ທັບນັກເຕະທີມຊາດແຄບເວີດ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງ ເດີນທາງເຖິງບ້ານເກີດ

ຂຸນພົນນັກເຕະທີມຊາດແຄບເວີດ ເດີນທາງເຖິງບ້ານເກີດ ທີ່ສະໜາມບິນໃນນະຄອນຫຼວງໄປຣຢາ ໂດຍມີແຟນບານມາຕ້ອນຮັບຢ່າງຫຼວງຫຼາຍ ຫຼັງຈາກສ້າງຜົນງານໄດ້ຢ່າງປະທັບໃຈໃນການເຂົ້າມາຫຼິ້ນໃນບານໂລກ ຮອບສຸດທ້າຍຄັ້ງທຳອິດ ດ້ວຍການສະເໝີໃນຮອບແບ່ງກຸ່ມ 3 ນັດ ຜ່ານເຂົ້າສູ່ຮອບ 32 ທີມສຸດທ້າຍ ໃນຖານະຮອງແຊ້ມກຸ່ມ ກ່ອນຈະເສຍໃຫ້ກັບ ອາເຈນຕິນາ ໃນໄລຍະຕໍ່ເວລາພິເສດ 2-3 ຫຼັງຈາກສະເໝີກັນໃນ 90 ນາທີ 2-2.
ແຄບເວີດ ເປັນປະເທດໝູ່ເກາະພູໄຟ 10 ເກາະ ມີປະຊາກອນປະມານ 500,000 ຄົນ ຕັ້ງຢູ່ບໍລິເວນຝັ່ງຕາເວັນຕົກຂອງອາຟຣິກາ ແລະ ຢູ່ວັນດັບທີ 67 ຂອງໂລກກ່ອນເລີ່ມການແຂ່ງຂັນບານໂລກ 2026.
ພາບໂດຍ : REUTERS
