Skip to main content

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ເປີດຮັບສະໝັກນັກສຶກສາໃໝ່ ສົກ 2026-2027 ພ້ອມມີນະໂຍບາຍເບ້ຍລ້ຽງ ແລະ ທຶນການສຶກສາ

16/07/2026
ວິທະຍາໄລເຕັກນິກລາວ-ເຢຍລະມັນ ເຊິ່ງເປັນສະຖານອາຊີວະສຶກສາຂອງລັດ ທີ່ຂຶ້ນກັບກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ປະກາດຄວາມພ້ອມ 100% ໃນການເປີດຮັບສະໝັກນັກຮຽນ-ນັກສຶກສາໃໝ່ ເຂົ້າຮຽນໃນສົກຮຽນ 2026-2027 ໂດຍໄດ້ເລີ່ມປະກາດຮັບນັກຮຽນມາຕັ້ງແຕ່ວັນທີ 22 ມິຖຸນາ 2026 ເປັນຕົ້ນມາ ເພື່ອຕອບສະໜອງຄວາມຕ້ອງການຂອງນ້ອງໆ ທີ່ຈົບການສຶກສາມັດທະຍົມຕອນຕົ້ນ (ມ.4), ມັດທະຍົມຕອນປາຍ (ມ.7) ຫຼື ທຽບເທົ່າ ທີ່ກໍາລັງຊອກຫາສະຖານທີ່ຮຽນຕໍ່ໃນສາຂາວິຊາຊີບ.
ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກະຊວງສຶກສາທິການ ແລະ ກິລາ ວ່າ : ໃນສົກຮຽນນີ້ ວິທະຍາໄລມີແຜນການຮັບນັກຮຽນ-ນັກສຶກສາໃໝ່ ທັງໝົດ 800 ຄົນ ໃນ 15 ສາຂາວິຊາ ເຊິ່ງແບ່ງອອກເປັນຫຼັກສູດຕ່າງໆ ຄື: ຫຼັກສູດທີ່ເປີດສອນໃນປັດຈຸບັນ ຫຼັກສູດຊັ້ນກາງ (ລະບົບ 9+3 ແລະ 12+2) ລວມມີ 6 ສາຂາວິຊາ ຄື: ສາຂາວິຊາເຕັກໂນໂລຊີລົດຍົນ, ໄຟຟ້າເຕັກນິກ, ຈັກກົນໂຮງງານ, ຊ່າງຈອດ ແລະ ກົນຈັກກະສິກໍາ; ຫຼັກສູດຊັ້ນສູງ (ລະບົບ 12+3) ລວມມີ 9 ສາຂາວິຊາ ຄື: ສາຂາວິຊາ ຕິດຕັ້ງໄຟຟ້າໃນອາຄານ, ສາຂາວິຊາ ສ້ອມແປງເຄື່ອງເຢັນ-ເຄື່ອງປັບອາກາດ, ສາຂາວິຊາ ບໍລິການໄຟຟ້າອຸດສາຫະກໍາ, ສາຂາວິຊາ ເມຄາໂທຣນິກ (ຮຽນຢູ່ລາວ 2 ປີ ແລະ ໄປຮຽນຢູ່ ສປ ຈີນ 1 ປີ ພ້ອມໄດ້ຮັບ 2 ໃບປະກາດ), ສາຂາວິຊາ ຈັກກົນໂຮງງານ (ການຜະລິດ ແລະ ສ້ອມແປງເຄື່ອງຈັກກົນ), ສາຂາວິຊາ ຊ່າງຈອດ (ເປັນສາຂາທີ່ສະຖານປະກອບການຕ້ອງການເປັນຈໍານວນຫຼາຍທີ່ສຸດ), ສາຂາວິຊາ ເຄື່ອງປະດັບ-ອັນຍະມະນີ (ນັກຮຽນທຸກຄົນຈະໄດ້ຮັບທຶນການສຶກສາ 100% ຕະຫຼອດ 3 ປີ ຈາກກຸ່ມບໍລິສັດ ຄໍາພູວົງ), ສາຂາວິຊາ ກົນຈັກໜັກ (ຮຽນຢູ່ວິທະຍາເຂດ II ບ້ານຊຽງດາ ແລະ ເປັນໜຶ່ງດຽວໃນທົ່ວປະເທດ) ແລະ ສາຂາວິຊາ ເຕັກໂນໂລຊີລົດຍົນ (ແບ່ງເປັນ: ຊ່ວງລ່າງ, ເຄື່ອງຈັກ, ໄຟຟ້າລົດຍົນ ແລະ ຕົວຖັງ-ສີລົດຍົນ).
ສຳລັບໃນອະນາຄົດອັນໃກ້ນີ້ ວິທະຍາໄລມີແຜນທີ່ຈະເປີດ 2 ຫຼັກສູດໃໝ່ ຄື: ຫຼັກສູດການບໍາລຸງຮັກສາລົດໄຟຟ້າ (EV) ແລະ ຫຼັກສູດບໍາລຸງຮັກສາ ແລະ ສ້ອມແປງຍົນ (ເຮືອບິນ), ສຳລັບຮູບແບບ ແລະ ວິທີການຄັດເລືອກເຂົ້າຮຽນ ແມ່ນການຮັບນັກຮຽນຊຸດໃໝ່ນີ້ ແມ່ນດໍາເນີນການຜ່ານ 3 ຮູບແບບ ຢ່າງເປັນລະບົບ ຄື: ຮູບແບບທີ 1 ແມ່ນຮູບແບບແຈກທຶນການສຶກສາ (450 ທຶນທົ່ວປະເທດ) ເປັນການຮ່ວມມືກັບ ກົມອາຊີວະສຶກສາ ໂດຍແບ່ງປັນຕົວເລກເຂົ້າຮຽນ ແຂວງລະ 25 ທຶນ (ລວມທັງຊັ້ນກາງ ແລະ ຊັ້ນສູງ) ສົ່ງໄປຍັງພະແນກສຶກສາທິການ ແລະ ກິລາແຂວງ ໂດຍຮູບແບບນີ້ ບໍ່ຕ້ອງສໍາພາດ ແລະ ບໍ່ຕ້ອງສອບເສັງ ຢູ່ທີ່ວິທະຍາໄລ, ຖ້າທາງແຂວງນໍາສົ່ງລາຍຊື່ມາ ແມ່ນຈະໄດ້ບັນຈຸເຂົ້າຮຽນທັນທີ; ຮູບແບບທີ 2 ແມ່ນຮູບແບບສໍາພາດ ມີ 13 ສາຂາວິຊາ ໃຫ້ເລືອກ ທັງຊັ້ນກາງ ແລະ ຊັ້ນສູງ ໂດຍຜູ້ສະໝັກສາມາດມາຊື້ຄໍາຮ້ອງ, ຂຽນ ແລະ ຍື່ນເອກະສານ ເພື່ອເຂົ້າສໍາພາດກັບຄະນະກໍາມະການ ທີ່ປະຈໍາການທຸກວັນລັດຖະການ ເມື່ອສໍາພາດຜ່ານແລ້ວ ສາມາດລົງທະບຽນເຂົ້າຮຽນໄດ້ທັນທີໃນມື້ນັ້ນ ເພື່ອປະຫຍັດຄ່າໃຊ້ຈ່າຍ ແລະ ເວລາເດີນທາງ; ຮູບແບບທີ3 ຮູບແບບສອບເສັງ ແມ່ນສະເພາະ 2 ສາຂາວິຊາຊັ້ນສູງ ຄື: ສາຂາກົນຈັກໜັກ ແລະ ສາຂາເຕັກໂນໂລຊີລົດຍົນ ເນື່ອງຈາກມີຜູ້ສະໝັກຈໍານວນຫຼາຍໃນທຸກໆປີ ຈຶ່ງຕ້ອງໃຊ້ການສອບເສັງເພື່ອຄັດເລືອກ. ສໍາລັບກໍານົດການ ເປີດຂາຍ ແລະ ຮັບຄໍາຮ້ອງສອບເສັງ ແຕ່ວັນທີ 22 ມິຖຸນາ ຫາ 24 ສິງຫາ 2026, ມື້ສອບເສັງແມ່ນຕອນເຊົ້າຂອງວັນທີ 26 ສິງຫາ 2026 ແລະ ການເປີດສົກຮຽນ ຄາດວ່າຈະເປີດການຮຽນ-ການສອນ ຕັ້ງແຕ່ໄລຍະກາງເດືອນກັນຍາ 2026 ເປັນຕົ້ນໄປ. ສ່ວນເງື່ອນໄຂຜູ້ສະໝັກ ແລະ ນະໂຍບາຍຕໍ່ຜູ້ຮຽນ ມີຄື: ເງື່ອນໄຂຜູ້ສະໝັກ ຕ້ອງມີຄຸນສົມບັດດີ, ມີປະຫວັດຈະແຈ້ງ, ຈົບ ມ.4, ມ.7 ຫຼື ທຽບເທົ່າ ແລະ ມີຄວາມມັກຮັກໃນອາຊີບດ້ານອຸດສາຫະກໍາ.
ພິເສດສຳລັບນະໂຍບາຍການຊ່ວຍເຫຼືອຕໍ່ຜູ້ຮຽນ ປັດຈຸບັນພວກເຮົາໄດ້ຫັນມາຈັດການຮຽນ-ການສອນແບບຄວບຄູ່ (DCT) ທຸກສາຂາວິຊາຊີບ ໂດຍຮ່ວມມືກັບສະຖານປະກອບການ ຫຼາຍກວ່າ 135 ແຫ່ງ, ການຈັດການຮຽນການສອນ ແບບຄວຍຄູ່ ໝາຍຄວາມວ່າ ຮຽນທິິສະດີ ແລະ ທົດລອງ ຢູ່ ວິທະຍາໄລ 50% ແລະ ຝຶກພາກປະຕິບັດຢູ່ສະຖານປະອບການ 50 % ນັກຮຽນທຸກຄົນຈະໄດ້ສໍາພັດກັບໜ້າວຽກຕົວຈິງໃນສະຖານປະກອບການຫຼາຍຂື້ນ ແລະ ມີໂອກາດໄດ້ເລືອກໜ້າວຽກທີດີໆ ຫຼາຍກ່ວາ; ນັກຮຽນທຸກຄົນຈະໄດ້ຮັບເບ້ຍລ້ຽງຈາກລັດຖະບານ 500,000 ກີບ/ຄົນ/ເດືອນ (ໄລຍະ 10 ເດືອນ/ປີ); ນັກຮຽນບໍ່ນ້ອຍກວ່າ 30% ຈະໄດ້ຮັບເບ້ຍລ້ຽງສູງກວ່າ 1,000,000 ກີບ/ຄົນ/ເດືອນ (ໄລຍະ 10 ເດືອນ/ປີ) ຈາກໂຄງການ ແລະ ບໍລິສັດຕ່າງໆ ຕົວຢ່າງ: ບໍລິສັດ ໂຕໂຢຕ້າ, ບໍລິສັດ ເບຍລາວ ຈຳກັດ, ບໍລິສັດລ້ານຊ້າງເມນີໂຣນ, ກຸ່ມບໍລິສັດ ຄໍາພູວົງ, ໂຄງການ Lao psg, ໂຄງການ VEFF, ໂຄງການ SEED ແລະ ອື່ນໆ; ໃນໄລຍະລົງຝຶກປະຕິບັດຕົວຈິງຢູ່ສະຖານປະກອບການ ຈະໄດ້ຮັບຄ່ານໍ້າມັນ ແລະ ອັດຕາກິນຕະຫຼອດການຮຽນ ໂດຍບໍ່ໄດ້ຕັດເບ້ຍລ້ຽງປົກກະຕິ ນອກນັ້ນບາງບໍລິສັດຍັງມີທີພັກໃຫ້ພັກ ໃນກໍລະນີອອກຕ່າງແຂວງ ຫຼື ນັກຮຽນຢູ່ຫ່າງໄກຈາກບ່ອນຝຶກປະຕິບັດ; ມີຫໍພັກໃຫ້ພັກເຊົາຕະຫຼອດການຮຽນຢູ່ວິທະຍາໄລ ທັງ 2 ແຫ່ງ (ຫ່າງຈາກບ່ອນຮຽນພຽງ 200 ແມັດ); ນະໂຍບາຍພິເສດສໍາ ລັບນັກຮຽນຍິງ, ຜູ້ຮຽນເກັ່ງ, ຜູ້ທຸກຍາກ ຫຼື ຜູ້ມາຈາກເຂດຫ່າງໄກສອກຫຼີກ ຈະໄດ້ຮັບການ ຍົກເວັ້ນຄ່າຮຽນ ຫຼື ຄ່າໜ່ວຍກິດ ຕະຫຼອດການຮຽນ.
ໃນຕອນທ້າຍ, ທ່ານ ສຸລິຍາ ປ່າໄຊ ໄດ້ຝາກເຖິງສັງຄົມ, ຜູ້ປົກຄອງ ແລະ ນ້ອງໆ ນັກຮຽນ ໃຫ້ເຫັນຄວາມສໍາຄັນຂອງການຮຽນວິຊາຊີບ, ການມີວິຊາສະເພາະຕິດຕົວ ຈະຊ່ວຍເພີ່ມໂອກາດໃນການເຂົ້າເຖິງວຽກເຮັດງານທໍາທີ່ດີ, ໄດ້ຮັບຄ່າຕອບແທນທີ່ສູງ ແລະ ມີອະນາຄົດທີ່ໝັ້ນຄົງ. ນ້ອງໆ ນັກຮຽນ ແລະ ຜູ້ປົກຄອງ ທີ່ສົນໃຈ ສາມາດຕິດຕໍ່ ແລະ ລົງທະບຽນຮຽນໄດ້ແລ້ວ ທີ່ສໍານັກງານໃຫຍ່ ຖະໜົນທ່າເດືອ ຫຼັກ 3, ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ວິທະຍາເຂດ II ຕັ້ງຢູ່ ບ້ານຊຽງດາ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ, ວິທະຍາໄລເຕັກນິກລາວ-ເຢຍລະມັນ ພ້ອມທີ່ຈະເປັນທາງເລືອກໜຶ່ງ ໃນການສ້າງອະນາຄົດທີ່ສົດໃສ ແລະ ໝັ້ນຄົງໃຫ້ແກ່ນ້ອງໆທຸກຄົນ ຂໍເຊີນຊວນນ້ອງໆ ມາລົງທະບຽນຮຽນ ຢູ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ເລີຍ ນັບແຕ່ບາດນີ້ເປັນຕົ້ນໄປ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ