ທັບນັກເຕະເຍົາວະຊົນ ຢູ-10 ເບສະຫວັນ ອອກເດີນທາງເຂົ້າຮ່ວມການແຂ່ງຂັນບານເຕະນານາຊາດ ທີ່ແຂວງຊຽງໃໝ່
06/07/2026

ໃນຕອນເຊົ້າວັນທີ 2 ກໍລະກົດນີ້, ຄະນະນັກກິລາ ແລະ ຄູຝຶກຂອງ ສະໂມສອນ ເບສະຫວັນ ເອັບຊີ (Baysanvanh FC) ໄດ້ອອກເດີນທາງຈາກ ນະຄອນຫຼວງວຽງຈັນ, ສປປ ລາວ ມຸ່ງໜ້າສູ່ແຂວງຊຽງໃໝ່ ປະເທດໄທ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ “COPA NAKA 2026 – U10” ເຊິ່ງລາຍການນີ້ຖືເປັນເວທີໃຫຍ່ທີ່ເຕົ້າໂຮມເອົາທີມເຍົາວະຊົນຊັ້ນນຳຈາກຫຼາຍປະເທດໃນທະວີບອາຊີມາປະຊັນແຂ່ງຂັນກັນ.
ການເດີນທາງຮ່ວມຫຼິ້ນໃນຄັ້ງນີ້ ນຳພາໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະທານກິດຕິມະສັກຂອງສະໂມສອນ ເບສະຫວັນ ເອັບຊີ ເຊິ່ງໄດ້ຮ່ວມເດີນທາງໄປຕິດຕາມ ແລະ ໃຫ້ກຳລັງໃຈແກ່ນັກກິລາຢ່າງໃກ້ຊິດ. ການຮ່ວມເດີນທາງໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການພັດທະນາບານເຕະຮາກຖານ (Grassroots Football) ໃນ ສປປ ລາວ.
ສຳລັບການແຂ່ງຂັນ COPA NAKA 2026 – U10 ຈະຈັດຂຶ້ນລະຫວ່າງວັນທີ 4–5 ກໍລະກົດ 2026 ນີ້ ທີ່ສະໜາມ Alpine Football Camp Training ແຂວງຊຽງໃໝ່ ປະເທດໄທ. ໂດຍມີທີມເຂົ້າຮ່ວມທັງໝົດຈາກ 14 ປະເທດ ທົ່ວພາກພື້ນອາຊີ ປະກອບດ້ວຍ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ໄທ, ມາເລເຊຍ, ຫວຽດນາມ, ອິນໂດເນເຊຍ, ອິນເດຍ, ຟິລິບປິນ, ສິງກະໂປ, ສປປ ລາວ, ເມົາດິບ, ມົງໂກລີ ແລະ ມຽນມາ.
ການໄດ້ເຂົ້າຮ່ວມທົດສອບສີຕີນໃນເວທີລະດັບນານາຊາດຄັ້ງນີ້ ຖືເປັນໂອກາດອັນດີເລີດຂອງທັບນັກເຕະຮຸ່ນເຍົາວະຊົນ ເບສະຫວັນ ເອັບຊີ ທີ່ຈະໄດ້ເກັບກ່ຽວປະສົບການຈິງ, ພັດທະນາທັກສະ ແລະ ຮຽນຮູ້ມາດຕະຖານການຫຼິ້ນໃນລະດັບສາກົນ ພ້ອມທັງເປັນການເຜີຍແຜ່ຊື່ສຽງ ແລະ ຄວາມກ້າວໜ້າຂອງວົງການບານເຕະເຍົາວະຊົນລາວ ໃຫ້ເປັນທີ່ຮູ້ຈັກໃນເວທີສາກົນຫຼາຍຂຶ້ນ.
ຂໍເຊີນຊວນພີ່ນ້ອງແຟນບານຊາວລາວທຸກທ່ານ ຮ່ວມສົ່ງແຮງໃຈ ແລະ ສົ່ງແຮງເຊຍໃຫ້ກັບທັບນັກກິລາ ເບສະຫວັນ ເອັບຊີ U10 ໃຫ້ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ນຳເອົາຄວາມພາກພູມໃຈກັບມາຝາກພໍ່ແມ່ປະຊາຊົນລາວທຸກຄົນ.
ແຫຼ່ງຂໍ້ມູນ ແລະ ພາບຈາກ: ເພສ Facebook: Bay sanvanh FC
ຂ່າວຫຼ້າສຸດ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026
- ສສກ ອົບຮົມວຽກງານການຈັດຊື້-ຈັດຈ້າງ ໃຫ້ຜູ້ຮັບຜິດຊອບຂອງບັນດາຫົວໜ່ວຍການເງິນທີ່ຂຶ້ນກັບກະຊວງ
- ຟີຟາ ສັ່ງສອບສວນເຫດການຫຼັງເກມນັດຊີງຊະນະເລີດບານໂລກ 2026
- ລະດົມຄວາມຄິດໃສ່ (ຮ່າງ) ຄຳແນະນຳ ກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ
ຂ່າວທີ່ອ່ານຫຼາຍ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026
