ທູດອົດສະຕຣາລີ ແລະ ຮອງລັດຖະມົນຕີ ສສກ ຢ້ຽມຢາມ ແລະ ຕິດຕາມການຊ່ວຍເຫຼືອດ້ານການສຶກສາ ທີ່ເມືອງວຽງພູຄາ
13/07/2026

ໃນວັນທີ 8 ກໍລະກົດ 2026 ນີ້, ທ່ານ ນາງ ເມເກນ ຈອນ (Megan Jones) ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງມະນີ ເພື່ອປະຊາ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ ແລະ ທີມງານ ໄດ້ລົງຢ້ຽມຢາມໂຮງຮຽນມັດທະຍົມຕອນຕົ້ນ (ມ.ຕົ້ນ) ນໍ້າມາຍ, ເມືອງວຽງພູຄາ, ແຂວງຫຼວງນ້ຳທາ ເຊິ່ງໃຫ້ການຕ້ອນຮັບຄະນະຢ້ຽມຢາມໃນຄັ້ງນີ້ຢ່າງອົບອຸ່ນມີ ທ່ານ ພູມອນ ຄຸນສີລີເຮືອງ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງວຽງພູຄາ ພ້ອມດ້ວຍຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ອົງການຈັດຕັ້ງຂັ້ນບ້ານ, ຄູ-ອາຈານ ແລະ ນ້ອງໆນັກຮຽນ.
ການລົງຢ້ຽມຢາມຄັ້ງນີ້ ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ເຊິ່ງເປັນການເສີມຂະຫຍາຍຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງ ແຂວງຫຼວງນ້ຳທາ ກັບ ລັດຖະບານອົດສະຕຣາລີ. ໃນໂອກາດນີ້, ຄະນະຜູ້ແທນໄດ້ເຂົ້າພົບປະກັບຄູ-ອາຈານ ພ້ອມທັງລາຍງານຈຸດປະສົງຂອງການມາຢ້ຽມຢາມ ໂດຍສະເພາະແມ່ນການຕິດຕາມໂຄງການຊ່ວຍເຫຼືອຕ່າງໆ.
ສຳລັບຢູ່ເມືອງວຽງພູຄາ, ລັດຖະບານອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອດ້ານການສຶກສາ ແລະ ສາທາລະນະສຸກ ໂດຍຜ່ານໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ ເຊິ່ງມີການສະໜັບສະໜູນໜ້າວຽກຕ່າງໆ ຄື: ສະໜັບສະໜູນການຝຶກອົບຮົມເຕັກນິກການສອນພາສາລາວ ແລະ ຄະນິດສາດ ສຳລັບຄູຊັ້ນ ປະຖົມສຶກສາ ປີທີ 1 ຫາ ປີທີ 3 (ປ.1–ປ.3); ຝຶກອົບຮົມຄູປະຈຳການຊັ້ນ ປ.1 ຫາ ປ.5 ກ່ຽວກັບການນຳໃຊ້ຊຸດອຸປະກອນຊ່ວຍເຫຼືອຄູ ແລະ ການສອນຫ້ອງຄວບ; ສະໜັບສະໜູນການຝຶກອົບຮົມໂມດູນ 1–2 ໃຫ້ແກ່ຜູ້ເຮັດວຽກນິເທດຂັ້ນເມືອງ, ຫົວໜ້າກຸ່ມ ແລະ ຜູ້ອຳນວຍການໂຮງຮຽນ; ມອບທຶນໃຫ້ແກ່ຄູ-ອາຈານ ເພື່ອໄປຮຽນເຊື່ອມຕໍ່ໃນໄລຍະພັກແລ້ງ ຈຳນວນ 38 ທຶນ; ສົ່ງເສີມການຈັດກິດຈະກຳຕັ້ງຄ້າຍພັກແລ້ງ ໄລຍະ 4 ອາທິດ ແລະ ກິດຈະກຳສະໂມສອນເດັກ (ຈັດຂຶ້ນ 2 ຊົ່ວໂມງ ຫຼັງເວລາຮຽນ, ທຸກໆ 2 ອາທິດຕໍ່ຄັ້ງ); ຝຶກອົບຮົມການຈັດຕັ້ງຄ້າຍສະໂມສອນເດັກຍິງ; ສົ່ງເສີມການຮຽນ-ການສອນໄລຍະພັກແລ້ງ 10 ອາທິດ ໃຫ້ແກ່ເດັກເກນອາຍຸ 5 ປີ ໃນ 7 ໂຮງຮຽນເປົ້າໝາຍ; ມອບເບ້ຍລ້ຽງໃຫ້ແກ່ນັກຮຽນໃນໂຮງຮຽນເປົ້າໝາຍຂອງໂຄງການທົ່ວເມືອງ ຈຳນວນ 77 ນ້ອງ; ສະໜອງອຸປະກອນຮັບໃຊ້ຫ້ອງການສຶກສາທິການ ແລະ ກິລາເມືອງ ຈຳນວນໜຶ່ງ ເຊັ່ນ: ລົດຈັກ, ຄອມພິວເຕີໂນດບຸກ ແລະ ອື່ນໆ.
ການຊ່ວຍເຫຼືອດັ່ງກ່າວ ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ກັບການພັດທະນາຊັບພະຍາກອນມະນຸດ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງເມືອງວຽງພູຄາ ແລະ ແຂວງຫຼວງນ້ຳທາ, ທັງເປັນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ.
ໃນຕອນທ້າຍ, ຄະນະນຳຂອງເມືອງ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານອົດສະຕຣາລີ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຕະຫຼອດມາ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຕື່ມອີກໃນອະນາຄົດ.
ໂອກາດນີ້, ອົງການປົກຄອງບ້ານທ່າຫຼວງ ກໍໄດ້ຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີ ເພື່ອເປັນກຽດຕ້ອນຮັບ ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ, ຫຼັງຈາກນັ້ນ ຄະນະຜູ້ແທນກໍໄດ້ເຂົ້າຮ່ວມຊົມການຈັດກິດຈະກຳຕັ້ງຄ້າຍໄລຍະພັກແລ້ງ ແລະ ຮັບຊົມການສະແດງສິລະປະວັນນະຄະດີຂອງນ້ອງໆນັກຮຽນດ້ວຍບັນຍາກາດອັນເບີກບານມ່ວນຊື່ນ ແລະ ສະໜິດສະໜົມ.
ຂ່າວໂດຍ: ຄຳປິງ















