ສຸດມ່ວນ! “ມູໂຊວາ” ບຽດຊະນະ “ກັອບ” ຜ່ານເຂົ້າຊີງກັບ “ນົດໂກວາ” ເພື່ອນຮ່ວມຊາດ ເທັນນິດ ວິນເບິນດັນ 2026 ຍິງດ່ຽວ

ຈາລຶກປະຫວັດສາດໜ້າໃໝ່! ການແຂ່ງຂັນເທັນນິດແກຣນສະແລມທີ 3 ຂອງປີ ລາຍການ “ວິນເບິນດັນ 2026” ທີ່ສະໜາມ ອໍ ອິງແລນ ເທັນນິດ ຄລັບ (All England Tennis Club) ນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອຄືນວັນພະຫັດ ທີ 9 ກໍລະກົດ 2026 ທີ່ຜ່ານມາ ໃນຮອບຮອງຊະນະເລີດ ປະເພດຍິງດ່ຽວ ເກີດແມັດດຣາມ້າລະດັບຫ້າດາວຂຶ້ນ ເມື່ອ ຄາໂຣລີນາ ມູໂຊວາ (Karolina Muchova) ນັກເທັນນິດສາວຫົວໃຈນັກສູ້ ມືວາງອັນດັບ 10 ຂອງລາຍການຈາກ ສາທາລະນະລັດເຊັກ ພິກສະຖານະການເຊັບແມັດພອຍ ກ່ອນບຽດເອົາຊະນະ ໂຄໂຄ ກັອບ (Coco Gauff) ມືວາງອັນດັບ 7 ຂອງລາຍການຈາກ ສະຫະລັດອາເມຣິກາ ໄປໄດ້ຢ່າງສຸດລະທຶກ 2-1 ເຊັດ ດ້ວຍຄະແນນ 6-2, 1-6 ແລະ 7-6 (ໄທເບຣກ 12-10) ຜ່ານເຂົ້າສູ່ຮອບຊີງຊະນະເລີດໄດ້ສຳເລັດ.
ໄຊຊະນະໃນຄັ້ງນີ້ ເຮັດໃຫ້ ມູໂຊວາ ຜ່ານເຂົ້າຊີງແກຣນສະແລັມເປັນຄັ້ງທີ 2 ໃນຊີວິດ ຕໍ່ຈາກ ເຟຣນ ໂອເພັນ 2023 ໂດຍນາງຈະໂຄຈອນໄປພົບກັບເພື່ອນຮ່ວມຊາດຢ່າງ ລິນດາ ນົດໂກວາ (Linda Noskova) ມືວາງອັນດັບ 9 ຂອງລາຍການ ທີ່ເອົາຊະນະ ມາຕາ ຄອດຢຸກ (Marta Kostyuk) ຈາກອູແກຣນ (ຢູເຄຣນ) ມາໄດ້. ໂດຍຄວາມເກັ່ງກ້າສາມາດນີ້ຖືເປັນຄັ້ງທຳອິດໃນຮອບ 17 ປີ ຂອງເທັນນິດ ວິນເບິນດັນ ທີ່ຮອບຊີງຊະນະເລີດຍິງດ່ຽວ ເປັນການໂຄຈອນມາພົບກັນຂອງນັກເທັນນິດຈາກຊາດດຽວກັນ ນັບຕັ້ງແຕ່ປີ 2009 ທີ່ເປັນການຊີງກັນເອງຂອງສອງເອື້ອຍນ້ອງ ວີນັດ ແລະ ເຊເຣນາ ວິນລຽມ ຈາກສະຫະລັດອາເມຣິກາ.
ນອກຈາກນີ້, ຍັງເປັນຄັ້ງທຳອິດໃນປະຫວັດສາດ ທີ່ຮອບຊີງຊະນະເລີດວິນເບິນດັນ ເປັນຄູ່ຊີງຈາກປະເທດສາທາລະນະລັດເຊັກທັງໝົດ ເຊິ່ງຜູ້ຊະນະໃນແມັດນີ້ຈະກາຍເປັນແຊ້ມຍິງດ່ຽວຊາວ ສ.ເຊັກ ຄົນທີ 5 ໃນປະຫວັດສາດຂອງທົວນາເມັນ ຕໍ່ຈາກ ຢານາ ໂນໂວຕນາ (Jana Novotna) ປີ 1998, ເປຕຣາ ຄວິໂຕວາ (Petra Kvitova) ປີ 2011, 2014, ມາກເກຕາ ວອນໂດຣໂຊວາ (Marketa Vondrousova) ປີ 2023 ແລະ ບາໂບຣາ ເຄຣຊີໂຄວາ (Barbora Krejcikova) ປີ 2024.
ສະນັ້ນ, ແຟນເທັນນິດຫ້າມພາດ ຮ່ວມຊົມ ແລະ ເຊຍເສິກສາຍເລືອດປະຫວັດສາດ ຮອບຊີງຊະນະເລີດ ຍິງດ່ຽວ ວິນເບິນດັນ 2026 ລະຫວ່າງ ຄາໂຣລີນາ ມູໂຊວາ ພົບ ລິນດາ ນົດໂກວາ ໃນວັນເສົາ ວັນທີ 11 ກໍລະກົດ 2026 ນີ້.
