ແບນຊິກ ໂກ່ງຄວາມຕາຍກັບມາແຊງຊະນະ ເຊເນການ 3-2 ຜ່ານເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026

ທີມຊາດແບນຊິກ (ເບວຢ້ຽມ) ໂກ່ງຄວາມຕາຍກັບມາໄດ້ແບບໜ້າເຫຼືອເຊື່ອ ຫຼັງພິກຈາກຕາມຫຼັງ 0-2 ກັບມາແຊງຊະນະ ທີມຊາດເຊເນການ 3-2 ໃນໄລຍະຕໍ່ເວລາພິເສດ ການແຂ່ງຂັນເຕະບານໂລກ 2026 ຮອບ 32 ທີມສຸດທ້າຍ ເມື່ອຕອນເຊົ້າມືດວັນທີ 2 ກໍລະກົດ 2026 ຕາມເວລາໃນ ສປປ ລາວ.
ເກມນີ້, ແບນຊິກ ຕາມຫຼັງເຖິງ 2 ປະຕູ ແຕ່ຮຶດລົວຍິງຕີສະເໝີ 2-2 ໃນໄລຍະ 4 ນາທີສຸດທ້າຍຂອງເວລາປົກກະຕິ ກ່ອນມາໄດ້ຈຸດໂທດໃນນາທີ 120+5 ຈາກ ຢູຣີ ຕີເລີມັນ ທີ່ສັງຫານບໍ່ພາດ ສົ່ງທີມຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍໄດ້ຢ່າງສຸດລະທຶກໃຈ.
ໄຊຊະນະນັດນີ້ເຮັດໃຫ້ ແບນຊິກ ຮັກສາສະຖິຕິບໍ່ເສຍໃຫ້ທີມໃດເປັນ 17 ນັດຕິດຕໍ່ກັນ ໃນທຸກລາຍການ (ຊະນະ 11 ສະເໝີ 6) ພ້ອມຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ໄປພົບຜູ້ຊະນະລະຫວ່າງ ສະຫະລັດ ອາເມຣິກາ ຫຼື ບອດນີ ໃນວັນທີ 6 ກໍລະກົດ 2026.
ນອກຈາກນີ້ ຈຸດໂທດຂອງ ຢູຣີ ຕີເລີມັນ ໃນນາທີ 120+5 ຍັງກາຍເປັນ ປະຕູທີ່ເກີດຂຶ້ນຊ້າທີ່ສຸດໃນປະຫວັດສາດບານໂລກ ອີກດ້ວຍ.
ແຟນບານຄິດວ່າ ແບນຊິກ ຊຸດນີ້ມີລຸ້ນໄປໄດ້ໄກເຖິງຮອບໃດ?
ພາບໂດຍ: FIFAWorldCup
ແປ ແລະ ຮຽບຮຽງໂດຍ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News
