ປະດັບຫຼຽນໄຊພັດທະນາ ແກ່ຜູ້ບໍລິຫານ, ຄູຝຶກ ແລະ ນັກກິລາ ດັບເບິນຢູໄອຈີ ນາຄາ ແລະ ເບສະຫວັນ ເອັບຊີ ທີ່ມີຜົນງານດີເດັ່ນໃນລະດັບສາກົນ
13/07/2026

ໃນວັນທີ 10 ກໍລະກົດ 2026, ໄດ້ມີການຈັດພິທີອັນສົມກຽດ ແລະ ສະຫງ່າງາມ ຂຶ້ນຢ່າງເປັນທາງການ ທີ່ສຳນັກງານປະທານປະເທດ ເພື່ອປະດັບຫຼຽນໄຊພັດທະນາ ຊັ້ນ I ແລະ ຊັ້ນ III ໃຫ້ແກ່ປະທານສະໂມສອນກິລາ, ຫົວໜ້າຄູຝຶກ, ຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ນັກກິລາ ທີ່ມີຜົນງານອັນໂດດເດັ່ນໃນການນຳພານັກກິລາລາວ ໄປຍາດແຍ່ງເອົາໄຊຊະນະ ແລະ ສ້າງຊື່ສຽງມາໃຫ້ແກ່ປະເທດຊາດ ໃນການແຂ່ງຂັນກິລາລະດັບພາກພື້ນ ແລະ ສາກົນ ປະຈຳປີ 2026 ໂດຍໄດ້ຮັບກຽດຢ່າງສູງເຂົ້າຮ່ວມໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາການນຳພັກ-ລັດ, ຮອງລັດຖະມົນຕີ, ຄະນະນຳຈາກຂະແໜງການທີ່ກ່ຽວຂ້ອງ, ຜູ້ບໍລິຫານສະໂມສອນ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບຜົນງານອັນໂດດເດັ່ນທີ່ນຳມາເຊິ່ງຄວາມພາກພູມໃຈ ແລະ ໄດ້ຮັບການຍົກຍ້ອງໃນລະດັບຊາດຄັ້ງນີ້ ມີ 4 ຜົນງານຫຼັກ ຈາກບັນດາສະໂມສອນ ແລະ ນັກກິລາທີມຊາດລາວ ຄື: ສະໂມສອນ ດັບເບິນຢູ ໄອຈີ ນາຄາ (W.I.G NAGA FC) ຮຸ່ນອາຍຸບໍ່ເກີນ 13 ປີ (U-13) ຮັກສາມູນເຊື້ອສາມາດປ້ອງກັນແຊ໋ມ ໃນການແຂ່ງຂັນບານເຕະເຍົາວະຊົນລະດັບໂລກ ລາຍການ “Iber Cup 2026” ທີ່ປະເທດປອກຕຸຍການ ໄດ້ເປັນສະໄໝທີ 2 ຕິດຕໍ່ກັນ ຢ່າງຍິ່ງໃຫຍ່; ສ່ວນຮຸ່ນອາຍຸບໍ່ເກີນ 10 ປີ (U-10) ສາມາດຍາດໄດ້ແຊ໋ມໃນລາຍການດຽວກັນນີ້ ມາຄອບຄອງໄດ້ຢ່າງສະຫງ່າງາມ; ສະໂມສອນບານເຕະ ເບສະຫວັນ ເອັບຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U-10) ຍາດໄດ້ແຊ້ມ ໃນການແຂ່ງຂັນລາຍການ Vietnam International ACF Football Tournament ທີ່ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ທັບນັກກິລາກະຕໍ້ ທີມຊາດລາວ ສ້າງຜົນງານອັນໂດດເດັ່ນໃນເວທີສາກົນ ໂດຍການຍາດໄດ້ 4 ຫຼຽນຄໍາ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ໃນການແຂ່ງຂັນລາຍການ 2026 China Sepaktakraw Open ແລະ China Sepaktakraw Open of Lanxang-Mekong Cooperation ທີ່ ສປ ຈີນ; ທີມກິລາບານບ້ວງ ສະໂມສອນບົວຫຼວງ ຮຸ່ນອາຍຸ 14 ປີ ສ້າງຊື່ສຽງໃນການແຂ່ງຂັນລາຍການ TOA 3×3 Basketball Udon Thailand ທີ່ປະເທດໄທ ສາມາດຍາດມາໄດ້ 2 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ.
ຈາກນັ້ນໃນພິທີ, ທ່ານ ວິໄລວັນ ບຸດດາຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊພັດທະນາ ຊັ້ນ I ແລະ ຊັ້ນ III ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ ເຊິ່ງຜູ້ທີ່ໄດ້ຮັບກຽດອັນສູງສົ່ງໃປະດັບຫຼຽນໄຊພັດທະນາ ຊັ້ນ I ຄັ້ງນີ້ ປະກອບມີ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນກິລາບານເຕະ ດັບເບິນຢູໄອຈີ ນາຄາ (W.I.G NAGA FC ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນກິລາບານເຕະ ເບສະຫວັນ ເອັບຊີ. ສ່ວນປະດັບຫຼຽນໄຊພັດທະນາ ຊັ້ນ III ປະກອບມີ ຄະນະຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ນັກກິລາ. ເຊິ່ງການປະດັບຫຼຽນໄຊໃນຄັ້ງນີ້ ເປັນການຢັ້ງຢືນເຖິງຄວາມມານະອົດທົນ, ຄວາມເສຍສະຫຼະທັງເຫື່ອແຮງ, ສະຕິປັນຍາ ແລະ ທຶນຮອນ ຂອງບັນດາສະໂມສອນ ແລະ ຜູ້ມີສ່ວນຮ່ວມທຸກພາກສ່ວນ ທີ່ໄດ້ຮ່ວມກັນພັດທະນາ ແລະ ຍົກລະດັບວົງການກິລາລາວ ໃຫ້ກ້າວຂຶ້ນສູ່ລະດັບສາກົນຢ່າງແທ້ຈິງ.
ໃນໂອກາດອັນສະຫງ່າລາສີນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດມີຄຳເຫັນ ແລະ ໂອ້ລົມເພື່ອຊີ້ທິດເຍືອງທາງ ໂດຍກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ກັບບັນດາຜົນສຳເລັດອັນໃຫຍ່ຫຼວງຂອງບັນດານັກກິລາ ແລະ ສະໂມສອນ ໄດ້ນຳເອົາໄຊະຊະນອັນຍິ່ງໃຫຍ່ສົມບູນແບບມາ ໄຊຊະນະເຫຼົ່ານີ້ບໍ່ພຽງແຕ່ເປັນຄວາມພາກພູມໃຈຂອງສະຫະພັນ ຫຼື ສະໂມສອນເທົ່ານັ້ນ ແຕ່ມັນຄືຄວາມພາກພູມໃຈຂອງຄົນລາວທັງຊາດ ຕໍ່ຜົນງານດັ່ງກ່າວ ກໍຍ້ອນໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ສົ່ງເສີມຢ່າງໃກ້ຊິດຈາກພັກ-ລັດຖະບານ. ເຖິງຢ່າງໃດກໍດີ, ຂໍໃຫ້ບັນດານັກກິລາ ທຸກຄົນຈົ່ງສືບຕໍ່ພາກພຽນຝຶກຝົນຫຼໍ່ຫຼອມພັດທະນາຄວາມຮູ້, ຄວາມສາມາດ ແລະ ຍົກລະດັບທັກສະຂອງຕົນເອງຢ່າງຕໍ່ເນື່ອງ ເພື່ອຍາດໄດ້ໄຊຊະນະໃນການແຂ່ງຂັນຄັ້ງຕໍ່ໄປ ແລະ ສືບຕໍ່ນຳເອົາຄວາມສຳເລັດມາສ້າງຊື່ສຽງໃຫ້ແກ່ປະເທດຊາດ ແລະ ປະຊາ ຊົນລາວ ຢ່າງຕໍ່ເນື່ອງ.
ພ້ອມດຽວກັນນີ້, ທ່ານປະທານປະເທດ ຍັງໄດ້ຊຸກຍູ້ໃຫ້ບັນດາສະໂມສອນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ໃນການຝຶກຊ້ອມ, ພັດທະນາລະບົບການບໍລິຫານ ແລະ ສ້າງນັກກິລາຮຸ່ນສືບທອດຢ່າງເປັນລະບົບ ເພື່ອຮັກສາມາດຕະຖານ ແລະ ສ້າງກຽດຊື່ສຽງໃຫ້ແກ່ ສປປ ລາວ ໃນເວທີສາກົນໃຫ້ຍືນຍົງຕະຫຼອດໄປ. ພ້ອມນັ້ນ, ໃນພິທີຍັງໄດ້ມີບໍລິສັດຫ້າງຮ້ານຕ່າງໆ ມອບເງິນ ຈຳນວນ 3 ຕື້ກີບ ອຸປະຖຳໃຫ້ຄະນະນັກກິລາທັງ 4 ພາກສ່ວນດ່ັງກ່າວ. ໃນນີ້ແບ່ງເປັນ ມອບເງິນ ໃຫ້ສະໂມສອນ ດັບເບິນຢູໄອຈີ ນາຄາ ແລະ ສະໂມສອນ ເບ ສະຫວັນ ເອັບຊີ ພາກສ່ວນລະ 1 ຕື້ກີບ ແລະ ໃຫ້ຄະນະນັກກິລາກະຕໍ້ທີມຊາດລາວ ແລະ ບານບ້ວງລາວ ພາກສ່ວນ 500 ລ້ານກີບ.
ພາບ ແລະ ຂາວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026
- ສສກ ອົບຮົມວຽກງານການຈັດຊື້-ຈັດຈ້າງ ໃຫ້ຜູ້ຮັບຜິດຊອບຂອງບັນດາຫົວໜ່ວຍການເງິນທີ່ຂຶ້ນກັບກະຊວງ
- ຟີຟາ ສັ່ງສອບສວນເຫດການຫຼັງເກມນັດຊີງຊະນະເລີດບານໂລກ 2026
- ລະດົມຄວາມຄິດໃສ່ (ຮ່າງ) ຄຳແນະນຳ ກ່ຽວກັບການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສະພາວິທະຍາສາດແຫ່ງຊາດ
ຂ່າວທີ່ອ່ານຫຼາຍ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ ແລະ ການປົກປ້ອງເດັກ ໃນຂະແໜງ ການສຶກສາ
- ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 14 ແລະ ກອງປະຊຸມປິ່ນອ້ອມ ທີ່ ສິງກະໂປ
- ສປປ ລາວ ສືບຕໍ່ໄດ້ຮັບໄວ້ວາງໃຈໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ແລະ ຮຸ່ນທົ່ວໄປ WTT 2026



