ສສກ ຮ່ວມມືກັບ ບໍລິສັດ ຄອນເກດ ສືບຕໍ່ໂຄງການສົ່ງເສີມສຸຂະພາບຜົ້ງປາກ ແລະ ແຂ້ວ ນັກຮຽນລາວ ໃນ 8 ແຂວງທົ່ວປະເທດ
08/07/2026

ກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມມືກັບ ບໍລິສັດ ຄອນເກດ-ປາມໂອລິບ (ປະເທດໄທ) ຈຳກັດ ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອສືບຕໍ່ຈັດຕັ້ງປະຕິບັດ “ໂຄງການສົ່ງເສີມການຮັກສາສຸຂະພາບຜົ້ງປາກ ແລະ ແຂ້ວ ໃຫ້ນັກຮຽນຊັ້ນປະຖົມສຶກສາ” ຫຼື “Bright Smiles, Bright Futures : BSBF” ໄລຍະປີ 2025-2028 ໃນ 8 ແຂວງເປົ້າໝາຍຂອງ ສປປ ລາວ ໃນຕອນເຊົ້າວັນທີ 6 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດຮ່ວມລົງນາມຂອງ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເພສັດຊະກອນ ຊຸຕິມາ ພິພັດຜົນສະກຸນ ຜູ້ຈັດການອາວຸໂສ ພາກພື້ນອິນໂດຈີນ, ພະແນກ Professional Oral Care, ບໍລິສັດ ຄອນເກດ-ປາມໂອລິບ (ປະເທດໄທ) ຈຳກັດ, ມີແຂກຖືກເຊີນຈາກກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິບານ.
ໃນໂອກາດນີ້, ທ່ານ ນາງ ເພສັດຊະກອນ ຊຸຕິມາ ພິພັດຜົນສະກຸນ ໄດ້ສະແດງຄວາມພາກພູມໃຈ ແລະ ກ່າວເຖິງປະຫວັດຄວາມເປັນມາຂອງໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການ Bright Smiles, Bright Futures (BSBF) ໄດ້ດຳເນີນງານມາຢ່າງຕໍ່ເນື່ອງກວ່າ 34 ປີ ໃນ 100 ກວ່າປະເທດທົ່ວໂລກ ແລະ ໄດ້ສ້າງຄວາມຮູ້ດ້ານສຸຂະພາບຜົ້ງປາກໃຫ້ແກ່ເດັກນ້ອຍແລ້ວກວ່າ 2 ຕື້ຄົນ. ໃນນີ້ສະເພາະຢູ່ ສປປ ລາວ ພາຍໃຕ້ MoU ສະບັບໃໝ່ນີ້, ບໍລິສັດ ຄອນເກດ ຕັ້ງເປົ້າໝາຍຈະສະໜອງອຸປະກອນຮັກສາສຸຂະພາບຜົ້ງປາກ-ແຂ້ວ ແລະ ສື່ການຮຽນ-ການສອນ ເພື່ອເຂົ້າເຖິງນັກຮຽນໃຫ້ເພີ່ມຂຶ້ນກວ່າ 267,000 ຄົນ ໃນ 8 ແຂວງ ແລະ 42 ເມືອງ ທົ່ວປະເທດ ໂດຍພວກເຮົາເຊື່ອໝັ້ນວ່າ ສຸຂະພາບຜົ້ງປາກທີ່ດີແມ່ນຈຸດເລີ່ມຕົ້ນຂອງຄຸນນະພາບຊີວິດທີ່ດີ. ການປູກຝັງພຶດຕິກຳທີ່ຖືກຕ້ອງຕັ້ງແຕ່ໄວເດັກ ຈະຊ່ວຍໃຫ້ເດັກນ້ອຍເຕີບໃຫຍ່ຢ່າງມີຄວາມໝັ້ນໃຈ ແລະ ມີສຸຂະພາບທີ່ແຂງແຮງ.
ໂອກາດດຽວກັນ, ທ່ານ ນາງ ນວມຄຳ ຈັນທະບູລີ ໄດ້ມີຄຳເຫັນເນັ້ນໜັກເຖິງທິດທາງແຜນການຮ່ວມມື ເພື່ອຮັບປະກັນປະສິດທິຜົນຂອງໂຄງການ ໂດຍສະເໜີໃຫ້ ບໍລິສັດ ຄອນເກດ ສືບຕໍ່ຂະຫຍາຍການສະໜັບສະໜູນໃຫ້ກວ້າງຂວາງ ໂດຍສະເພາະແມ່ນການຫຍັບເຂົ້າຫາເຂດຫ່າງໄກສອກຫຼີກ ທີ່ຍັງຂາດໂອກາດເຂົ້າເຖິງການບໍລິການສາທາລະນະສຸກ; ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ເພື່ອໃຫ້ສາມາດເພິ່ງພາຕົນເອງ ແລະ ຮັກສານິໄສຮັກສຸຂະພາບແຂ້ວໄດ້ໃນໄລຍະຍາວ; ກົມສາມັນສຶກສາ ຈະເປັນເຈົ້າການໃນການສ້າງເຄື່ອງມືຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຢ່າງໃກ້ຊິດ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດແກ່ນັກຮຽນ.
ພ້ອມດຽວກັນນັ້ນ, ທ່ານຫົວໜ້າກົມສາມັນສຶກສາ ຍັງໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຢ່າງຈິງໃຈ ມາຍັງບັນດາຜູ້ຊ່ຽວຊານດ້ານການແພດ ຈາກກະຊວງສາທາລະນະສຸກ ທີ່ໄດ້ໃຫ້ການຮ່ວມມື ແລະ ຊຸກຍູ້ກິດຈະກຳສົ່ງເສີມການຮັກສາສຸຂະພາບຜົ້ງປາກ ແລະ ແຂ້ວ ຢ່າງຕັ້ງໜ້າຕະຫຼອດມາ.
ຢ່າງໃດກໍຕາມ, ສຳລັບໂຄງການນີ້ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດຢູ່ ສປປ ລາວ ມາຕັ້ງແຕ່ປີ 2008 ພາຍໃຕ້ການຮ່ວມມືຢ່າງໃກ້ຊິດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ ແລະ ບໍລິສັດ ຄອນເກດ ໂດຍມີໄລຍະການເຕີບໃຫຍ່ຂະຫຍາຍຕົວ ຄື: ໄລຍະປີ 2008-2014 ຈັດຕັ້ງປະຕິບັດໃນ 4 ແຂວງເປົ້າໝາຍ (ນະຄອນຫຼວງວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ); ໄລຍະປີ 2015-2017 ສືບຕໍ່ຂະຫຍາຍເປັນ 5 ແຂວງ (ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຫຼວງພະບາງ, ວຽງຈັນ ແລະ ຄຳມ່ວນ); ໄລຍະປີ 2019-2021 ສຸມໃສ່ລະດັບເມືອງໃນ 3 ແຂວງ ຄື: ແຂວງຄຳມ່ວນ 10 ເມືອງ, ແຂວງໄຊຍະບູລີ 11 ເມືອງ ແລະ ແຂວງສາລະວັນ 8 ເມືອງ.
ສຳລັບໂຄງການຮ່ວມມືສະບັບໃໝ່ລະຫວ່າງສອງພາກສ່ວນ ໄລຍະປີ 2025-2028, ແມ່ນກວມເອົາ 8 ແຂວງເປົ້າໝາຍ ລວມທັງໝົດ 42 ເມືອງ ຄື: ນະຄອນຫຼວງວຽງຈັນ 5 ເມືອງ, ແຂວງວຽງຈັນ 6 ເມືອງ, ແຂວງບໍລິຄຳໄຊ 5 ເມືອງ, ແຂວງຄຳມ່ວນ 4 ເມືອງ, ແຂວງສະຫວັນນະເຂດ 6 ເມືອງ, ແຂວງສາລະວັນ 5 ເມືອງ, ແຂວງຈຳປາສັກ 5 ເມືອງ ແລະ ແຂວງໄຊຍະບູລີ 6 ເມືອງ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ














