Skip to main content

ເປີດຊຸດຝຶກອົບຮົມພັກແລ້ງ ສໍາລັບຄູສອນພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາ ປະຈຳປີ 2026 ເພື່ອຍົກສູງຄຸນນະພາບການສຶກສາ

06/07/2026
ໃນວັນທີ 1 ກໍລະກົດ 2026, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ (JF) ໄດ້ຈັດພິທີເປີດການຝຶກອົບຮົມພັກແລ້ງ ສໍາລັບຄູສອນພາສາຍີ່ປຸ່ນ ປະຈຳໂຮງຮຽນມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄູຊາກາເບະ ໂຢຊຸເກະ (Kusakabe Yosuke), ຜູ້ຕາງໜ້າມູນນິທິຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ນາງ ຈະເລີນສັກ ຄຳສັກປະສິດ ຫົວໜ້າພະແນກບໍລິຫານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຫົວໜ້າພະແນກ, ຜູ້ອຳນວຍການໂຮງຮຽນ ແລະ ບັນດາຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
​ໃນພິທີດັ່ງກ່າວ, ທ່ານ ຄູຊາກາເບະ ໂຢຊຸເກະ ໄດ້ກ່າວສະແດງຄວາມຍິນດີ ແລະ ຂອບໃຈມາຍັງທຸກພາກສ່ວນ ທີ່ໄດ້ໃຫ້ການຮ່ວມມືຢ່າງສະໜິດແໜ້ນໃນການພັດທະນາການສຶກສາພາສາຍີ່ປຸ່ນຢູ່ ສປປ ລາວ. ທ່ານໄດ້ເນັ້ນໜັກວ່າ: ​”ມູນນິທິຍີ່ປຸ່ນ ຍັງຄົງມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ປັບປຸງການຮຽນ-ການສອນພາສາຍີ່ປຸ່ນໃນທົ່ວໂລກ ກໍຄືຢູ່ ສປປ ລາວ ໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ.”
​ໂຄງການສະໜັບສະໜູນການສຶກສາພາສາຍີ່ປຸ່ນ ໃນຊັ້ນມັດທະຍົມສຶກສາຂອງລາວ ໄດ້ເລີ່ມຕົ້ນມາຕັ້ງແຕ່ປີ 2015 ເຊິ່ງໃນປັດຈຸບັນແມ່ນກ້າວເຂົ້າສູ່ປີທີ 10 ແລະ ໄດ້ຮັບໝາກຜົນຢ່າງໜັກແໜ້ນ. ພາຍໃຕ້ການຮ່ວມມືຢ່າງໃກ້ຊິດກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ປຶ້ມແບບຮຽນ “ນິຮົງໂກະ” (Nihongo) ທັງໝົດ 7 ເຫຼັ້ມ ແມ່ນໄດ້ສຳເລັດການຮຽບຮຽງໃນປີ 2024. ຫຼັງຈາກນັ້ນ, ໃນເດືອນກັນຍາ ປີ 2025 ຜ່ານມາ, ໄດ້ມີໂຮງຮຽນໃໝ່ອີກ 6 ແຫ່ງໃນນະຄອນຫຼວງວຽງຈັນ ທີ່ໄດ້ນຳໃຊ້ປຶ້ມແບບຮຽນນີ້ ແລະ ເປີດການຮຽນ-ການສອນພາສາຍີ່ປຸ່ນຢ່າງເປັນທາງການ.
​ນອກຈາກນະຄອນຫຼວງວຽງຈັນແລ້ວ, ໂຄງການຍັງໄດ້ຂະຫຍາຍຕົວໄປສູ່ທ້ອງຖິ່ນ ໂດຍສະເພາະຢູ່ແຂວງຫຼວງພະບາງ ໄດ້ມີການຈັດຝຶກອົບຮົມທຸກໆອາທິດໃຫ້ແກ່ຄູອາຈານຈາກ 3 ໂຮງຮຽນເປົ້າໝາຍ ຕັ້ງແຕ່ເດືອນມັງກອນ ປີ 2026 ເປັນຕົ້ນມາ ແລະ ຈະເລີ່ມເປີດການຮຽນ-ການສອນພາສາຍີ່ປຸ່ນຢ່າງເຕັມຮູບແບບໃນເດືອນກັນຍານີ້. ພ້ອມກັນນັ້ນ, ໂຮງຮຽນຮາກແກ້ວ ກໍເປັນອີກໜຶ່ງໂຮງຮຽນທີ່ໄດ້ຕົກລົງນຳໃຊ້ປຶ້ມແບບຮຽນ “ນິຮົງໂກະ” ເຂົ້າໃນຫຼັກສູດ ຕັ້ງແຕ່ສົກຮຽນໃໝ່ນີ້ເປັນຕົ້ນໄປ, ເຊິ່ງຄູອາຈານຈາກໂຮງຮຽນດັ່ງກ່າວ ກໍໄດ້ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ເຊັ່ນດຽວກັນ. ​ໃນປັດຈຸບັນ, ໂຮງຮຽນເປົ້າໝາຍທີ່ໄດ້ຮັບການສະໜັບສະໜູນການສຶກສາພາສາຍີ່ປຸ່ນເພີ່ມຂຶ້ນເປັນ 14 ແຫ່ງ, ໃນນັ້ນມີ ​11 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ແລະ ​3 ແຫ່ງ ຢູ່ແຂວງຫຼວງພະບາງ.
​ນອກຈາກການຝຶກອົບຮົມພັກແລ້ງ ແລະ ການຝຶກອົບຮົມປົກກະຕິແລ້ວ, ມູນນິທິຍີ່ປຸ່ນ ຍັງມີແຜນການທີ່ຈະສົ່ງຄູສອນພາສາຍີ່ປຸ່ນຈຳນວນ 10 ທ່ານ ເດີນທາງໄປເຂົ້າຮ່ວມການຝຶກອົບຮົມ ແລະ ທັດສະນະສຶກສາກ່ຽວກັບການດຳລົງຊີວິດຢູ່ປະເທດຍີ່ປຸ່ນ ໃນໄລຍະທ້າຍປີນີ້ ເພື່ອນຳເອົາຄວາມຮູ້ ແລະ ປະສົບການຕົວຈິງ ມາໝູນໃຊ້ເຂົ້າໃນການພັດທະນາການຮຽນ-ການສອນ ແລະ ສ້າງຊັບພະຍາກອນມະນຸດດ້ານພາສາຍີ່ປຸ່ນໃນລາວ ໃຫ້ມີຄຸນນະພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ