Skip to main content

“ເອັມບັບເປ” ຍິງປະຕູໄຊພາ ຝຣັ່ງ ດັບຝັນ ປາຣາໄກວ 1-0 ຜ່ານເຂົ້າຮອບ 8 ທີມສຸດທ້າຍ ໄປພົບ ມາຣົກ ໃນບານໂລກ 2026

ກ່ອນການແຂ່ງຂັນຄູ່ລະຫວ່າງ ທີມຊາດປາຣາໄກວ ພົບ ທີມຊາດຝຣັ່ງ ໃນການແຂ່ງຂັນເຕະບານໂລກ 2026 ຮອບ 16 ທີມສຸດທ້າຍ ເມື່ອຕອນເຊົ້າມືດວັນທີ 5 ກໍລະກົດ 2026 ຕາມເວລາ ໃນສປປ ລາວ ທີ່ສະໜາມ ລິນຄອນ ໄຟແນນຊຽວ ຟີວ (Lincoln Financial Field) ເມືອງຟິລາເດວເຟຍ ສະຫະລັດອາເມຣິກາ ໄດ້ມີການສະແດງໂດຍມີ ໄອດິນາ ເມນເຊວ (Idina Menzel) ຂັບຮ້ອງເພງຊາດສະຫະລັດອາເມຣິກາ ໃນໂອກາດສະຫຼອງຄົບຮອບ 250 ປີ ວັນປະກາດເອກະລາດ ວັນທີ 4 ກໍລະກົດ ພ້ອມທັງມີການບິນໂຊຂອງກອງທັບກ່ອນເລີ່ມເກມ.
ເກມນີ້, ຝຣັ່ງ ຕ້ອງພົບກັບວຽກໜັກຕະຫຼອດກວ່າ 1 ຊົ່ວໂມງ ເມື່ອ ປາຣາໄກວ ວາງແຜນຕັ້ງເກມຮັບໄດ້ຢ່າງໜຽວແໜ້ນ ຈົນເກືອບຫາໂອກາດເຈາະບໍ່ໄດ້ ແຕ່ເກມປ່ຽນທັນທີຫຼັງຈາກທີ່ ດີດີເຢ ເດຊອງ ສົ່ງ ເດຊີເຣ ດູເອ ລົງສະໜາມໃນນາທີ 61.
​ແລະ ພຽງແຕ່ຫ້ານາທີທີ່ຢູ່ໃນສະໜາມ ດາວຮຸ່ງຟອມຮ້ອນແຮງກໍຮຽກຈຸດໂທດໃຫ້ກັບທີມໄດ້ສຳເລັດ ຫຼັງຜູ້ຕັດສິນເຊັກ VAR ກ່ອນຢືນຢັນຄຳຕັດສິນ ແລະ ເປັນ ຄີລີຢັນ ເອັມບັບເປ ຮັບໜ້າທີ່ສັງຫານບໍ່ພາດໃນນາທີ 70 ກາຍເປັນປະຕູໂທນພາ ຝຣັ່ງ ເອົາຊະນະ ປາຣາໄກວ 1-0 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ໄປພົບກັບ ທີມຊາດມາຣົກ (ໂມຣັອກໂກ) ໃນວັນທີ 9 ກໍລະກົດນີ້.
​ປະຕູນີ້ຍັງເປັນລູກທີ 7 ຂອງ ເອັມບັບເປ ໃນບານໂລກ 2026 ສ້າງສະຖິຕິຍິງເທົ່າກັບ ລີໂອເນວ ເມດຊີ ແຕ່ຂຶ້ນນຳດາວຊັນໂວ (ຜູ້ຍິງປະຕູສູງສຸດ) ຂອງລາຍການ ຈາກຈຳນວນແອດຊິດທີ່ຫຼາຍກວ່າ.
​ດ້ານ ປາຣາໄກວ ເຖິງວ່າຈະສູ້ໄດ້ເປັນຢ່າງດີ ແລະ ຫຼິ້ນຕາມແຜນໄດ້ເກືອບສົມບູນແບບ ແຕ່ສຸດທ້າຍກໍຕ້ານຄວາມເດັດຂາດຂອງເຕັງແຊ້ມບໍ່ໄຫວ ຕ້ອງຢຸດເສັ້ນທາງບານໂລກ 2026 ໄວ້ພຽງຮອບ 16 ທີມສຸດທ້າຍ.
​ພາບໂດຍ: REUTERS