Skip to main content

ແບນຊິກ ໄລ່ຖະຫຼົ່ມ ສະຫະລັດອາເມຣິກາ ເຈົ້າພາບຮ່ວມ 4-1 ຈອດປ້າຍພຽງຮອບ 16 ທີມສຸດທ້າຍ

ຊານ ເດ ເຄເຕລາເລີ ຍິງ 2 ປະຕູ ບວກກັບ ຮານ ຟານາເກັນ ແລະ ໂຣເມລູ ລູກາກູ ຊ່ວຍໃຫ້ ທີມຊາດແບນຊິກ (ເບວຢ້ຽມ) ເອົາຊະນະ ສະຫະລັດອາເມຣິກາ 4-1 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ໄປພົບກັບ ແອັດສະປາຍ (ສະເປນ) ໃນວັນເສົາທີ 11 ກໍລະກົດ 2026. ໃນຂະນະທີ່ ສະຫະລັດອາເມຣິກາ ຍັງຄົງມີສະຖິຕິທີ່ບໍ່ໜ້າຈົດຈໍາ ໂດຍຕົກຮອບ 16 ທີມສຸດທ້າຍ 4 ສະໄໝຕິດຕໍ່ກັນ.

ໄຮໄລ້ຂອງເກມ:
 0-1 ຊານ ເດ ເຄເຕລາເລີ ນາທີທີ 9
 1-1 ມາລິກ ທິວແມນ ນາທີທີ 31
 1-2 ຊານ ເດ ເຄເຕລາເລີ ນາທີທີ 33
 1-3 ຮານ ຟານາເກັນ ນาທີທີ 57
 1-4 ໂຣເມລູ ລູກາກູ ນາທີທີ 90+3