10 ຄົນແຕ່ບໍ່ມີບັນຫາ! ສະຫະລັດ ໄລ່ຕ້ອນ ບອດນີ 2-0 ຜ່ານເຂົ້າຮອບ 16 ທີມ ໄປພົບ ແບນຊິກ

ທີມຊາດສະຫະລັດອາເມຣິກາ ເຈົ້າພາບນຮ່ວມ ເຖິງຈະເຫຼືອຜູ້ຫຼິ້ນພຽງແຕ່ 10 ຄົນ ແຕ່ກໍບໍ່ມີບັນຫາຫຍັງ ສາມາດຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍໄດ້ສຳເລັດ ຫຼັງໄລ່ບົດເອົາຊະນະ ທີມຊາດບອດນີ ໄປໄດ້ 2-0 ໃນການແຂ່ງຂັນເຕະບານໂລກ 2026 ຮອບ 32 ທີມສຸດທ້າຍ ເມື່ອຕອນເຊົ້າວັນທີ 2 ກໍລະກົດ 2026 ທີ່ປະເທດສະຫະລັດອາເມຣິກາ.
ໂດຍໃນເຄິ່ງເວລາທຳອິດ ສະຫະລັດ ໄດ້ປະຕູຂຶ້ນນຳໄປກ່ອນ 1-0 ໃນນາທີສຸດທ້າຍຂອງເຄິ່ງທຳອິດ ຈາກ ໂຟລາຣິນ ບາໂລກັນ ແຖມໃນໄລຍະທົດເວລາບາດເຈັບເກືອບຈະໜີຫ່າງເປັນສອງປະຕູ ແຕ່ລູກຍິງຂອງ ບາໂລກັນ ຊ້ຳພັດໄປຕຳຄານດັງສະໜັ່ນອອກໄປຢ່າງໜ້າເສຍດາຍ.
ໃນທີ່ສຸດກໍມີດຣາມ້າໃນເຄິ່ງຫຼັງ ເມື່ອ ບາໂລກັນ ຈາກຮີໂຣກາຍ ມາກາຍເປັນຜູ້ທີ່ຕ້ອງໄດ້ຍ່າງອອກຈາກສະໜາມ ເມື່ອໄປຖືກໃບແດງໄລ່ອອກ ຈາກການເຮັດຟາວຢຽບໃສ່ຂໍ້ຕີນຂອງ ຕາຣິກ ມູຮາເຣໂມວິດ ກອງຫຼັງບອດນີ ເຮັດໃຫ້ສະຫະລັດ ຕ້ອງຫຼິ້ນ 10 ຄົນ ຮ່ວມເຄິ່ງຊົ່ວໂມງ.
ແຕ່ເຖິງຈະມີຕົວຜູ້ຫຼິ້ນໜ້ອຍກວ່າ ສະຫະລັດ ເຈົ້າພາບຮ່ວມ ກໍຍັງເດັດຂາດ ໄດ້ປະຕູປິດເກມເປັນ 2-0 ຈາກລູກຟຣີຄິກສຸດງາມຂອງ ມາລິກ ທິວແມນ ເຮັດໃຫ້ຈົບເກມ ສະຫະລັດອາເມຣິກາ ຊະນະ ບອດນີ 2-0 ຜ່ານເຂົ້າສູ່ຮອບ 16 ທີມສຸດທ້າຍ ໄປພົບກັບ ທີມຊາດແບນຊິກ (ເບວຢ້ຽມ) ໃນວັນທີ 6 ກໍລະກົດ 2026 ນີ້.
ໄຮໄລ້ເກມ:
• 1-0 ໂຟລາຣິນ ບາໂລກັນ ນາທີ 45
• ໃບແດງ: ໂຟລາຣິນ ບາໂລກັນ ນາທີ 64
• 2-0 ມາລິກ ທິວແມນ ນາທີ 82
ພາບໂດຍ: FIFAWorldCup
ແປ ແລະ ຮຽບຮຽງໂດຍ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News
