ອີຢິບ ຊະນະການດວນຈຸດໂທດ ອົດສະຕຣາລີ ຜ່ານເຂົ້າຮອບ 16 ທີມສຸດທ້າຍ

ທີມຊາດອົດສະຕຣາລີ ສະເໝີ ທີມຊາດອີຢິບ 1-1 ໃນ 90 ນາທີ, ເຖິງວ່າຈະມີການຕໍ່ເວລາພິເສດແຕ່ກໍຍັງບໍ່ສາມາດຫາຜູ້ຊະນະໄດ້ ເຮັດໃຫ້ຕ້ອງຕັດສິນດ້ວຍການດວນຈຸດໂທດ. ຜົນປາກົດວ່າ ອີຢິບ ຊະນະໄປ 4-2 ໂດຍໃນຮອບ 16 ທີມສຸດທ້າຍ ອີຢິບ ຈະເຂົ້າໄປລໍຖ້າພົບກັບ ອາກຊັງຕິນ (ອາເຈນຕິນາ) ແຊ້ມເກົ່າ ຫຼື ເຄບເວີດ ໃນວັນທີ 7 ກໍລະກົດນີ້.
ໄຮໄລ້ເກມ ສະເໝີໃນ 120 ນາທີ
0-1 ອີມານ ອາຊູ (Emam Ashour) ນາທີທີ 13
1-1 ໂມຮາເໝັດ ຮານີ (Mohamed Hany) ນາທີທີ 55 (ເຮັດເຂົ້າປະຕູໂຕເອງ)
ດວນຈຸດໂທດ: ອີຢິບ ຊະນະ 4-2
ແຮຣີ ຊຸດຕາ (Harry Souttar)
ມາໝູດ ຊາເບີ (Mahmoud Saber)
ແຈັກສັນ ເອີນວາຍ (Jackson Irvine)
ຣາມີ ຣາເບຍ (Ramy Rabia)
ເອເວີ ມາບິວ (Awer Mabil)
ໂມຮາເໝັດ ຊາລາ (Mohamed Salah)
ລູຄັດ ເຮີຣິງຕັນ (Lucas Herrington)
ຮົດຊຳ ອັບເດວມາຈີດ (Hossam Abdelmaguid)
ພາບໂດຍ : Reuters
