“ເມຣີໂນ” ເປັນຮີໂຣ່ອີກແລ້ວ ຍິງປະຕູໄຊພາ ແອັດສະປາຍ ບຽດຊະນະ ແບນຊິກ 2-1 ຜ່ານເຂົ້າຕັດເຊືອກໄປພົບ ຝຣັ່ງ

ທີມຊາດແອັດສະປາຍ (ສະເປນ) ຕ້ອງອອກແຮງເມື່ອຍກວ່າຈະຜ່ານເຂົ້າສູ່ຮອບຮອງຊະນະເລີດ ຫຼັງບຽດເອົາຊະນະ ທີມຊາດແບນຊິກ (ເບວຢ້ຽມ) ໄປໄດ້ແບບຫວຸດຫວິດ 2-1 ຈາກປະຕູໄຊໃນໄລຍະທ້າຍເກມຂອງ ມິເກວ ເມຣີໂນ ຮີໂຣ່ຕົວສຳຮອງທີ່ກາຍເປັນທີເດັດອີກຄັ້ງ.
ເກມນີ້, ແອັດສະປາຍ ເປັນຝ່າຍຂຶ້ນນຳກ່ອນຈາກ ຟາບຽນ ຣຸຍ ໃນນາທີ 30 ແຕ່ ແບນຊິກ ໃຊ້ໂອກາດຢ່າງຄຸ້ມຄ່າ ເມື່ອ ຊາວ ເດີ ເຄເຕລາເຣ ໂໝ່ງຕີສະເໝີ 1-1 ກ່ອນໝົດເຄິ່ງເວລາທຳອິດ.
ເກມເບິ່ງຄືວ່າຈະຕ້ອງຍືດເຍື້ອໄປເຖິງໄລຍະຕໍ່ເວລາພິເສດ ຈົນຮອດນາທີ 88 ມິເກວ ເມຣີໂນ ທີ່ຖືກສົ່ງລົງມາເປັນຕົວສຳຮອງອີກຄັ້ງ ສວມບົດຮີໂຣ່ຍິງປະຕູໄຊພາ ແອັດສະປາຍ ຄວ້າໄຊ 2-1 ພ້ອມຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ.
ນີ້ຖືເປັນການຮັບບົດ ຊູເປີຊັບ ສອງນັດຕິດຕໍ່ກັນຂອງ ເມຣີໂນ ແລະ ສົ່ງໃຫ້ ແອັດສະປາຍ ຜ່ານເຂົ້າໄປພົບກັບ ທີມຊາດຝຣັ່ງ ໃນຮອບຕັດເຊືອກ ວັນທີ 14 ກໍລະກົດນີ້.
ດ້ານ ແບນຊິກ ຕ້ອງຢຸດຕິເສັ້ນທາງການແຂ່ງຂັນເຕະບານໂລກ 2026 ໄວ້ພຽງຮອບ 8 ທີມສຸດທ້າຍ ແມ້ຈະຕໍ່ສູ້ຢ່າງເຕັມທີ່ຈົນເຖິງນາທີສຸດທ້າຍ.
ໄຮໄລ້ເກມ:
1-0 ຟາບຽນ ຣຸຍ ນ.30
1-1 ຊາວ ເດີ ເຄເຕລາເຣ ນ.41
2-1 ມິເກວ ເມຣີໂນ ນ.88
ໂປຣແກຣມນັດຕໍ່ໄປ
ຮອບຮອງຊະນະເລີດ
14 ກໍລະກົດ 2026: ຝຣັ່ງ ພົບ ແອັດສະປາຍ
