັບຜິດຊອບຂອງບັນດາຫົວໜ່ວຍການເງິນທີ່ຂຶ້ນກັບກະຊວງ
- ຟີຟາ ສັ່ງສອບສວນເຫດການຫຼັງເກມນັດຊີງຊະນະເລີດບານໂລກ 2026
- ລະດົມຄວາມຄິດໃສ່ (ຮ່າງ) ຄຳແນະນຳ ກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ
ຂ່າວທີ່ອ່ານຫຼາຍ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026




