ກຽມຈັດການແຂ່ງຂັນເຕະບານມິດຕະພາບ ລາວ-ກຳປູເຈຍ ຮັດແໜ້ນການຮ່ວມມືສອງຊາດ ແລະ ສະຫຼອງວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ
13/07/2026

ເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ຄວາມສາມັກຄີຮັກແພງຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສອງຊາດ ລາວ ແລະ ກຳປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນແຂວງຈຳປາສັກ ແລະ ແຂວງສຽມລຽບ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມທັງເປັນການຮ່ວມກັນສະຫຼອງວັນປະຫວັດສາດທີ່ສຳຄັນຂອງວົງການກິລາແຫ່ງຊາດລາວ ກໍຄືວັນສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966-13 ກໍລະກົດ 2026) ຈະໄດ້ມີການຈັດການແຂ່ງຂັນເຕະບານມິດຕະພາບ ນັດພິເສດ (International Friendly Match) ລະຫວ່າງ ທີມ VIP ຂອງທັງສອງປະເທດ ພາຍໃຕ້ຄຳຂວັນ “ໜຶ່ງເກມການແຂ່ງຂັນ • ໜຶ່ງມິດຕະພາບ • ໜຶ່ງພາກພື້ນ ຫຼື One Game • One Friendship • One Region” ເປັນການພົບກັນລະຫວ່າງ ທີມອາວຸໂສ ນາຄາ (Naga Football Club) ນະຄອນປາກເຊ ແຂວງຈຳປາສັກ ແລະ ທີມອາວຸໂສ ແຂວງສຽມລຽບ ປະເທດກຳປູເຈຍ.
ການແຂ່ງຂັນໃນຄັ້ງນີ້ ບໍ່ພຽງແຕ່ເປັນການແຂ່ງຂັນກິລາເພື່ອສຸຂະພາບ ແລະ ຄວາມມ່ວນຊື່ນເທົ່ານັ້ນ, ແຕ່ຍັງການຮັດແໜ້ນສາຍພົວພັນ ລາວ – ກຳປູເຈຍ ເພື່ອສົ່ງເສີມການທູດກິລາ (Sports Diplomacy), ສ້າງໂອກາດໃຫ້ອະດີດນັກກິລາ, ຜູ້ບໍລິຫານ ແລະ ມວນຊົນທັງສອງປະເທດໄດ້ພົບປະແລກປ່ຽນ ຄຳຄິດຄຳເຫັນ ແລະ ສ້າງຄວາມໃກ້ຊິດຕິດແທດກັນຫຼາຍຂຶ້ນ. ຄຽງຄູ່ກັນນັ້ນ, ກໍເພື່ອເປັນການຫວນຄືນມູນເຊື້ອ ແລະ ຜົນງານການເຕີບໃຫຍ່ຂະຫຍາຍຕົວຂອງວົງການກິລາລາວ ຕະຫຼອດໄລຍະ 6 ທົດສະວັດ (60 ປີ) ທີ່ຜ່ານມາ, ທັງເປັນການປຸກລະດົມຂະບວນການກິລາພາຍໃນປະເທດໃຫ້ມີຄວາມຟົດຟື້ນ.
ການແຂ່ງຂັນກິລາເຕະບານມິດຕະພາບຄັ້ງນີ້ ຈະມີໃນວັນທີ 11 ກໍລະກົດ 2026 ທີ່ສະໜາມກິລາແຂວງຈຳປາສັກ (ຫຼັກ2), ນະຄອນປາກເຊ, ແຂວງຈຳປາສັກ, ສປປ ລາວ. ເຊິ່ງຄາດວ່າຈະມີຄະນະນຳຈາກ 2 ແຂວງດັ່ງກ່າວ, ພາກສ່ວນກ່ຽວຂ້ອງ ຕະຫຼອດຮອດແຟນບານເຂົ້າຮ່ວມຊົມ ແລະ ເຊຍຢ່າງຄຶກຄື້ນ ເພື່ອຮ່ວມເປັນສັກຂີພິຍານໃຫ້ແກ່ມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງຊາດ ລາວ – ກຳປູເຈຍ. ສະນັ້ນ, ຂໍເຊີນຊວນພໍ່ແມ່ປະຊາຊົນຊາວແຂວງຈຳປາສັກ ທີ່ຢູ່ໃກ້ຄຽງ ຮ່ວມເຂົ້າຊົມ ແລະ ເປັນກຳລັງໃຈໃຫ້ແກ່ນັກກິລາທັງສອງຝ່າຍກັນແດ່ເດີ້.
ຂ່າວຫຼ້າສຸດ
- ລາວ-ຍີ່ປຸ່ນ ສືບຕໍ່ຮ່ວມມື ຈັດຕັ້ງປະຕິບັດໂຄງການ ITEAM3 ປັບປຸງຄຸນນະພາບການສຶກສາຄະນິດສາດປະຖົມ ທົ່ວປະເທດ
- ທັບນັກກິລາກະຕໍ້ ຈຳປາສັກ ພ້ອມ 100% ລຸຍຊີງແຊ້ມທົ່ວປະເທດ ພ້ອມຕັ້ງເປົ້າສູ້ຊົນຄວ້າແຊ້ມ ເພື່ອສ້າງສູ່ 2 ງານໃຫຍ່ລະດັບຊາດ
- ສສກ.ນວ ຈະສຸມໃສ່ຊ່ວຍເຫຼືອນັກຮຽນທຸກຍາກ ແກ້ໄຂບັນຫາການປະລະການຮຽນ ທົ່ວນະຄອນຫຼວງວຽງຈັນ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026
