Skip to main content

“ເຄນ” ຮີໂຣ ຍິງສອງປະຕູພາ ອັງກິດ ແຊງຊະນະ ດີອາ ຄອງໂກ 2-1 ຜ່ານເຂົ້າຮອບ 16 ທີມ ບານໂລກ 2026

​ທັບນັກເຕະທີມຊາດອັງກິດ ທີມຂວັນໃຈມະຫາຊົນແຫ່ງວົງການບານເຕະ ຕ້ອງອອກແຮງເມື່ອຍກວ່າທີ່ຄາດ ຫຼັງຖືກ ດີອາ ຄອງໂກ ຂຶ້ນນຳກ່ອນ ແຕ່ສຸດທ້າຍ ແຮຣີ ເຄນ ສວມບົດຮີໂຣເໝົາຄົນດຽວ 2 ປະຕູ ພາ ອັງກິດ ພິກແຊງກັບມາຄວ້າໄຊ 2-1 ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍໄດ້ສຳເລັດ.
​ດີອາ ຄອງໂກ ສ້າງເຊີໄພຣຕັ້ງແຕ່ຕົ້ນເກມ ເມື່ອ ໄບຣອັນ ຊິເພັງກາ ຍິງໃຫ້ທີມຂຶ້ນນຳ ກ່ອນທີ່ອັງກິດຈະເປີດເກມບຸກບຸກຢ່າງໜັກເຕັມຮູບແບບ ແລະ ມາເລັ່ງເຄື່ອງໃນເຄິ່ງຫຼັງຈົນ ແຮຣີ ເຄນ ໂໝ່ງຕີສະເໝີ 1-1 ໃນນາທີທີ 75.
​ກ່ອນອີກສິບນາທີຕໍ່ມາ ຫົວໜ້າທີມຊາດອັງກິດ ໄວ 32 ປີ ຈະມາຍິງປະຕູທີສອງຂອງຕົວເອງ ກາຍເປັນປະຕູໄຊ ພາ ອັງກິດ ພິກສະຖານະການຄວ້າໄຊ ພ້ອມຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ໄປພົບກັບ ເຈົ້າພາບຮ່ວມ ເມັກຊິໂກ ໃນວັນທີ 5 ກໍລະກົດນີ້.
​ສ່ວນ ດີອາ ຄອງໂກ ເຖິງວ່າຕ້ອງຢຸດຕິເສັ້ນທາງໄວ້ພຽງຮອບ 32 ທີມສຸດທ້າຍ ແຕ່ພວກເຂົາສ້າງປະຫວັດສາດດ້ວຍການຜ່ານເຂົ້າສູ່ຮອບນັອກເອົາບານໂລກໄດ້ເປັນຄັ້ງທຳອິດ ແລະ ເກືອບສ້າງໜຶ່ງໃນເຊີໄພຣຄັ້ງໃຫຍ່ຂອງທົວນາເມັນ.
​ ໄຮໄລ້ເກມ:
​ 0-1 ໄບຣອັນ ຊິເພັງກາ ນ.7
 1-1 ແຮຣີ ເຄນ ນ.75
 2-1 ແຮຣີ ເຄນ ນ.86
​ ໂປຣແກຣມນັດຕໍ່ໄປ
​ ຮອບ 16 ທີມສຸດທ້າຍ
 5 ກ.ຄ. ອັງກິດ ພົບ ເມັກຊິໂກ
​ພາບໂດຍ: FIFAWorldCup