Skip to main content

ແຊ້ມເກົ່າ ​ອາກຊັງຕິນ ບຽດຊະນະ ເຄບເວີດ ແບບຫືດຂຶ້ນຄໍໃນໄລຍະຕໍ່ເວລາພິເສດ ຜ່ານເຂົ້າຮອບ 16 ທີມ ໄປພົບ ອີຢິບ

ທີມຊາດອາກຊັງຕິນ (ອາເຈນຕິນາ) ແຊ້ມເກົ່າ ເຮັດໄດ້ພຽງສະເໝີກັບ ທີມຊາດເຄບເວີດ ນ້ອງໃໝ່ 1-1 ໃນເວລາ 90 ນາທີ ເຮັດໃຫ້ຕ້ອງໄດ້ອອກແຮງເມື່ອຍເຖິງໄລຍະຕໍ່ເວລາພິເສດ ກ່ອນຈະເອົາຊະນະໄປແບບຫວຸດຫວິດ 3-2. ເກມນີ້ ລິໂອເນວ ເມດຊີ ຍິງປະຕູທີ 7 ໃນການແຂ່ງຂັນເຕະບານໂລກ 2026 ແລະ ເປັນປະຕູທີ 20 ໃນບານໂລກ ຮອບສຸດທ້າຍ. ສ່ວນໃນຮອບ 16 ທີມ ແມ່ນຈະເຂົ້າໄປພົບກັບ ອີຢິບ ໃນວັນທີ 7 ກໍລະກົດນີ້.
ໄຮໄລ້ເກມ:
 1-0 ລິໂອເນວ ເມດຊີ ນາທີທີ 29
 1-1 ເດຣອຍ ດູອາດເຕ ນາທີທີ 59
 2-1 ລິຊານໂດຣ ມາຕິເນດ ນາທີທີ 92
 2-2 ຊິດນີ ກາບຣານ ນາທີທີ 103
 3-2 ດີນີ ບອກເກດ ນາທີທີ 111 (ສະກັດເຂົ້າປະຕູໂຕເອງ)
ພາບໂດຍ: Reuters