ສຶກສາ-ກິລາ ນວ ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ
08/07/2026

ກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2026 ທີ່ ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ (ມສ ວຽງຈັນ) ໂດຍການເປັນປະທານ ແລະ ເຂົ້າຮ່ວມເຜີຍແຜ່ຂອງ ສະຫາຍ ປອ ນາງ ວິໄລວອນ ຈັນທະລາຕີ ກຳມະການປະຈຳພັກ, ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ, ມີສະຫາຍ ນາງ ລີປ່າເອ້ຍ ລີບົວປາວ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຄະນະນໍານະຄອນຫຼວງ, ສະມາຊິກພັກ, ພະນັກງານ ແລະ ຄູອາຈານພາຍໃນເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ສໍາລັບການເຜີຍແຜ່ເອກະສານສຳຄັນໃນຄັ້ງນີ້, ເພື່ອແນໃສ່ໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານ-ລັດຖະກອນ ທົ່ວພະແນກສຶກສາທິການ ແລະ ກິລາ ນວ ໄດ້ກຳແໜ້ນເນື້ອໃນຈິດໃຈ, ທິດທາງ, ໜ້າທີ່ຕົ້ນຕໍ ແລະ ຄາດໝາຍສູ້ຊົນຂອງພັກ ແລະ ອົງຄະນະພັກນະຄອນຫຼວງວຽງຈັນ ແລະເອກະສານສໍາຄັ; ເພື່ອຜັນຂະຫຍາຍແນວທາງລົງສູ່ພາກປະຕິບັດ ແລະ ເພື່ອຍົກສູງຄວາມຮັບຜິດຊອບດ້ານການເມືອງ ກະຕຸກຊຸກຍູ້ໃຫ້ພະນັກງານ, ຄູ-ອາຈານ ພາຍໃນຂະແໜງການ ຍົກສູງຄວາມຮັບຜິດຊອບ, ມີຄວາມເສຍສະຫຼະ ແລະ ຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະ ເພື່ອບັນລຸຄາດໝາຍທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ເຊິ່ງເອກະສານທີ່ນໍາມາເຜີຍແຜ່ ປະກອບມີເນື້ອໃນເອກະສານຫົວຂໍ້ເຜີຍແຜ່, ເຊື່ອມຊຶມ ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວ ຕິດພັນກັບມະຕິກອງ ປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ໃຫ້ທິດຊີ້ນໍາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບ ຄັ້ງທີ VIII ຂອງ ນວ; ເຜີຍແຜ່, ເຊື່ອມຊຶມ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ນະຄອນຫຼວງ (2026-2030) ແລະ ມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ແລະ ແຜນພັດທະນາຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ).
ໂອກາດດັ່ງກ່າວ, ສະຫາຍ ປອ ນາງ ວິໄລວອນ ຈັນທະລາຕີ ໄດ້ກ່າວເປີດກອງປະຊຸມພ້ອມເຜີຍແຜ່, ເຊື່ອມຊຶມ ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວ ຕິດພັນກັບມະຕິກອງ ປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ໂດຍກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VIII ໄດ້ໄຂຂຶ້ນ ແລະ ດໍາເນີນແຕ່ວັນທີ 25 ກັນຍາ 2025 ຫາ ວັນທີ 26 ກັນຍາ 2025, ໃຊ້ເວລາ 1 ວັນເຄິ່ງ, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 372 ສະຫາຍ, ຍິງ 66 ສະຫາຍ, ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ ທົ່ວນະຄອນຫຼວງວຽງຈັນ ຈຳນວນ 26.641 ສະຫາຍ, ຍິງ 8.934 ສະຫາຍ, ປະກອບມີຫົວຂໍ້ທີ່ສໍາຄັນຄື ຄວາມໝາຍຄໍາຂວັນຂອງກອງປະຊຸມໃຫຍ່ ຄັ້ງທີ VIII; ຄວາມໝາຍສໍາຄັນຂອງກອງປະຊຸມໃຫຍ່ ຄັ້ງທີ VIII; ຕີລາຄາ ຜົນງານຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ; ເນື້ອໃນຕົ້ນຕໍ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ; ກອງປະຊຸມໃຫຍ່ໄດ້ເລືອກຕັ້ງເອົາຄະນະບລິຫານງານພັກນະຄອນຫຼວງວຽງຈັນຊຸດໃໝ່ ສະໄໝທີVIII ແລະ ມາດຕະການຈັດຈັ້ງປະຕິບັດ, ເພື່ອແນໃສ່ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການພັດທະນາ ແລະ ຍົກສູງບົດບາດການນຳພາຂອງພັກ.
ຈາກນັ້ນ, ສະຫາຍ ນາງ ລີປ່າເອ້ຍ ລີບົວປາວ ກໍໄດ້ເຜີຍແຜ່ເຜີຍແຜ່, ເຊື່ອມຊຶມ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ນະຄອນຫຼວງ (2026-2030) ແລະ ມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ແລະ ແຜນພັດທະນາ ຂອງພະແນກສຶກສາທິການ ແລະ ກິລາ ນວ ອີກດ້ວຍ.
ພາບ-ຂ່າວ: ບົວລະພາ














