Skip to main content

“ມິເກວ ເມຣີໂນ” ຮີໂຣຍິງປະຕູໄຊພາ ແອັດສະປາຍ ບຽດຊະນະ ປອກຕຸຍການ 1-0 ຜ່ານສູ່ຮອບ 8 ທີມສຸດທ້າຍ ບານໂລກ 2026

​ເກມນີ້ເຮັດຄືວ່າຈະແກ່ຍາວໄປຮອດໄລຍະຕໍ່ເວລາພິເສດ ແຕ່ແລ້ວໃນໄລຍະທົດເວລາບາດເຈັບ ນາທີ 90+1 ສອງຕົວສຳຮອງປະສານງານກັນໄດ້ຢ່າງດີ ເມື່ອ ເຟຣານ ຕໍເຣດ ສົ່ງບານໃຫ້ ມິເກວ ເມຣີໂນ ຫຼຸດເຂົ້າໄປຍິງສຽບເສົາທຳອິດ ກາຍເປັນປະຕູໄຊພາ ທີມຊາດແອັດສະປາຍ (ສະເປນ) ບຽດເອົາຊະນະ ທີມຊາດປອກຕຸຍການ (ໂປຣຕຸເກດ) ໄປໄດ້ ແບບຫວຸດຫວິດ 1-0 ຜ່ານເຂົ້າໄປຫຼິ້ນໃນຮອບ 8 ທີມສຸດທ້າຍ ເປັນຄັ້ງທຳອິດໃນຮອບ 16 ປີ ນັບຕັ້ງແຕ່ປີທີ່ພວກເຂົາຄວ້າແຊ້ມໂລກ ເມື່ອປີ 2010 ທີ່ອາຟຣິກາໃຕ້.
​ສ່ວນ ປອກການ ຕ້ອງຢຸດເສັ້ນທາງການແຂ່ງຂັນບານໂລກ 2026 ໄວ້ພຽງແຕ່ຮອບ 16 ທີມສຸດທ້າຍຢ່າງໜ້າເສຍດາຍ ພາດໂອກາດເຂົ້າໄປຫຼິ້ນໃນຮອບກ່ອນຮອງຊະນະເລີດເປັນສະໄໝທີສອງຕິດຕໍ່ກັນ ແລະ ຖືເປັນການປິດສາກເວທີເວີຄັບ (World Cup) ຂອງ ຄຣິດເຕຍໂນ ໂຣນັນໂດ ອີກດ້ວຍ.
​ ໂປຣແກຣມນັດຕໍ່ໄປ
​ ຮອບ 8 ທີມສຸດທ້າຍ
​ 10 ກໍລະກົດ 2026: ແອັດສະປາຍ ພົບ ອາເມຣິກາ/ແບບຊິກ (ເບວຢ້ຽມ)