ກຽມຈັດຫຼາຍກິດຈະກຳ ສະຫຼອງວັນສ້າງຕັ້ງກິລາ-ກາຍຍະກຳລາວ ຄົບຮອບ 60 ປີ ໃຫ້ມີບັນຍາກາດຟົດຟື້ນ
13/07/2026

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ກຽມຈະຈັດກິດຈະກຳຫຼາຍລາຍການ ເປັນຕົ້ນ ແມ່ນເຜີຍແຜ່ມູນເຊື້ອປະຫວັດຄວາມເປັນມາຂອງກິລາ-ກາຍຍະກຳລາວ, ການຮັບຟັງທິດຊີ້ນຳໃນການພັດທະນາກິລາ ຈາກການນຳຂັ້ນສູງ ກໍຄື ຄະນະ ລັດຖະມົນຕີ ສສກ, ການວາງສະແດງຜົນງານ ແລະ ມູນເຊື້ອຂອງບັນດາສະຫະພັນກິລາຕ່າງໆ ທີ່ມີຜົນສຳເລັດໃນໄລຍະຜ່ານມາ ພ້ອມທັງຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂຣບິກ ທີ່ສະໜາມກິລາສະຖາບັນກິລາ-ກາຍຍະກຳ ໃນວັນທີ 13 ກໍລະກົດ 2026ນີ້.
ທ່ານ ວິລະວັນ ບຸນສຸກໄທ ຄະນະພັກກະຊວງ, ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະຮັບຜິດຊອບຈັດກິດຈະກຳດັ່ງກ່າວ ໃຫ້ຮູ້ວ່າ: ການຈັດງານໃນປີນີ້ແມ່ນມີຄວາມສຳຄັນທາງດ້ານປະຫວັດສາດຂອງກິລາ-ກາຍຍະກຳລາວເຮົາຫຼາຍ ເພາະເປັນການຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ເປັນໄລຍະທີ່ພວກເຮົາກຳລັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ Xll ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ. ນອກຈາກນີ້, ຍັງເປັນການຮ່ວມສະເຫຼີມສະຫຼອງວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 117 ປີ ອີກດ້ວຍ.
ກິດຈະກຳຄັ້ງນີ້ ຈະຈັດຂຶ້ນໃນຕອນບ່າຍຂອງວັນທີ 13 ກໍລະກົດ 2026 ທີ່ສະຖາບັນກິລາ-ກາຍຍະກຳແຫ່ງຊາດ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພາຍໃນງານຈະມີກິດຈະກຳທີ່ຫຼາກຫຼາຍ ເຊັ່ນ: ພິທີການເລົ່າມູນເຊື້ອປະຫວັດຄວາມເປັນມາຂອງກິລາ-ກາຍຍະກຳລາວ, ການຮັບຟັງທິດຊີ້ນຳໃນການພັດທະນາກິລາ ຈາກການນຳຂັ້ນສູງ ກໍຄື ຄະນະລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ການວາງສະແດງຜົນງານ ແລະ ມູນເຊື້ອຂອງບັນດາສະຫະພັນກິລາຕ່າງໆ ທີ່ມີຜົນສຳເລັດໃນໄລຍະຜ່ານມາ. ນອກນັ້ນ, ກໍຍັງຈະຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ເຕັ້ນແອໂຣບິກ ຢູ່ທີ່ສະໜາມກິລາບານເຕະຂອງສະຖາບັນດັ່ງກ່າວອີກດ້ວຍ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
