10 ຄົນບໍ່ມີບັນຫາ! ອັງກິດ ບຽດຊະນະ ເມັກຊິໂກ 3-2 ຜ່ານເຂົ້າຮອບ 8 ທີມ ໄປພົບ ນອກແວ

ເກມສຸດດຣາມ້າ ແລະ ເປັນແມັດຄວາມເມົາມັນລະດັບ 5 ດາວຢ່າງແທ້ຈິງ! ເມື່ອທີມຊາດອັງກິດ ສວມບົດຫົວໃຈນັກສູ້ໃນສະຖານະການເຫຼືອຜູ້ຫຼິ້ນ 10 ຄົນ ບຽດເອົາຊະນະເຈົ້າພາບຮ່ວມ ທີມຊາດເມັກຊິໂກ ໄປແບບສຸດມ່ວນ 3-2 ໃນການແຂ່ງຂັນເຕະບານໂລກ 2026 ຮອບ 16 ທີມສຸດທ້າຍ ເມື່ອຕອນເຊົ້າວັນທີ 6 ກໍລະກົດນີ້ ທີ່ສະໜາມເອັດຕາດິໂອ ອັດເຕກ້າ ປະເທດເມັກຊິໂກ.
ເຄິ່ງທຳອິດ ອັງກິດ ອອກນຳກ່ອນ 2-1 ຈາກການເໝົາຄົນດຽວສອງປະຕູຂອງ ຈູດ ເບວລິງແຮມ ກ່ອນທີ່ ຮູລຽນ ກິນໂຍເນດ ຈະຍິງຕີໄຂ່ແຕກໃຫ້ເຈົ້າພາບຍັງຢູ່ໃນເກມ.
ກັບເຂົ້າສູ່ເຄິ່ງຫຼັງໃນນາທີທີ 54 ສະຖານະການຂອງອັງກິດ ຕ້ອງຕົກຢູ່ໃນສະຖານະການທີ່ນາກລຳບາກ ເມື່ອ ຈາກາເຣວ ຄວານຊາ ພຸ່ງສຽບສະກັດບານໃສ່ ຮໍເຄ ຊານເຊດ ເຖິງວ່າໍາວຈະຖືກບານກ່ອນ ແຕ່ລັກສະນະຂາເຄຼຍລອຍສູງໄປຢຽບເຂົ້າໜ້າແຄ່ງຄູ່ແຂ່ງຢ່າງຈັງ. ຜູ້ຕັດສິນແລ່ນໄປເຊັກຈໍ VAR ດ້ວຍຕົວເອງ ກ່ອນຈະກັບມາປ່ຽນຄຳຕັດສິນຈົກໃບແດງໄລ່ ຄວານຊາ ອອກຈາກສະໜາມທັນທີ ເຮັດໃຫ້ອັງກິດເຫຼືອ 10 ຄົນ.
ແຕ່ວ່າ ນາທີທີ 60 ອັງກິດ 10 ຄົນກັບໄດ້ຈຸດໂທດ, ແອນໂທນີ ກອດດອນ ໃຊ້ຄວາມໄວແຕະບານໃນກອບເຂດໂທດ ກ່ອນໂດນ ຣາອູນ ຣັງເຄລ ຜູ້ຮັກສາປະຕູເມັກຊິໂກພຸ່ງລວບລົ້ມລົງ. ຜູ້ຕັດສິນເປົ່າເປັນຈຸດໂທດທັນທີ ແລະເປັນຫົວໜ້າທີມ ແຮຣີ ເຄນ ຮັບໜ້າທີ່ສັງຫານເຂົ້າໄປຢ່າງເດັດຂາດ ໜີເປັນ 3-1 ແລະເປັນປະຕູທີ 6 ຂອງເຈົ້າຕົວໃນທົວນາເມນນີ້.
ເກມຍັງບໍ່ຈົບພຽງເທົ່ານັ້ນ! ນາທີທີ 69 ດຣາມາມ້າບັງເກີດຝັ່ງອັງກິດບ້າງ ເມື່ອ ແຮຣີ ເຄນ ລົງໄປຊ່ວຍເກມຮັບໃນຂອບເຂດໂທດ ແຕ່ຈັງຫວະເຕະສະກັດກັບຊ້າກວ່າ ໄບຣອັນ ກູຕຽງເຣດ ທີ່ເດ່ຕີນເຂົ້າມາແຫຍ່ເຖິງບານກ່ອນ. ຜູ້ຕັດສິນໄດ້ຮັບສັນຍານຈາກຫ້ອງ VAR ກ່ອນຍ່າງໄປເຊັກພາບ ແລະ ເປົ່າເປັນຈຸດໂທດໃຫ້ເມັກຊິໂກ ແລະເປັນ ຣາອູນ ຮິເມເນດ ຈອມເກົາທີ່ສັງຫານເຂົ້າໄປບໍ່ພາດ ຊ່ວຍໃຫ້ ເມັກຊິໂກ ໄລ່ຈີ້ມາເປັນ 2-3.
ໃນໄລຍະເວລາທີ່ເຫຼືອ ອັງກິດ ບໍ່ມີທາງເລືອກ ຕ້ອງຖອຍລົງມາແພັກເກມຮັບເລິກໃນແດນຕົວເອງ ແລະປ່ອຍໃຫ້ເມັກຊິໂກທີ່ໄດ້ປຽບຕົວຜູ້ຫຼິ້ນເດີນໜ້າພັບສະໜາມບຸກກົດດັນຢ່າງໜັກໜ່ວງ. ແຕ່ດ້ວຍວິໄນເກມຮັບ ແລະ ຄວາມເກົາເກມ ເຮັດໃຫ້ອັງກິດສາມາດຢັນເອົາໄວ້ໄດ້ທັງໝົດ, ຈົບເກມືອັງກິດ ບຽດຊະນະໄປແບບຫວຸດຫວິດ 3-2 ປະຕູ.
ໄຮໄລ້ເກມ:
0-1 ຈູດ ເບວ ລິງແຮມ ນ.36
0-2 ຈູດ ເບວ ລິງແຮມ ນ.38
1-2 ຮູລຽນ ກິນໂຍເນສ ນ.42
ຈາກາເຣວ ຄວານຊາ (ອັງກິດ) ນ.54
1-3 ແຮຣີ ເຄນ ນ.60 (ຈຸດໂທດ)
2-3 ຣາອູນ ຮິເມເນດ ນ.69 (ຈຸດໂທດ)
ຈາກໄຊຊະນະໃນເກມນີ້ ເຮັດໃຫ້ ອັງກິດ ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍໄປພົບກັບ ນອກແວ (ນໍເວ) ໄດ້ສຳເລັດ.
