Skip to main content

ອົງການສຸພານິມິດ ວາງແຜນກິດຈະກຳ ສົກປີ 2027 ໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາຊັ້ນປະຖົມ ເມືອງຊົນນະບູລີ ໄລຍະ II

08/07/2026
ໃນວັນທີ 03 ກໍລະກົດ 2026 ນີ້ ທີ່ສະໂມສອນຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ມີການຈັດກອງປະຊຸມວາງແຜນກິດຈະກຳ ສົກປີ 2027 ຂອງໂຄງການພັດທະນາເດັກກ່ອນໄວຮຽນ ແລະ ປັບປຸງຄຸນນະພາບການສຶກສາຂອງເດັກຊັ້ນປະຖົມ ເມືອງຊົນນະບູລີ ແຂວງສະຫວັນນະເຂດ (ໄລຍະ II) ໃຫ້ກຽດເປັນປະທານໂດຍ ທ່ານ ກໍລະກັນ ໄຊຍະລິນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊົນນະບູລີ, ທ່ານ ຄຳສຸລິດ ຫົງສົມບັດ ຫົວໜ້າຝ່າຍປະຕິບັດງານ ຂອງອົງການສຸພານິມິດ ປະຈຳເຂດພາກໃຕ້, ທ່ານ ໄຊຊະນະ ບຸນຍັງ ຕາງໜ້າອົງການສຸພານິມິດ, ທ່ານ ພອນວິຈິດ ພະນັກງານໂຄງການ, ພ້ອມດ້ວຍຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ, ມະຫາວິທະຍາໄລຄູ, ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ນອກຈາກນີ້ ຍັງມີ ທ່ານ ນາງ ບຸນມີ ພົມມະຈັນ ທີ່ໄດ້ເຂົ້າຮ່ວມຜ່ານລະບົບອອນລາຍນຳອີກດ້ວຍ.
ກອງປະຊຸມຄັ້ງນີ້ ແມ່ນເພື່ອຮ່ວມກັນວາງແຜນກິດຈະກຳຂອງໂຄງການ ປະຈຳສົກປີງົບປະມານ 2027 ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 01 ຕຸລາ 2026 ຫາ 30 ກັນຍາ 2027 ໃຫ້ມີຄວາມຮັດກຸມ, ຖືກຕ້ອງຕາມເປົ້າໝາຍ. ພາຍຫຼັງທີ່ຕາງໜ້າຈາກອົງການສຸພານິມິດ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານ ແລະ ສະເໜີຮ່າງແຜນກິດຈະກຳແລ້ວ, ຜູ້ເຂົ້າຮ່ວມກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ. ໃນນັ້ນ, ທາງພະແນກສຶກສາທິການ ແລະ ກິລາແຂວງ ຮ່ວມກັບ ມະຫາວິທະຍາໄລຄູ ໄດ້ປະກອບຄຳຄິດເຫັນ ແລະ ສະເໜີແນວຄິດ ພ້ອມທັງວິທີການຕ່າງໆ ເພື່ອແນໃສ່ເຮັດໃຫ້ແຜນກິດຈະກຳດັ່ງກ່າວມີຄວາມສອດຄ່ອງ, ແທດເໝາະກັບສະພາບການຮຽນ-ການສອນຕົວຈິງໃນທ້ອງຖິ່ນ ແລະ ສາມາດຕອບໂຈດການແກ້ໄຂບັນຫາດ້ານການສຶກສາໄດ້ຢ່າງມີປະສິດທິພາບ.
ສຳລັບແຜນກິດຈະກຳຈຸດສຸມແບບສັງລວມ ພາຍໃຕ້ການສະໜັບສະໜູນຂອງອົງການສຸພະນິມິດ ສາກົນປະຈໍາລາວ ທີ່ຈະຈັດຕັ້ງປະຕິບັດ ປະກອບມີໜ້າວຽກຫຼັກດັ່ງນີ້: ວຽກງານປັບປຸງຄຸນນະພາບການສຶກສາຊັ້ນປະຖົມ: ຕັ້ງເປົ້າໃຫ້ນັກຮຽນຊັ້ນປະຖົມສາມາດອ່ານໄດ້ ແລະ ມີຄວາມເຂົ້າໃຈຈາກການອ່ານເພີ່ມຂຶ້ນ 20%. ຈະມີການລົງຊຸກຍູ້ຕິດຕາມຄູ 22 ທ່ານ ຈາກ 10 ບ້ານເປົ້າໝາຍ , ສະໜອງອຸປະກອນການອ່ານໃຫ້ກັບ 36 ໂຮງຮຽນ ແລະ ປະເມີນທັກສະການອ່ານຂອງນັກຮຽນ ປ.3 ດ້ວຍເຄື່ອງມື STAR; ວຽກງານສົ່ງເສີມການອ່ານໃນຊຸມຊົນ: ຈະມີການຝຶກອົບຮົມອາສາສະໝັກຊຸມຊົນ 20 ຄົນ ໃນ 10 ບ້ານເປົ້າໝາຍ , ຈັດເທດສະການບຸນອ່ານ 1 ຄັ້ງ ໃນ 10 ບ້ານເປົ້າໝາຍ ແລະ ໂຄສະນາພໍ່ແມ່ຜູ້ປົກຄອງກ່ຽວກັບວຽກງານສົ່ງເສີມໃນຄົວເຮືອນ 7 ບົດ. ວຽກງານກໍ່ສ້າງ ແລະ ປັບປຸງສະພາບແວດລ້ອມ: ກໍ່ສ້າງໂຮງຮຽນ 1 ຫຼັງ 2 ຫ້ອງຮຽນ ພ້ອມທັງເຟີນີເຈີ ໃຫ້ແກ່ໂຮງຮຽນບ້ານໂນນນໍ້າກ້ຽງ. ນອກນີ້, ຍັງຈະກໍ່ສ້າງຫ້ອງຮຽນອະນຸບານ 1 ຫຼັງທີ່ ຕຳປອງເຊ ແລະ ໂຮງຮຽນ ທີ່ໂນນນໍ້າກ້ຽງ ພ້ອມທັງສະໜອງອຸປະກອນສຸຂະອະນາໄມໃຫ້ແກ່ 10 ໂຮງຮຽນ; ວຽກງານການສຶກສາກ່ອນໄວຮຽນ: ຈັດຕັ້ງ 5 ໂຮງຮຽນ ທີ່ເມືອງຊົນນະບູລີ ພ້ອມສະໜອງອຸປະກອນການຮຽນ ແລະ ຂອງຫຼິ້ນໃຫ້ກັບສູນກ່ອນໄວຮຽນ 5 ແຫ່ງ , ລວມເຖິງການໂຄສະນາພໍ່ແມ່ຜູ້ປົກຄອງ/ຜູ້ດູແລເດັກ 125 ຄອບຄົວ ໃນ 5 ບ້ານເປົ້າໝາຍ ກ່ຽວກັບວຽກພັດທະນາເດັກກ່ອນໄວຮຽນ 7 ບົດ; ວຽກງານການມີສ່ວນຮ່ວມ ແລະ ປົກປ້ອງເດັກ: ຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃນ 10 ໂຮງຮຽນເປົ້າໝາຍຂອງຊຸມຊົນ , ຝຶກອົບຮົມວຽກການປ່ຽນແປງຊຸມຊົນເພື່ອການພັດທະນາ 11 ບົດ ແລະ ສະໜອງກອງທຶນຂະໜາດນ້ອຍໃຫ້ແກ່ຄະນະພັດທະນາການສຶກສາຂັ້ນບ້ານ ໃນ 10 ບ້ານເປົ້າໝາຍ. ໂດຍການຈັດຕັ້ງປະຕິບັດໃນສົກປີງົບປະມານ 10/2026 – 09/2027 ນີ້ ແມ່ນມີງົບປະມານລວມທັງໝົດ 250,000 ໂດລາ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ກໍລະກັນ ໄຊຍະລິນ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ທີ່ປະຊຸມ ໂດຍທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຮ່ວມມືຂອງທຸກພາກສ່ວນ ພ້ອມທັງສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງອົງການສຸພານິມິດ ທີ່ໄດ້ໃຫ້ການສະໜັບສະໜູນວຽກງານການສຶກສາຂອງເມືອງຊົນນະບູລີຢ່າງຕໍ່ເນື່ອງ. ພ້ອມດຽວກັນນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບໂຄງການ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ຕະຫຼອດຮອດອຳນາດການປົກຄອງທ້ອງຖິ່ນ ຈົ່ງພ້ອມກັນເອົາໃຈໃສ່ ແລະ ເປັນເຈົ້າການຮ່ວມກັນໃນການຈັດຕັ້ງປະຕິບັດແຜນກິດຈະກຳສົກປີ 2027 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນການຍົກລະດັບຄຸນນະພາບການອ່ານຂອງນັກຮຽນ ແລະ ການສົ່ງເສີມວຽກງານກ່ອນໄວຮຽນ ເພື່ອຮັບປະກັນໃຫ້ໂຄງການເກີດປະໂຫຍດສູງສຸດແກ່ລູກຫຼານເຍົາວະຊົນໃນທ້ອງຖິ່ນຢ່າງແທ້ຈິງ.
ພາບ-ຂ່າວ: ພານຸມາດ (ສກຂ ສະຫວັນນະເຂດ)

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ