Skip to main content

ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ ສົກຮຽນ 2025-2026 ໃນ 8 ແຂວງເປົ້າໝາຍ

12/07/2026
ພິທີເປີດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ” ໄລຍະພັກແລ້ງ ປະຈຳສົກຮຽນ 2025-2026 ໄດ້ມີຂຶ້ນໃນວັນທີ 6 ກໍລະກົດ 2026 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ, ປະທານຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາຄະນະພັກ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ປະທານສະຫະພັນຊາວໜຸ່ມລາວ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມກະຊວງ, ຜູ້ຕາງໜ້າຈາກກົມອົບຮົມສູນກາງຊາວໜຸ່ມ, ຄະນະຮັບຜິດຊອບໂຄງການ ຕະຫຼອດຮອດຖັນແຖວອາສາສະໝັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການດັ່ງກ່າວ, ເປັນການຮ່ວມມືຄັ້ງສຳຄັນລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ກົມອົບຮົມຊາວໜຸ່ມ) ແລະ ກະຊວງສຶກສາທິການ ແລະ ກິລາ (ຄະນະບໍລິຫານງານຊາວໜຸ່ມ ສສກ) ໂດຍໄດ້ຮັບການຜັນຂະຫຍາຍມາຈາກມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນທົ່ວປະເທດ 5 ປີ ຄັ້ງທີ III ແລະ ແຜນພັດທະນາ 5 ປີ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໂດຍມີຈຸດປະສົງຫຼັກເພື່ອແກ້ໄຂບັນຫາຄວາມແຕກໂຕນກັນທາງດ້ານການສຶກສາລະຫວ່າງຕົວເມືອງ ແລະ ຊົນນະບົດ, ສະກັດກັ້ນອັດຕາການປະລະການຮຽນຂອງນັກຮຽນຊັ້ນປະຖົມທີ່ເພີ່ມຂຶ້ນ, ປູກຈິດສຳນຶກໃຫ້ນັກຮຽນໃນເຂດຫ່າງໄກສອກຫຼີກຮັກການຮຽນ ແລະ ສົ່ງເສີມໃຫ້ຊາວໜຸ່ມຂັ້ນສູນກາງໄດ້ນຳເອົາຄວາມຮູ້ລົງໄປເຄື່ອນໄຫວຮັບໃຊ້ສັງຄົມ ແລະ ຊຸມຊົນທ້ອງຖິ່ນຕົວຈິງ.
ໃນພິທີ, ທ່ານ ຮສ.ປອ ສິນທະວອນ ດາລາວົງ ໄດ້ໃຫ້ກຽດກ່າວເປີດໂຄງການວ່າ: “ຊາວໜຸ່ມ ແມ່ນກຳລັງໜູນທີ່ໄວ້ໃຈໄດ້ ແລະ ເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ, ໂຄງການນີ້ແມ່ນໜ້າວຽກໜຶ່ງທີ່ສຳຄັນ ທີ່ຜັນຂະຫຍາຍທິດຊີ້ນຳຂອງຄະນະພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX ຕິດພັນກັບຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ.” ພ້ອມກັນນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບໂຄງການທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ປະສານງານກັນຢ່າງກົມກຽວລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອອຳນວຍຄວາມສະດວກໃຫ້ແກ່ອາສາສະໝັກໃນທຸກໆດ້ານ; ເອົາໃຈໃສປະຕິບັດຮີດຄອງປະເພນີລາວ ໂດຍສະເພາະປະເພຂອງທ້ອງຖິ່ນຂອງບ້ານ, ຍົກສູງສະຕິ ຮຽນຮູ້ນີດຄອງປະເພນີອັນດີງາມ; ສ້າງຈິດສຳນຶກໃຫ້ນັກຮຽນຢາກມາຮຽນຫຼາຍຂຶ້ນ ປູກຈິດສຳນຶກໃຫ້ນັກຮຽນຮັກ-ມັກໂຮງຮຽນ ຢາກມາຮຽນ; ການຮຽນການສອນໃຫ້ປະຕິບັດສອນຕາມຄູ່ມືທີ່ແນະນຳ ຕາມທີ່ໄດ້ຝຶກຝົນມາ ເພື່ອເຮັດໃຫ້ການຮຽນການສອນຄົນຕາມເນື້ອໃນ ສ້າງແຜນເຄື່ອນໄຫວເກັບກຳແຜນສະຫຼຸບລາຍງານໃຫ້ລະອຽດ; ປະສານສົມທົບ ແລະ ຂໍທິດຊີ້ນໍາຈາກອຳນາດການປົກຄອງທ້ອງຖິ່ນຢ່າງໃກ້ສິດ; ມີການກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນດ້ານສຸຂະພາບຮ່າງກາຍ ແລະ ອຸປະກອນການໃຊ້ຊອຍຕ່າງໆກໍ່ໃຫ້ມີຄວາມພ້ອມຮອບດ້ານ.
ໂອກາດດຽວກັນ, ສະຫາຍ ປອ ຈັນທະວົງ ປັນຍາສິລິ ເລຂາທິການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ສສກ ທັງເປັນຄະນະພັກກະຊວງ, ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳແຫ່ງຊາດ ໄດ້ກ່າວວ່າ: ສຳລັບສົກຮຽນ 2025-2026 ນີ້, ໂຄງການໄດ້ຄັດເລືອກເອົາບັນດາເມືອງທີ່ດ້ອຍໂອກາດທາງດ້ານການສຶກສາ ເປັນເມືອງເປົ້າໝາຍໃນການລົງປະຕິບັດງານຕົວຈິງທັງໝົດ 8 ເມືອງ ໃນ 8 ແຂວງ ທົ່ວປະເທດ ປະກອບມີ: ເມືອງລອງ ແຂວງຫຼວງນ້ຳທາ, ເມືອງສົບເບົາ ແຂວງຫົວພັນ, ເມືອງຜາໄຊ ແຂວງຊຽງຂວາງ, ເມືອງປາກອູ ແຂວງຫຼວງພະບາງ, ເມືອງນາກາຍ ແຂວງຄຳມ່ວນ, ເມືອງພີນ ແຂວງສະຫວັນນະເຂດ, ເມືອງຕະໂອ້ຍ ແຂວງສາລະວັນ ແລະ ເມືອງໂຂງ ແຂວງຈຳປາສັກ ມີໂຮງຮຽນປະຖົມທັງໝົດ 32 ແຫ່ງ.
ໂຄງການໃນຄັ້ງນີ້ ແມ່ນໄດ້ລະດົມ ແລະ ນຳສົ່ງກຳລັງອາສາສະໝັກທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນທັງໝົດ 96 ສະຫາຍ ຍິງ 50 ສະຫາຍ, ເຊິ່ງສ່ວນໃຫຍ່ແມ່ນນັກສຶກສາ ໂດຍຈະໄດ້ລົງໄປປະຈຳການຢູ່ພາກສະໜາມຕົວຈິງເປັນເວລາ 2 ເດືອນເຕັມ ໂດຍຈະເລີ່ມລົງປະຕິບັດ ວັນທີ 10 ກໍລະກົດ ຫາ ວັນທີ 20 ສິງຫາ 2026 ເພື່ອເຮັດໜ້າທີ່ຈັດການຮຽນ-ການສອນ ບຳລຸງ 3 ວິຊາຫຼັກ ຄື: ວິຊາພາສາລາວ, ຄະນິດສາດ ແລະ ວິທະຍາສາດ (ໂລກອ້ອມຕົວ) ໃຫ້ແກ່ນັກຮຽນຊັ້ນ ປ.3, ປ.4 ແລະ ປ.5 ພ້ອມທັງຈັດກິດຈະກຳສ້າງສັນຕ່າງໆ ເພື່ອດຶງດູດ ແລະ ສ້າງແຮງຈູງໃຈໃຫ້ນ້ອງໆນັກຮຽນກັບຄືນສູ່ໂຮງຮຽນໃນສົກຮຽນຕໍ່ໄປ.
ກ່ອນການລົງພາກສະໜາມ, ຄະນະຮັບຜິດຊອບກໍໄດ້ຈັດຕັ້ງການຝຶກອົບຮົມຍົກລະດັບດ້ານເນື້ອໃນຫຼັກສູດ ແລະ ວິທີການສິດສອນຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ອາສາສະໝັກທຸກສະຫາຍ ທີ່ມີຄວາມຕັ້ງໃຈ ແລະ ກະຕືລືລົ້ນຢູ່ແລ້ວນັ້ນ ມີຄວາມພ້ອມດ້ານວິຊາການຢ່າງເຕັມຮ້ອຍ ເນື່ອງຈາກອາສາສະໝັກບາງສ່ວນແມ່ນຍັງຂາດປະສົບການໃນການສິດສອນຕົວຈິງ.
ສຳລັບໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ ສົກຮຽນ 2025-2026 ໃນ 8 ເມືອງ 8 ແຂວງເປົ້າໝາຍ ມີຜູ້ອຸປະຖຳທັງໝົດ ຄື: ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ອຸປະຖຳ 500,000,000 ກີບ, ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຊ່ວຍອຸປະກອນ ມູນຄ່າ 15,000,000 ກີບ, ບໍລິສັດ ລາວຟອດ ຊິດຕີ້ ອຸປະຖຳເສື້ອ ແລະ ໝວກ ມູນຄ່າ 22,900,000 ກີບ, ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ອຸປະທຳໃນນາມສ່ວນຕົວ ມູນຄ່າ 10,000,000 ກີບ, ສະມາຄົມການສຶກສາພາກເອກະຊົນ 3,000,000 ກີບ, ວິທະຍາໄລເຕັກນິກສັບພະວິຊາ 6,500,000 ກີບ, ກົມກວດກາ 300,000ກີບ, ສະໜາມກິລາແຫ່ງຊາດ (ຫຼັກ 16) 300,000ກີບ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ 900,000ກີບ, ວິທະຍາໄລສົງອົງຕື້ 300,000 ກີບ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມອບປື້ມແບບຮຽນ, ປື້ມບົດຝຶກຫັດກຽມປະຖົມ ແລະ ປື້ມນິທານ ລວມທັງໝົດ 1,347 ຫົວ.
ພາບ-ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ