16 ປີທີ່ລໍຄອຍ! ແອັດສະປາຍ ຊະນະ ຝຣັ່ງ 2-0 ຜ່ານເຂົ້າຊີງບານໂລກ 2026

ທີມຊາດແອັດສະປາຍ (ສະເປນ) ເດີນໜ້າສ້າງປະຫວັດສາດອີກຄັ້ງ ຫຼັງເອົາຊະນະ ທີມຊາດຝຣັ່ງ 2-0 ໃນຮອບຮອງຊະນະເລີດ ຜ່ານເຂົ້າສູ່ຮອບຊີງຊະນະເລີດ ການແຂ່ງຂັນບານໂລກໄດ້ເປັນຄັ້ງທຳອິດໃນຮອບ 16 ປີ ນັບຕັ້ງແຕ່ຄວ້າແຊ້ມໂລກສະໄໝທຳອິດເມື່ອປີ 2010.
ເກມນີ້ ແອັດສະປາຍ ຫຼິ້ນໄດ້ຢ່າງເດັດຂາດ ແລະ ມີວິໄນ ໂດຍໄດ້ປະຕູຂຶ້ນນຳຕັ້ງແຕ່ນາທີ 22 ຈາກລູກຈຸດໂທດຂອງ ມິເກວ ໂອຢາຊາບາວ (Mikel Oyarzabal) ກ່ອນທີ່ເຄິ່ງເວລາຫຼັງ ເປໂດຣ ປໍໂຣ (Pedro Porro) ຈະຍິງປະຕູຢ້ຳໄຊໃນນາທີ 58 ສົ່ງ ແອັດສະປາຍ ຄວ້າໄຊ 2-0 ແລະ ຜ່ານເຂົ້າສູ່ຮອບຊີງຊະນະເລີດເປັນທີມທຳອິດ ໄປລໍຖ້າພົບຜູ້ຊະນະລະຫວ່າງ ອັງກິດ ຫຼື ອາກຊັງຕິນ (ອາເຈນຕິນາ) ໃນວັນອາທິດທີ 19 ກໍລະກົດນີ້.
ໄຊຊະນະນັດນີ້ຍັງເຮັດໃຫ້ ແອັດສະປາຍ ຍືດສະຖິຕິບໍ່ທັນເສຍໄຊໃນທຸກລາຍການ (ບໍ່ນັບການດວນຈຸດໂທດ) ເປັນ 37 ນັດຕິດຕໍ່ກັນ ເຊິ່ງທຽບເທົ່າກັບສະຖິຕິໂລກຂອງທີມຊາດອິຕາລີ ທີ່ເຄີຍເຮັດໄວ້ລະຫວ່າງປີ 2018-2021.
ໃນຂະນະດຽວກັນ, ນີ້ຄືການຢ້ຳແຄ້ນ ຝຣັ່ງ ໃນຮອບຕັດເຊືອກ (ຮອບຮອງຊະນະເລີດ) ເປັນລາຍການໃຫຍ່ຄັ້ງທີ 3 ຕິດຕໍ່ກັນ ຫຼັງຈາກທີ່ເຄີຍເອົາຊະນະມາແລ້ວໃນ ເອີໂຣ 2024 ແລະ ຢູຟາ ເນຊັນ ລີກ 2025.
ສ່ວນທັບ ຝຣັ່ງ ຕ້ອງຢຸດຕິເສັ້ນທາງລຸ້ນແຊ້ມໂລກສະໄໝທີ 3 ໄວ້ພຽງແຕ່ຮອບຮອງຊະນະເລີດ ເຖເຖິງແມ່ນວ່າຈະເຮັດຜົນງານໄດ້ຢ່າງໂດດເດັ່ນມາຕະຫຼອດທັງທົວນາເມນກໍຕາມ.
