ປິດສາກຢ່າງງົດງາມ! ການແຂ່ງຂັນກິລາເປຕັງ ຊີງຂັນປະທານຄະນະກຳມະການປົກຄອງແຂວງຈຳປາສັກ ຕ້ອນຮັບວັນສ້າງຕັ້ງກິລາລາວ ຄົບຮອບ 60 ປີ
13/07/2026

ໃນວັນທີ 10 ກໍລະກົດ 2026 ທີ່ຜ່ານມານີ້, ທີ່ສະໜາມກິລາເປຕັງແຂວງຈຳປາສັກ (ຫຼັກ 2), ສະຫະພັນກິລາເປຕັງແຂວງຈຳປາສັກ ຮ່ວມກັບ ຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sports) ຕົວແທນຈຳໜ່າຍເຄື່ອງກິລາຄົບວົງຈອນ ປະຈຳນະຄອນປາກເຊ ໄດ້ຮ່ວມກັນຈັດການແຂ່ງຂັນກິລາເປຕັງ ປະເພດຄູ່ຮຸ່ນທົ່ວໄປ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງຈຳປາສັກ ປະຈຳປີ 2026 ຢ່າງເປັນທາງການ.
ການຈັດການແຂ່ງຂັນໃນຄັ້ງນີ້ ແມ່ນເພື່ອເປັນການຊຸກຍູ້ ແລະ ສົ່ງເສີມການພັດທະນາກິລາເປຕັງພາຍໃນແຂວງໃຫ້ມີຄວາມເຂັ້ມແຂງ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ສ້າງຄວາມສາມັກຄີຮັກແພງລະຫວ່າງນັກກິລາເປຕັງດ້ວຍກັນ.
ການແຂ່ງຂັນຄັ້ງນີ້ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ໂດຍມີທີມນັກກິລາເປຕັງເຂົ້າຮ່ວມຊີງໄຊທັງໝົດເຖິງ 50 ທີມ. ຕະຫຼອດການແຂ່ງຂັນ 1 ວັນເຕັມ, ນັກກິລາແຕ່ລະທີມຕ່າງກໍໄດ້ສະແດງຄວາມສາມາດ, ໄຫວພິບ ແລະ ເຕັກນິກການໂຍນໝາກບຸ້ນຢ່າງສຸດສີມື ທ່າມກາງສຽງເຊຍຂອງກອງເຊຍຢ່າງຄຶກຄື້ນ.
ຜ່ານການແຂ່ງຂັນອັນຂຸ້ນຂ້ຽວ, ຜົນການແຂ່ງຂັນປະກົດວ່າ:
ລາງວັນຊະນະເລີດ: ໄດ້ແກ່ ທີມເທອອກແບບ 1 ຄວ້າຂັນລາງວັນຊະນະເລີດ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໄປຄອງໄດ້ຢ່າງສົມກຽດ, ລາງວັນຮອງຊະນະເລີດ ໄດ້ແກ່ ທີມເທອອກແບບ 2, ອັນດັບທີ 3 ໄດ້ແກ່ ສະໂມສອນ ອົງສ້ອຍ ແລະ ອັນດັບທີ 4 ໄດ້ແກ່ ທີມນາຍຮ້ອຍໂທນ.
ໃຫ້ກຽດເຂົ້າຮ່ວມໃນພິທີປິດ ແລະ ມອບຂັນລາງວັນໃນຄັ້ງນີ້ໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ແລະ ທ່ານ ສິດທິພົງ ໄຊຍະມົງຄຸນ ປະທານສະຫະພັນກິລາເປຕັງແຂວງຈຳປາສັກ, ພ້ອມດ້ວຍຄະນະຮັບຜິດຊອບຈັດງານ, ຕົວແທນຈາກຮ້ານ DP Sports, ຄູຝຶກ, ນັກກິລາ ແລະ ມວນຊົນຊາວແຂວງຈຳປາສັກເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດງານໃນຄັ້ງນີ້ ຖືເປັນຂີດໝາຍອັນສຳຄັນໃນການຮຽກຮ້ອງໃຫ້ທຸກພາກສ່ວນ ເຫັນໄດ້ເຖິງຄວາມສຳຄັນຂອງວົງການກິລາເປຕັງແຂວງຈຳປາສັກ ແລະ ຮ່ວມກັນພັດທະນານັກກິລາຮຸ່ນໃໝ່ ເພື່ອກ້າວໄປສູ່ລະດັບຊາດ ແລະ ສາກົນໃນອະນາຄົດ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
