ສກຂ ອຸດົມໄຊ ແລະ ບໍລິສັດ ອິນດາລາ ຮ່ວມລົງນາມກໍ່ສ້າງ ໂຮງຮຽນ ມສ ບ້ານຂ້ອນ ເມືອງແບງ ມູນຄ່າກວ່າ 6.6 ຕື້ກີບ
13/07/2026

ໃນຕອນບ່າຍວັນທີ 8 ກໍລະກົດ 2026 ນີ້ ທີ່ໂຮງແຮມ ເພັດພູໄຊ ເທດສະບານແຂວງອຸດົມໄຊ ໄດ້ມີພິທີລົງນາມເຊັນສັນຍາຮັບເໝົາ ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ (ມສ) ບ້ານຂ້ອນ, ເມືອງແບງ, ແຂວງອຸດົມໄຊ ລະຫວ່າງ ພະແນກສຶກສາທິການ ແລະ ກິລາ ແຂວງ (ໃນນາມເຈົ້າຂອງໂຄງການ) ແລະ ບໍລິສັດ ອິນດາລາ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ (ໃນນາມຜູ້ຮັບເໝົາ), ລົງນາມໂດຍ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ແລະ ທ່ານ ບົວພັນ ພຸດທະວົງ ຜູ້ອຳນວຍການ ບໍລິສັດ ອິນດາລາ ກໍ່ສ້າງເຄຫາສະຖານ ຈຳກັດຜູ້ດຽວ, ເຂົ້າຮ່ວມເປັນສັກຂີພິຍານໃນພິທີຄັ້ງນີ້ມີ ທ່ານ ສຸຫວັດ ມະຫາວົງສະນັ່ນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ພ້ອມດ້ວຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ, ຂັ້ນເມືອງ ແລະ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ບ້ານຂ້ອນ ແມ່ນໄດ້ຮັບການອະນຸມັດແຫຼ່ງທຶນ ຈາກງົບປະມານລົງທຶນຂອງລັດ ທີ່ໄດ້ຮັບການຮັບຮອງຈາກສະພາມັດທະຍົມແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 4 ປະຈຳປີ 2026. ໂຄງການດັ່ງກ່າວ ມີມູນຄ່າການກໍ່ສ້າງທັງໝົດ 6 ຕື້ 615 ລ້ານກີບ (ຫົກຕື້ຫົກຮ້ອຍສິບຫ້າລ້ານກີບ). ສຳລັບໜ້າວຽກຫຼັກທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດ ປະກອບມີ ວຽກກໍ່ສ້າງອາຄານຮຽນ 2 ຊັ້ນ 8 ຫ້ອງຮຽນ, ວຽກກໍ່ສ້າງຫ້ອງນ້ຳ 4 ຫ້ອງ, ວຽກນອກອາຄານ ແລະ ວຽກສະໜອງເຄື່ອງເຟີນີເຈີ ແລະ ອຸປະກອນອຳນວຍຄວາມສະດວກພາຍໃນໂຮງຮຽນ ເຊິ່ງກຳນົດເວລາໃນການຈັດຕັ້ງປະຕິບັດການກໍ່ສ້າງທັງໝົດ ແມ່ນໃຫ້ສຳເລັດພາຍໃນ 18 ເດືອນ ນັບແຕ່ມື້ລົງລາຍເຊັນໃນສັນຍາສະບັບນີ້ເປັນຕົ້ນໄປ.
ໃນໂອກາດອັນມີຄວາມໝາຍຄວາມສຳຄັນນີ້, ທ່ານ ສຸຫວັດ ມະຫາວົງສະນັ່ນ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄູ່ສັນຍາທັງສອງຝ່າຍ ໂດຍທ່ານໄດ້ເນັ້ນໜັກໃຫ້ ບໍລິສັດຜູ້ຮັບເໝົາ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າວຽກຕົວຈິງ ໃຫ້ຖືກຕ້ອງຕາມແບບຜັງເຕັກນິກ ແລະ ມາດຕະຖານການກໍ່ສ້າງຢ່າງເຂັ້ມງວດ, ຮັບປະກັນດ້ານຄຸນນະພາບ, ຄວາມປອດໄພ ແລະ ໃຫ້ສຳເລັດຕາມກຳນົດເວລາທີ່ໄດ້ຕົກລົງກັນໄວ້. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ໃນນາມເຈົ້າຂອງໂຄງການ ຮ່ວມກັບຄະນະກຳມະການຮັບຜິດຊອບໂຄງການ ຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດກາໜ້າວຽກແຕ່ລະໄລຍະຢ່າງໃກ້ຊິດ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ຮັບເໝົາ ເພື່ອເຮັດໃຫ້ໂຄງການດັ່ງກ່າວດຳເນີນໄປດ້ວຍຄວາມໂປ່ງໃສ, ມີປະສິດທິຜົນສູງ ແລະ ສາມາດເປີດນຳໃຊ້ ເພື່ອຮອງຮັບໃຫ້ແກ່ການຮຽນ-ການສອນ ຂອງຄູ-ອາຈານ ແລະ ລູກຫຼານປະຊາຊົນບັນດາເຜົ່າໃນທ້ອງຖິ່ນ ໄດ້ຕາມແຜນການທີ່ວາງໄວ້ຢ່າງສົມບູນ.
ຂ່າວໂດຍ: ໄມພອນ












