Skip to main content

ໂຄລອມບີ ບຽດຊະນະ ການາ ຫວຸດຫວິດ 1-0 ຜ່ານເຂົ້າຮອບ 16 ທີມ ໄປພົບກັບ ສະວິດເຊີແລນ

​ເກມຕັດສິນສຸດທ້າຍຂອງຮອບ 32 ທີມ ການແຂ່ງຂັນເຕະບານໂລກ 2026 ທີ່ສະໜາມ ແອໂຣເຮດ ສະເຕດ້ຽມ ໃນຕອນເຊົ້າວັນທີ 4 ກໍລະກົດ 2026 ຕາມເວລາໃນ ສປປ ລາວ ທີມຊາດໂຄລອມບີ ບຽດເອົາຊະນະ ທີມຊາດການາ ໄປແບບຫວຸດຫວິດ 1-0 ຄວ້າໂຄຕ້າສຸດທ້າຍຜ່ານເຂົ້າຮອບ 16 ທີມຕໍ່ໄປໄດ້ສຳເລັດ.
​ໂຄລອມບີ ໄດ້ປະຕູປົດລັອກຕັ້ງແຕ່ນາທີທີ 14 ຈາກລູກແປໂລ່ງໆ ສຸດເດັດຂາດຂອງ ຈອນ ອາຣຽດ ພາທີມຂຶ້ນນຳກ່ອນ 1-0. ​ຫຼັງຈາກນັ້ນ ເກມຂ້ອນຂ້າງອຶດອັດ, ໂຄລອມບີ ພາດໂອກາດໄດ້ປະຕູຕອກຝາໂລງ ຈາກຈັງຫວະທີ່ ຫຼຸຍ ດີອາດ ເຂົ້າຊາດຈໍ້ໆ ສົ່ງບານເຂົ້າກົ້ນຕາໜ່າງ ແຟນບານເຮລັ່ນສະໜາມ ແຕ່ສຸດທ້າຍຖືກ VAR ຮິບປະຕູຄືນ ຈາກຈັງຫວະລ້ຳໜ້າຢ່າງໜ້າເສຍດາຍ.
​ທາງຝັ່ງທີມຊາດການາ ເກມບຸກຖືວ່າໜ້າຜິດຫວັງຈົນສ້າງສະຖິຕິຍິງເຂົ້າກອບ 0 ຄັ້ງ ຕະຫຼອດທັງເກມ ເຮັດໃຫ້ບໍ່ສາມາດສ້າງຄວາມກົດດັນໃຫ້ຄູ່ແຂ່ງ ແລະ ບໍ່ມີໂອກາດທີ່ຈະທວງປະຕູຄືນໄດ້.
​ ໄຮໄລເກມ
​ 1-0 ຈອນ ອາຣຽດ ນາທີ 14
​ ຫຼຸຍ ດີອາດ ນາທີ 61 (VAR ຮິບລ້ຳໜ້າ)
ພາບໂດຍ: ​FIFAWorldCup