Skip to main content

“ໂຣນັນໂດ” ເຖິງກັບນ້ຳຕາຊຶມເບົ້າ ຫຼັງ ປອກຕຸຍການ ຈອດປ້າຍ ພຽງຮອບ 16 ທີມ ບານໂລກ 2026

​ຄຣິດເຕຍໂນ ໂຣນັນໂດ ເຖິງກັບກັ້ນນ້ຳຕາໄວ້ບໍ່ຢູ່ ຫຼັງຈາກທີ່ ທີມຊາດປອກຕຸຍການ (ໂປຣຕຸເກດ) ຕ້ອງມາຢຸດເສັ້ນທາງການແຂ່ງຂັນເຕະບານໂລກ 2026 ໄວ້ພຽງແຕ່ຮອບ 16 ທີມສຸດທ້າຍເທົ່ານັ້ນ ແລະ​ທີ່ສຳຄັນ, ເສັ້ນທາງຂອງດາວເຕະໄວ 41 ປີ ໃນການລົງຫຼິ້ນ 6 ສະໄໝ ແມ່ນໄດ້ຈົບລົງເປັນທີ່ຮຽບຮ້ອຍແລ້ວ.
​ຕະຫຼອດການລົງຫຼິ້ນ 6 ສະໄໝ ໂຣນັນໂດ ສ້າງຜົນງານໄດ້ດີທີ່ສຸດກັບທີມຊາດປອກຕຸຍການ ຄືການເຂົ້າສູ່ຮອບຮອງຊະນະເລີດ ໃນການແຂ່ງຂັນບານໂລກຄັ້ງທຳອິດຂອງຕົນເອງ ເມື່ອປີ 2006.
​ ສະຖິຕິໃນບານໂລກ ຮອບສຸດທ້າຍ
​ ລົງສະໜາມ: 27 ເກມ
​ ຍິງໄດ້: 11 ປະຕູ
​ ແອັດຊິດ (ສົ່ງໃຫ້ໝູ່ຍິງ): 2 ຄັ້ງ
​ ເຂົ້າຮ່ວມການແຂ່ງຂັນບານໂລກ ຮອບສຸດທ້າຍ (ປີ 2006, 2010, 2014, 2018, 2022 ແລະ 2026)