Skip to main content

ຟີຟາ ສັ່ງລະງັບໂທດໃບແດງຂອງ “ບາໂລກັນ” ໂດຍໃຫ້ຄາດໂທດໄວ້ກ່ອນ 1 ປີ ພ້ອມລົງສະໜາມພົບກັບ ແບນຊິກ ໄດ້

ສະຫະພັນກິລາບານເຕະສາກົນ ຫຼື ຟີຟາ ໄດ້ສັ່ງພັກໂທດໃບແດງທີ່ ໂຟລາຣິນ ບາໂລກັນ ກອງໜ້າທີມຊາດສະຫະລັດອາເມຣິກາ ໄດ້ຮັບໃນເກມທີ່ເອົາຊະນະ ບອດນີ (ບອດເນຍ) 2-0 ເມື່ອວັນທີ 1 ກໍລະກົດ ທີ່ຜ່ານມາ ສົ່ງຜົນໃຫ້ນັກເຕະໄວ 24 ປີຜູ້ນີ້ ສາມາດລົງຫຼິ້ນໃນເກມທີ່ຈະພົບກັບ ທີມຊາດແບນຊິກ (ເບວຢຽມ) ໃນການແຂ່ງຂັນເຕະບານໂລກ 2026 ຮອບ 16 ທີມສຸດທ້າຍ ເຊິ່ງຈະແຂ່ງຂັນກັນໃນວັນອັງຄານ ທີ 7 ກໍລະກົດນີ້.
ຟີຟາ ລະບຸໃນຖະແຫຼງການວ່າ: “ຕາມມາດຕາ 27 ຂອງລະບຽບວິໄນຟີຟາ (FDC), ການບັງຄັບໃຊ້ໂທດແບນຫ້າມລົງສະໜາມໂດຍອັດຕະໂນມັດຂອງ ໂຟລາຣິນ ບາໂລກັນ ຜູ້ຫຼິ້ນທີມຊາດສະຫະລັດອາເມຣິກາ ຈະໄດ້ຮັບການລໍຖ້າລົງອາຍາ (ພັກໂທດ) ເປັນໄລຍະເວລາ 1 ປີ.”
ຂະນະທີ່ ຖະແຫຼງການຈາກສະຫະພັນກິລາບານເຕະແຫ່ງຊາດສະຫະລັດອາເມຣິກາ ລະບຸວ່າ: “ພວກເຮົາຮັບຮູ້ການຕັດສິນໃຈຂອງຄະນະກຳມະການວິໄນ ແລະ ຍິນດີທີ່ ໂຟລາຣິນ ບາໂລກັນ ມີສິດລົງແຂ່ງຂັນໃນມື້ອື່ນນີ້.”
“ພວກເຮົາໝາຍໝັ້ນປັ້ນມືຢ່າງເຕັມທີ່ກັບເກມຮອບ 16 ທີມສຸດທ້າຍກັບ ແບນຊິກ ທີ່ຊີແອດເທິນ ແລະ ພວກເຮົາຫວັງວ່າຈະໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກແຟນບານທີ່ດີຂອງພວກເຮົາ.”
ທາງດ້ານ ທ່ານປະທານາທິບໍດີ ໂດນັນ ທຣຳ ແຫ່ງສະຫະລັດອາເມຣິກາ ໄດ້ສະແດງຄວາມຄິດເຫັນກ່ຽວກັບເລື່ອງນີ້ໂດຍກ່າວຜ່ານ Truth Social ວ່າ: “ຂອບໃຈຟີຟາທີ່ເຮັດໃນສິ່ງທີ່ຖືກຕ້ອງ ແລະ ແກ້ໄຂຄວາມບໍ່ຍຸຕິທຳຄັ້ງໃຫຍ່.”