Skip to main content

ສວສ ເຜີຍແຜ່ເອກະສານ 2 ສະບັບ ພ້ອມສົ່ງພະນັກງານພັກການ-ຮັບບຳນານ ແລະ ຍົກຍ້າຍໄປປະຈຳການບ່ອນໃໝ່

13/07/2026
ໃນວັນທີ 10 ກໍລະກົດ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ໄດ້ມີການຈັດກອງປະຊຸມຄັ້ງສຳຄັນ ວ່າດ້ວຍການເຊື່ອມຊຶມ ແລະ ເຜີຍແຜ່ມະຕິຕົກລົງກ່ຽວກັບການເພີ່ມທະວີວຽກງານການແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສວສ ສະບັບໃໝ່, ພ້ອມທັງຈັດພິທີຈັດສົ່ງພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ປະກາດການຍົກຍ້າຍແຕ່ງຕັ້ງພະນັກງານໄປປະຈຳການບ່ອນໃໝ່, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສວສ, ມີທ່ານ ນາງມະໂນລີ ດົງວັນ ຮອງຜູ້ອຳນວຍການ ສວສ ພ້ອມດ້ວຍບັນດາອຳນວຍການ-ຮອງອຳນວຍການສູນ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນ ສວສ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ເຜີຍແຜ່ ແລະ ເຊື່ອມຊຶມມະຕິຕົກລົງ ວ່າດ້ວຍການເພີ່ມທະວີວຽກງານການແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ ເພື່ອເປັນການປຸກລະດົມ ແລະ ຊຸກຍູ້ຈິດໃຈໃຫ້ແກ່ບຸກຄະລາກອນ ເພື່ອເຮັດໃຫ້ວຽກງານແຂ່ງຂັນ-ຍ້ອງຍໍ ໄດ້ຮັບການຈັດຕັ້ງປປະຕິບັດ ຢ່າງມີປະສິດທິຜົນສູງ, ເປັນການກະຕຸກຊຸກຍູ້ການສ້າງ ແລະ ປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກາຍເປັນຂະບວນການທີ່ຟົດຟື້ນໃນທົ່ວປວງຊົນ, ທັງເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະແມ່ນສຸມໃສ່ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ນີ້ ໃຫ້ປະກົດຜົນເປັນຈິງ, ທັງເປັນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ, ອົງການປົກຄອງທ້ອງຖິ່ນ, ແນວລາວວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ກາຍເປັນໜ້າທີ່ຂອງທົ່ວປວງຊົນນລາວທັງຊາດ.
ຈາກນັ້ນ, ທ່ານ ນາງ ມະໂນລີ ດົງວັນ ໄດ້ຂຶ້ນເຜີຍແຜ່ຂໍ້ຕົກລົງ ສະບັບເລກທີ 3857/ສສກ, ລົງວັນທີ 23 ມິຖຸນາ 2026 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ. ຂໍ້ຕົກລົງສະບັບນີ້ ໄດ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ໂຄງປະກອບກົງຈັກໃໝ່ຂອງ ສວສ (ປະກອບມີ 1 ພະແນກ ແລະ 4 ສູນ) ເພື່ອເປັນບ່ອນອີງດ້ານນິຕິກຳໃນການຜັນຂະຫຍາຍແນວທາງນະໂຍບາຍ, ແຜນພັດທະນາການສຶກສາ-ກິລາ, ການຄົ້ນຄວ້າວິໄຈ, ການພັດທະນາຫຼັກສູດ, ພາສາລາວ, ພາສາມື, ອັກສອນນູນ ແລະ ສື່ການຮຽນ-ການສອນທຸກຊະນິດ ໃຫ້ມີປະສິດທິພາບ ແລະ ທັນສະໄໝ ໂດຍນຳໃຊ້ເຕັກໂນໂລຊີ ແລະ ປັນຍາປະດິດ (AI) ເຂົ້າຮ່ວມ.
ໂອກາດດຽວກັນ, ກໍໄດ້ມີການຈັດພິທີຈັດສົ່ງພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ປະກາດການຍົກຍ້າຍແຕ່ງຕັ້ງພະນັກງານໄປປະຈຳການບ່ອນໃໝ່ ໂດຍ ທ່ານ ນາງ ຈະເລີນສັກ ຄຳສັກປະສິດ ຫົວໜ້າພະແນກບໍລິຫານ ແລະ ຄົ້ນຄວ້າ-ສັງລວມ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ. ພ້ອມນັ້ນ, ຍັງໄດ້ມີການສະຫຼຸບວຽກງານທີ່ຜ່ານມາຂອງສູນ ແລະ ໄດ້ຈັດພິທີມອບ-ຮັບວຽກງານຢ່າງເປັນທາງການ ລະຫວ່າງ ຜູ້ອຳນວຍການ ແລະ ຮອງຜູ້ອຳນວຍການສູນ (ອະດີດ ຜອ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສູນພັດທະນາສື່ການຮຽນການສອນ, ແລະ ສູນຄົ້ນຄວ້າ ແລະ ປະເມີນຜົນການສຶກສາ).
ໃນຕອນທ້າຍພິທີ, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກທິດຊີ້ນຳແກ່ຄະນະນຳ, ພະນັກງານ ແລະ ວິຊາການທັງໝົດຂອງ ສວສ ໃນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງສະບັບໃໝ່ນີ້ ໃຫ້ເຂົ້າສູ່ລົງເລິກຕົວຈິງ, ຍົກສູງຄວາມຮັບຜິດຊອບໃນການພັດທະນາຫຼັກສູດ ແລະ ສື່ການສຶກສາໃຫ້ມີຄຸນນະພາບ, ສອດຄ່ອງກັບຍຸກສະໄໝ ແລະ ນະໂຍບາຍການປະຕິຮູບການສຶກສາຂອງຊາດ. ຫຼັງຈາກນັ້ນ, ຜູ້ອຳນວຍການ ສວສ ພ້ອມດ້ວຍຕາງໜ້າພາກສ່ວນຕ່າງໆ ກໍໄດ້ໃຫ້ກຽດຂຶ້ນມອບຂອງທີ່ລະນຶກ ໃຫ້ແກ່ພະນັກງານທີ່ອອກພັກການ-ຮັບອຸດໜູນບຳນານ ເພື່ອສະແດງຄວາມຍ້ອງຍໍສັນລະເສີນ ແລະ ຮູ້ບຸນຄຸນຕໍ່ຜົນງານການອຸທິດຕົນຕະຫຼອດໄລຍະການປະຕິບັດໜ້າທີ່.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ