Skip to main content

ມາຣົກ ໄລ່ຕ້ອນ ເຈົ້າພາບຮ່ວມ ການາດາ 3-0 ຜ່ານເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026

ທີມຊາດມາຣົກ (ໂມຣັອກໂຄ) ມາໂຊຟອມຮ້ອນແຮງໃນເຄິ່ງເວລາຫຼັງ ໄລ່ຖະຫຼົ່ມ ເຈົ້າພາບຮ່ວມ ທີມຊາດການາດາ ໄປແບບຂາດຮອຍ 3-0 ຈາກການເໝົາຄົນດຽວສອງປະຕູຂອງ ອັດເຊດິນ ອູນາຮີ ກ່ອນທີ່ ໂຊຟີຢານ ຣາຮີມີ ຕົວສຳຮອງຈະຍິງປິດທ້າຍ ພານຳທີມຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດ ຫຼື ຮອບ 8 ທີມສຸດທ້າຍ ໃນການແຂ່ງຂັນເຕະບານໂລກໄດ້ເປັນສະໄໝທີ 2 ຕິດຕໍ່ກັນ.
ໂດຍ ມາຣົກ​ ຈະເຂົ້າໄປຖ້າພົບກັບຜູ້ຊະນະລະຫວ່າງ ຝຣັ່ງ ຫຼື ປາຣາໄກວ ໃນວັນທີ 9 ກໍລະກົດ 2026 ເພື່ອລຸ້ນສ້າງປະຫວັດສາດໜ້າໃໝ່ອີກຄັ້ງ.
​ດ້ານ ການາດາ ເຖິງວ່າຕ້ອງຢຸດຕິເສັ້ນທາງ ເວີ ຄັບ 2026 ໄວ້ພຽງຮອບ 16 ທີມ ແຕ່ພວກເຂົາກໍສ້າງປະຫວັດສາດຄັ້ງສຳຄັນ ດ້ວຍການຜ່ານເຂົ້າສູ່ຮອບນັອກເອົາ ແລະ ຜ່ານເຂົ້າເຖິງຮອບ 16 ທີມສຸດທ້າຍໃນບານໂລກໄດ້ເປັນຄັ້ງທຳອິດ ນັບເປັນຜົນງານທີ່ໜ້າພາກພູມໃຈຂອງເຈົ້າພາບຮ່ວມໃນທົວນາເມນນີ້.
​ ໄຮໄລ້ການແຂ່ງຂັນ:
 0-1 ອັດເຊດິນ ອູນາຮີ ນ.50
 0-2 ອັດເຊດິນ ອູນາຮີ ນ.82
 0-3 ໂຊຟີຢານ ຣາຮີມີ ນ.90+8
​ ໂປຣແກຣມນັດຕໍ່ໄປ
 ຮອບ 8 ທີມສຸດທ້າຍ
 9 ກໍລະກົດ 2026: ມາຣົກ ພົບ ຝຣັ່ງ / ປາຣາໄກວ