Skip to main content

HERE WE GO !! ສະເປີ ທຸ່ມເງິນ 100 ລ້ານປອນ ສ້າງສະຖິຕິສະໂມສອນ ປິດດີວຄວ້າຕົວ “ໂຕນາລີ”

ຟາບຣິຊິໂອ ໂຣມາໂນ (Fabrizio Romano) ແລະ ເດວິດ ອໍສະຕີນ (David Ornstein) ອອກມາລາຍງານວ່າ ສະໂມສອນ ທອດແນມ ຮອດສະເປີ ບັນລຸຂໍ້ຕົກລົງຄວ້າຕົວ ຊານໂດຣ ໂຕນາລີ ຈາກ ສະໂມສອນ ນິວຄາວເຊິນ ຢູໄນເຕັດ ດ້ວຍຄ່າຕົວເປັນສະຖິຕິສະໂມສອນ ແຊງໜ້າ ມາເທອຸດ ແຟນັນເດດ (85 ລ້ານປອນ) ດ້ວຍມູນຄ່າ 100 ລ້ານປອນ ລວມແອດອອນ ພ້ອມສັນຍາເຖິງປີ 2032. ໂດຍແຍກເປັນການຈ່າຍຄ່າຕົວເບື້ອງຕົ້ນ 92.5 ລ້ານປອນ ແລະ ໂບນັດເພີ່ມເຕີມ 7.5 ລ້ານປອນ ເຊິ່ງຂຶ້ນກັບເງື່ອນໄຂໃນການພາທີມໄປຫຼິ້ນ ຢູຟາ ແຊມປ້ຽນ ລີກ (UEFA Champions League) ຫຼາຍລະດູການ.
ໂດຍທາງດ້ານ ນິວຄາດເຊິນ ຍອມຮັບຂໍ້ສະເໜີ ຍ້ອນວ່າກອງກາງທີມຊາດອີຕາລີ ໄດ້ຕົກລົງເງື່ອນໄຂສ່ວນຕົວທັງໝົດກັບ ສະເປີ ໄປຮຽບຮ້ອຍແລ້ວ.