Skip to main content

“ຮາລັນ” ຍິງສອງປະຕູ ພາ ນອກແວ ເອົາຊະນະ ບຣາຊິນ 2-1 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ບານໂລກ 2026

ທັບນັກເຕະທີມຊາດ​ບຣາຊິນ ຕ້ອງຢຸດຕິເສັ້ນທາງໄວ້ພຽງແຕ່ຮອບ 16 ທີມສຸດທ້າຍ ຫຼັງເສຍໃຫ້ກັບ ທີມຊາດນອກແວ (ນໍເວ) ໄປ 1-2 ໂດຍເກມນີ້ ບຣາຊິນ ພາດໂອກາດຂຶ້ນນຳກ່ອນຕັ້ງແຕ່ເຄິ່ງເວລາທຳອິດ ທີ່ ບຣູໂນ ກີມາໄຣ ຍິງຈຸດໂທດໄປຕິດເຊັບຂອງ ອໍຢານ ນີລັນ.
​ເຄິ່ງເວລາຫຼັງ ບຣາຊິນ ເປີດເກມບຸກໜັກ ແລະ ສົ່ງທັງ ເອນດຣິກ ລວມເຖິງ ເນມາ ລົງມາຫວັງຍິງປະຕູ ແຕ່ກໍຍັງເຈາະບໍ່ເຂົ້າ. ຈົນຮອດນາທີ 79 ກາຍເປັນ ນອກແວ ທີ່ພິກຂຶ້ນນຳຈາກຈັງຫວະທີ່ ອັນເດຣຍ ເຊວເດີຣຸບ ເປີດໃຫ້ ເອີລິງ ຮາລັນ ໂໝ່ງເນັ້ນໆເຂົ້າໄປ. ກ່ອນທີ່ນາທີສຸດທ້າຍ ຮາລັນ ຈະໂຊຄວາມຄົມ ຍິງປະຕູທີສອງນຳຫ່າງເປັນ 2-0 ເຖິງວ່າ ເນມາ ຈະມາຍິງຈຸດໂທດໃນໄລຍະທົດເວລາບາດເຈັບ ແຕ່ກໍໄລ່ບໍ່ທັນ. ຈົບເກມ ນອກແວ ເອົາຊະນະ ບຣາຊິນ 2-1 ຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດ (8 ທີມ) ໄດ້ສຳເລັດ.
​ທາງດ້ານ ແຊ້ມໂລກ 5 ສະໄໝ ຕ້ອງຢຸດຕິເສັ້ນທາງການແຂ່ງຂັນເຕະບານໂລກ 2026 ໄວ້ພຽງຮອບ 16 ທີມສຸດທ້າຍ ເຊິ່ງຖືເປັນຄັ້ງທຳອິດທີ່ ບຣາຊິນ ຕກຮອບນັອກເອົ້າ (Knockout) ໄວແບບນີ້ ນັບຕັ້ງແຕ່ປີ 1990.
​ ໄຮໄລ້ເກມ:
 ບຣູໂນ ກີມາໄຣ (ພາດຈຸດໂທດ) ນ.14
 0-1 ເອີລິງ ຮາລັນ ນ.79
 0-2 ເອິລິງ ຮาລັນ ນ.90
 1-2 ເນມາ (ຈຸດໂທດ) ນ.90+10
​ ໂປຣແກຣມນັດຕໍ່ໄປ
 ຮອບ 8 ທີມສຸດທ້າຍ
 11 ກໍລະກົດ: ນອກແວ ພົບ ເມັກຊິໂກ ຫຼື ອັງກິດ