Skip to main content

ສົມລາຄາເຕັງແຊ້ມ! ຝຣັ່ງ ຊະນະ ມາຣົກ 2-0 ຜ່ານເຂົ້າຮອບຕັດເຊືອກ ບານໂລກ 3 ສະໄໝຕິດຕໍ່ກັນ

​ທີມຊາດຝຣັ່ງ ຍັງຄົງເດີນໜ້າຢ່າງແຂງແກ່ນໃນການແຂ່ງຂັນບານໂລກ 2026 ຫຼັງເອົາຊະນະ ທີມຊາດມາຣົກ (ໂມຣັອກໂກ) 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດ ໄດ້ເປັນສະໄໝທີ 3 ຕິດຕໍ່ກັນ.
​ຕະຫຼອດເຄິ່ງເວລາທຳອິດ ຝຣັ່ງ ເປັນຝ່າຍຄອງເກມ ແລະ ສ້າງໂອກາດໄດ້ຢ່າງຫຼວງຫຼາຍ ແຕ່ຕ້ອງຊົມ ເຢດຊີນ ບູນູ ທີ່ໂຊຟອມສຸດໜຽວ ລວມທັງເຊັບລູກຈຸດໂທດຂອງ ຄີລີຢັນ ເອັມບັບເປ ເອົາໄວ້ໄດ້.
​ຢ່າງໃດກໍຕາມ ເຄິ່ງເວລາຫຼັງແຜງເກມຮັບຂອງ ມາຣົກ ຕ້ານທານບໍ່ຢູ່ ເມື່ອ ເອັມບັບເປ ຊັດປະຕູປົດລັອກໃນນາທີ 60 ກ່ອນຈະແອດຊິດໃຫ້ ອຸດສະມານ ເດັມເບເລ ຍິງປິດທ້າຍພິຊິດໄຊຊະນະ 2-0.
​ໄຊຊະນະນັດນີ້ສົ່ງໃຫ້ ຝຣັ່ງ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ລໍຖ້າພົບຜູ້ຊະນະລະຫວ່າງ ແອັດສະປາຍ (ສະເປນ) ຫຼື ແບນຊິກ (ເບວຢ້ຽມ) ໃນວັນທີ 14 ກໍລະກົດນີ້.
​ສ່ວນ ມາຣົກ ຕ້ອງຢຸດຕິເສັ້ນທາງໄວ້ພຽງຮອບ 8 ທີມສຸດທ້າຍ ແຕ່ຍັງຄົງຝາກຜົນງານອັນໜ້າປະທັບໃຈໃນຖານະໜຶ່ງໃນຕົວແທນທີ່ດີທີ່ສຸດຂອງທະວີບອາຟຣິກາໃນເວທີບານໂລກ.
​ ໄຮໄລ້ເກມ:
​ ຄີລີຢັນ ເອັມບັບເປ (ພາດຈຸດໂທດ) ນາທີ 28
​ 1-0 ຄີລີຢັນ ເອັມບັບເປ ນາທີ 60
​ 2-0 ອຸດສະມານ ເດັມເບເລ ນາທີ 66
​ ໂປຣແກຣມນັດຕໍ່ໄປ
​ ຮອບຮອງຊະນະເລີດ
 14 ກໍລະກົດ 2026: ຝຣັ່ງ ພົບ ແອັດສະປາຍ/ແບນຊິກ