Skip to main content

“ໂຣແບໂຕ ມາດຕິເນດ” ປະກາດອຳລາຕຳແໜ່ງຄູຝຶກທີມຊາດປອກຕຸຍການ ຫຼັງຕົກຮອບ 16 ທີມ ບານໂລກ 2026

ທ່ານ ​ໂຣແບໂຕ ມາດຕິເນດ (Roberto Martínez) ຕັດສິນໃຈປະກາດອຳລາຕຳແໜ່ງຄູຝຶກໃຫຍ່ ທີມຊາດປອກຕຸຍການ ຢ່າງເປັນທາງການ ຫຼັງຈາກພານັກເຕະຢຸດເສັ້ນທາງໃນການແຂ່ງຂັນເຕະບານໂລກ 2026 ໄວ້ພຽງແຕ່ຮອບ 16 ທີມສຸດທ້າຍ.
​ສັນຍາຂອງ ທ່ານ ໂຣແບໂຕ ມາດຕິເນດ ກັບທີມຊາດປອກຕຸຍການ ແມ່ນຈະໝົດລົງຫຼັງວັນທີ 31 ກໍລະກົດ 2026 ນີ້ ເຊິ່ງຖືວ່າເປັນການສິ້ນສຸດລົງພໍດີ ຫຼັງຈົບທົວນາເມນບານໂລກ 2026.
​ກ່ອນໜ້ານີ້ ມີລາຍງານວ່າ ເຂົາຈະບໍ່ຕໍ່ສັນຍາສະບັບໃໝ່ ບໍ່ວ່າຜົນງານຂອງ ປອກຕຸຍການ ໃນບານໂລກ 2026 ຈະອອກມາເປັນແນວໃດກໍຕາມ.