Skip to main content

ລັດຖະບານ ຈະເລີ່ມໃຊ້ລະບົບການສຶກສາໃໝ່ “6+3+3” ປ.6 ໃນສົກປີ 2028-2029

12/07/2026
ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈັດຂຶ້ນໃນວັນທີ 6 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີບົດລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026. ໃນນັ້ນ, ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນໜຶ່ງໃນຂົງເຂດຈຸດສຸມ ທີ່ໄດ້ມີການຫັນປ່ຽນ ແລະ ປະຕິຮູບໂຄງສ້າງໃນຫຼາຍດ້ານ ເພື່ອແນໃສ່ຍົກລະດັບຄຸນນະພາບການຮຽນ-ການສອນໃຫ້ທັນສະໄໝ.
ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3 ໄປຄູ່ຂະໜານກັບການສົ່ງເສີມວິຊາຊີບ ແລະ ປັບປຸງປ່ຽນແປງໂຄງສ້າງຫຼັກສູດ ທັງ 12 ຊັ້ນຮຽນ ເຊິ່ງມີລາຍອຽດດັ່ງນີ້: ຊັ້ນປະຖົມສຶກສາ ປ.1 ຫາ ປ.6 ເພີ່ມຂຶ້ນມາ 1 ປີ (ຈາກເດີມມີຮອດ ປ.5); ຊັ້ນມັດທະຍົມສຶກສາຕອນຕົ້ນ ມ.1 ຫາ ມ.3 ຫຼຸດລົງ 1 ປີ (ຈາກເດີມມີຮອດ ມ.4); ຊັ້ນມັດທະຍົມສຶກສາຕອນປາຍ ມ.4 ຫາ ມ.6 ຄືເກົ່າ ມີ 3 ປີ).
ຄຽງຄູ່ກັນນັ້ນ, ໄດ້ມີການພັດທະນາປຶ້ມແບບຮຽນ, ຄູ່ມືຄູ ຕາມທິດທັນສະໄໝ; ນອກຈາກນີ້, ຍັງໄດ້ມີການປະຕິຮູບສະຖາບັນການສ້າງຄູ ໂດຍຍຸບໂຮມເຂົ້າກັນ ແລະ ສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ແລະ ກະກຽມສ້າງຕັ້ງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ ແລະ ໂຮງຮຽນມິດຕະພາບລາວ-ຣັດເຊຍ; ໄດ້ແກ້ໄຂບັນຫາຄູອາສາສະໝັກ ສໍາເລັດໂດຍພື້ນຖານ ດ້ວຍການບັນຈຸໂກຕາຫຼັກສູດເຂົ້າໃນຕຳແໜ່ງລັດຖະກອນ ແລະ ບັນຈຸໂກຕາທົດແທນຕາມຈຳນວນທີ່ສູນເສຍ.
ຜ່ານການຈັດສອບເສັງນັກຮຽນເກັ່ງ ແລະ ສອບເສັງຈົບຊັ້ນ ມ.4 ແລະ ມ.7 ທົ່ວປະເທດ, ໃນ 6 ເດືອນຕົ້ນປີ ເຫັນວ່າຕົວຊີ້ບອກຂອງຂະແໜງສຶກສາ ແລະ ກິລາ ເຊິ່ງມີທັງໝົດ 13 ຕົວຊີ້ບອກ ສາມາດບັນລຸຄາດໝາຍ ແລະ ມີຄວາມຄືບໜ້າດີ 4 ຕົວຊີ້ບອກ ຄື: ອັດຕາເຂົ້າ ໃໝ່ສຸດທິຊັ້ນ ປ.1 ໃນຊັ້ນປະຖົມສຶກສາ, ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນ ແລະ ອັດຕາເລື່ອນຊັ້ນຂອງນັກຮຽນຈົບ ປ.5 ຂຶ້ນ ມ.1 ເພີ່ມຂຶ້ນ, ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ຫຼຸດລົງ, ແຕ່ກໍຍັງມີ 3 ຕົວຊີ້ບອກ ທີ່ບໍ່ສາມາດບັນລຸໄດ້ ສາເຫດຍ້ອນສະພາບຄວາມຍາກລຳບາກດ້ານເສດຖະກິດ-ການເງິນ, ໄພເງິນເຟີ້ ແລະ ບັນຫາສະພາບແວດລ້ອມອື່ນໆ ແລະ ມີ 6 ຕົວຊີ້ບອກທີ່ກຳລັງປະຕິບັດ ແລະ ຄາດວ່າຈະຖອນຄືນໝໍ້ໃນທ້າຍໄຕມາດທີ 3.
ນອກນັ້ນ, ດ້ານວຽກງານກິລາ ໄດ້ສົ່ງເສີມການຝຶກແອບ ແລະ ສົ່ງຕົວແທນນັກກິລາ ເຂົ້າຮ່ວມແຂ່ງຂັນກິລາໃນພາກພື້ນ ແລະ ສາກົນ ສາມາດຍາດໄດ້ຫຼຽນປະເພດຕ່າງໆ ໂດຍສະເພາະແມ່ນນັກກິລາບານເຕະຮຸ່ນເຍົາວະຊົນ.
ເພື່ອສືບຕໍ່ພັດທະນາຂົງເຂດດັ່ງກ່າວ, ລັດຖະບານ ໄດ້ກຳນົດທິດທາງຈຸດສຸມທີ່ຕ້ອງເລັ່ງຈັດຕັ້ງປະຕິບັດ ຄື: ສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອປັບປຸງລະບົບການສຶກສາສາມັນ 6+3+3 ໃຫ້ສຳເລັດທັນນໍາໃຊ້ໃນສົກປີ 2028-2029; ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ ແລະ ການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ, ການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມເຂັ້ມແຂງໃນອະນາຄົດ.
ຂ່າວ: ຂ່າວ ປະຊາຊົນ ເສດຖະກິດ-ສັງຄົມ ພາກໃຕ້

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ